ວັນທີ 16 ກໍລະກົດ 2026 ຢູ່ທີ່ສໍານັກງານໃຫຍ່ຂອງອົງການສະຫະປະຊາຊາດ ທີ່ນິວຢອກ ສໍານັກງານຜູ້ຕາງໜ້າຖາວອນແຫ່ງ ສປປລາວ ປະຈໍາອົງການອົງການສະຫະປະຊາຊາດ ໄດ້ຮ່ວມກັບອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ຈັດກອງປະຊຸມລະດັບສູງພາຍໃຕ້ຫົວຂໍ້ “ເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ: ວຽກງານເກັບກູ້ລະເບີດບໍ່ທັນແຕກ ແລະ ຂອບກົດໝາຍສາກົນເພື່ອເລັ່ງລັດ ການຈັດຕັ້ງປະຕິບັດ ວາລະ 2030 (National Sustainable Development Goals: Leveraging UXO/Mine Action and International Legal Frameworks to Accelerate the 2030 Agenda), ເຊິ່ງເປັນກອງປະຊຸມປິ່ນອ້ອມໃນໄລຍະ ເວທີປຶກສາຫາລືການເມືອງລະດັບສູງວ່າດ້ວຍການພັດທະນາແບບຍືນຍົງ (HLPF). ໃນພາກເປີດກອງປະຊຸມ ທ່ານ ທອງຜ່ານ ສະຫວັນເພັດ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳອົງການ ສປຊ ໄດ້ເນັ້ນວ່າວາລະ 2030 ແມ່ນວິໄສທັດຮ່ວມກັນຂອງວົງຄະນະຍາດສາກົນ ແຕ່ສິ່ງສໍາຄັນທີ່ຈະຊ່ວຍໃຫ້ບັນລຸເປົ້າໝາຍດັ່ງກ່າວ ແມ່ນຄວາມເປັນເຈົ້າການ ແລະ ຖືເອົາການຈັດຕັ້ງປະຕິບັດວາລະ 2030 ເປັນວຽກງານບູລິມະສິດແຫ່ງຊາດຂອງແຕ່ລະປະເທດ ເຊິ່ງ ສປປ ລາວ ໄດ້ຮັບຮອງເອົາເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ຄືເປົ້າໝາຍ SDG18: “ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ”, ແນໃສ່ແກ້ໄຂບັນຫາລະເບີດບໍ່ທັນແຕກ, ບໍ່ສະເພາະແຕ່ຍ້ອນເຫດຜົນທາງດ້ານມະນຸດສະທຳເທົ່ານັ້ນ ແຕ່ຍັງມີຄວາມສໍາຄັນຕໍ່ການພັດທະນາເສດຖະກິດ, ການຫຼຸດຜ່ອນຄວາມທຸກຍາກ, ການກໍ່ສ້າງພື້ນຖານໂຄງລ່າງ, ການສຶກສາ, ກະສິກຳ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມ.
ໃນກອງປະຊຸມດັ່ງກ່າວ, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງລັດຖະບານລາວ ໃນການບັນລຸເປົ້າໝາຍ SDG18 ໄປຄຽງຄູ່ກັບການປະຕິບັດພັນທະຂອງຕົນ ໂດຍພາຍໃຕ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM). ທ່ານໄດ້ເນັ້ນຕື່ມວ່າ ການຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ຕົກຄ້າງຢູ່ ສປປ ລາວ ຫລື ເອີ້ນວ່າ “ເສັ້ນທາງກ້າວສູ່ຄວາມປອດໄພ 3”, ເປັນແຜນງານແຫ່ງຊາດ ເພື່ອການສໍາຫຼວດ, ເກັບກູ້, ສຶກສາຄວາມສ່ຽງໄພ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ການຮ່ວມມືສາກົນ, ພ້ອມທັງສະໜັບສະໜູນການຈັດຕັ້ງປະຕິບັດພັນທະຂອງ ສປປ ລາວ ພາຍໃຕ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ. ເຖິງວ່າໄລຍະຜ່ານມາຈະມີຄວາມຄືບໜ້າຫຼາຍດ້ານກໍ່ຕາມ, ແຕ່ ສປປ ລາວ ກໍ່ຍັງມີສິ່ງທ້າທາຍໃຫຍ່ຫລວງ ເປັນຕົ້ນແມ່ນ ພື້ນທີ່ທີ່ຍັງມີລະເບີດຕົກຄ້າງແມ່ນຍັງຫລວງຫລາຍ ແລະ ຄວາມຕ້ອງການດ້ານຊັບພະຍາກອນຕ່າງໆ ເພື່ອນໍາໃຊ້ເຂົ້າໃນການແກ້ໄຂບັນຫາລະເບີດບໍ່ທັນແຕກໃຫ້ໄດ້ຢ່າງຕໍ່ເນື່ອງ ເຊິ່ງໄດ້ຮຽກຮ້ອງໃຫ້ສືບຕໍ່ມີການຊ່ວຍເຫຼືອທີ່ຕໍ່ເນື່ອງ, ສາມາດຄາດຄະເນໄດ້ ແລະ ມີຄວາມຍືນຍົງຈາກສາກົນ. ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ ອົງການສະຫະປະຊາຊາດ ເພື່ອການພັດທະນາ ທີ່ໄດ້ໃຫ້ການສະໜັບສະໜັບສະໜູນ ສປປ ລາວ ເປັນເວລາເກືອບສາມທົດສະວັດຜ່ານມາ ໃນການສ້າງຂີດຄວາມສາມາດຂອງໜ່ວຍງານແຫ່ງຊາດ, ການສ້າງນະໂຍບາຍ, ການລະດົມຂົນຂວາຍຊັບພະຍາກອນ, ການຄຸ້ມຄອງລະບົບຂໍ້ມູນຂ່າວສານ ແລະ ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ. ໃນໂອກາດນີ້ຍັງໄດ້ແຈ້ງໃຫ້ຊາບຄວາມຄືບຫນ້າ ແລະ ເຊື້ອເຊີນບັນດາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍລະເບີດລູກຫວ່ານຄັ້ງທີ 3 ເຊິ່ງຈະຈັດຂຶ້ນ ໂດຍການເປັນທານຂອງ ສປປ ລາວ ທີ່ ນະຄອນຫຼວງວຽງຈັນ, ແຕ່ວັນທີ 13-18 ກັນຍາ 2026 ເຊິ່ງກອງປະຊຸມດັ່ງກ່າວ ຈະເປີດໂອກາດທີ່ສໍາຄັນໃຫ້ແກ່ບັນດາລັດພາຄີ, ປະເທດສັງເກດການ ແລະ ຄູ່ຮ່ວມງານໃນການຢືນຢັນຄໍາໝັ້ນສັນຍາຮ່ວມກັນຕໍ່ໂລກທີ່ປາສະຈາກຜົນສະກະທົບດ້ານມະນຸດສະທຳຂອງລະເບີດລູກຫວ່ານ ພ້ອມທັງຊຸກຍູ້ການປະກອບສ່ວນຂອງວຽກງານດ້ານລະເບີດລູກຫວ່ານຕໍ່ການພັດທະນາແບບຍືນຍົງ.

ຕາງໜ້າໃຫ້ອົງການ ສປຊ ເພື່ອການພັດທະນາ (UNDP), ທ່ານ ຮາວລຽງ ຊູ, ຮອງເລຂາທິການໃຫຍ່ ອົງການສະຫະປະຊາຊາດ, ທັງເປັນຜູ້ຊ່ວຍຜູ້ບໍລິຫານອົງການ UNDP ໄດ້ຍົກໃຫ້ເຫັນການຮ່ວມມືທີ່ຍາວນານລະຫວ່າງ ອົງການ (UNDP) ແລະ ສປປ ລາວ ໃນການສະໜັບສະໜູນການແກ້ໄຂບັນຫາລະເບີດບໍ່ທັນແຕກ ໂດຍສະເພາະການສ້າງຄວາມເຂັ້ມແຂງໃຫ້ ກັບໜ່ວຍງານທີ່ກ່ຽວຂ້ອງ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ການພັດທະນາຊຸມຊົນ. ທ່ານໄດ້ເນັ້ນໜັກວ່າ ລະເບີດບໍ່ທັນແຕກ ແລະ ສິ່ງເສດເຫຼືອຈາກສົງຄາມ ຍັງສືບຕໍ່ສ້າງຄວາມເສຍຫາຍຕໍ່ມວນມະນຸດ ແລະ ເສດຖະກິດຢ່າງຫຼວງຫຼາຍ, ຈຳກັດການຜະລິດກະສິກຳ, ເພີ່ມຄ່າໃຊ້ຈ່າຍໃນການສ້າງພື້ນຖານໂຄງລ່າງ ແລະ ຈຳກັດການພັດທະນາແຫ່ງຊາດ. ໃນສະພາບດັ່ງກ່າວ, ລະດັບທຶນສະໜັບສະໜູນຈາກສາກົນໃນປະຈຸບັນ ແມ່ນຍັງບໍ່ພຽງພໍ ກັບຄວາມຈໍາເປັນເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ພາຍໃນໄລຍະເວລາທີ່ເໝາະສົມ ໂດຍຮຽກຮ້ອງໃຫ້ມີການເພີ້ມທຶນຮອນຈາກສາກົນ ເພື່ອໃຫ້ບັນດາປະເທດທີ່ໄດ້ຮັບຜົນກະທົບ ສາມາດບັນລຸເປົ້າຫມາດ້ານການພັດທະນາຂອງເຂົາເຈົ້າ. ທ່ານຍັງໄດ້ຍ້ອງຍໍຄວາມເປັນເຈົ້າການທີ່ເຂັ້ມແຂງຂອງລັດຖະບານ ສປປ ລາວ, ລວມທັງການຮັບຮອງເອົາເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ 18, ສ້າງຕັ້ງຄະນະກໍາມະການແຫ່ງຊາດ ແລະ ຍຸດທະສາດແຫ່ງຊາດວ່າດ້ວຍການໄຂບັນຫາລະເບີດບໍ່ທັນແຕກ ເຊິ່ງເປັນແບບຢ່າງຂອງການເຊື່ອມສານເອົາວຽກງານການແກ້ໄຂລະເບີດບໍ່ທັນແຕກຢ່າງມີປະສິດທິພາບເຂົ້າໃນການວາງແຜນການພັດທະນາແຫ່ງຊາດ.
ນອກນັ້ນ, ຍັງມີຜູ້ແທນລະດັບສູງຈາກປະເທດສະມາຊິກອົງການ ສປຊ ໄດ້ເຂົ້າຮ່ວມ ແລະ ປະກອບຄໍາເຫັນໃນ ກອງປະຊຸມສໍາມະນາດັ່ງກ່າວ ເປັນຕົ້ນແມ່ນ ທ່ານ ຟາຣິສ ຣາຊາເຢັຟ (Fariz Rzayev), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສາທາລະນະລັດ ອາແຊັກໄບຊານ, ໄດ້ມີຄໍາເຫັນແລກປ່ຽນປະສົບການຂອງ ອາແຊັກໄບຊານ ໃນການແກ້ໄຂບັນຫາລະເບີດຝັງດິນ ແລະ ການເຊື່ອມສານວຽກງານດັ່ງກ່າວ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະຄວາມສຳຄັນຂອງການຮ່ວມມືສາກົນ. ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນຈາກຜູ້ຕາງໜ້າຖາວອນຂອງຟີລິບປິນ, ນອກແວ, ກໍາປູເຈຍ, ຮອງຜູ້ຕາງໜ້າຖາວອນ ອົດສະຕາລີ, ຍີ່ປຸ່ນ, ໄທ ແລະ ຜູ້ຕາງໜ້າກະຊວງການຕ່າງປະເທດ ແມັກຊິໂກ ແລະ ອົງການ Legacies of War ໂດຍແລກປ່ຽນປະສົບການກ່ຽວກັບການປະກອບສ່ວນຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຕໍ່ການພັດທະນາແບບຍືນຍົງ ແລະ ເປົ້າຫມາຍເພື່ອມະນຸດສະທໍາ.

