Homeຂ່າວກິລາຈັດການແຂ່ງຂັນກິລາບານເຕະມິດຕະພາບ ຊົມເຊີຍຜົນສຳເລັດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຢ່າງຄຶກຄື້ນ

ຈັດການແຂ່ງຂັນກິລາບານເຕະມິດຕະພາບ ຊົມເຊີຍຜົນສຳເລັດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຢ່າງຄຶກຄື້ນ

ໃນວັນທີ 16 ກໍລະກົດ 2026 ທີ່ສະໜາມກິລາບານເຕະລ້ານຊ້າງ ສະເຕດຽມ (ບ້ານໜອງໄຮ ເມືອງຫາດຊາຍຟອງ) ນະຄອນຫຼວງວຽງຈັນ, ໄດ້ມີການສ້າງຂະບວນການແຂ່ງຂັນກິລາບານເຕະມິດຕະພາບ ເພື່ອຊົມເຊີຍຜົນສຳເລັດຂອງກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນລາວ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026). ເຂົ້າຮ່ວມເປັນກຽດໃນພິທີມີ: ທ່ານ ປອ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍບັນດາການນຳພັກ-ແຂກທີ່ຖືກເຊີນ, ຄະນະນຳ, ພະນັກງານສື່ມວນຊົນ ແລະ ນັກກິລາຈາກຫຼາຍພາກສ່ວນເຂົ້າຮ່ວມຢ່າງຟົດຟື້ນ.

ໃນໂອກາດດັ່ງກ່າວ, ສະຫາຍ ປອ ຄຳພັນ ເຜີຍຍະວົງ ໄດ້ກ່າວເປີດພິທີ ໂດຍເນັ້ນໜັກວ່າ: ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ນັບເປັນຂີດໝາຍປະຫວັດສາດອັນສຳຄັນ ໃນການກຳນົດທິດທາງຍຸດທະສາດ ເພື່ອພັດທະນາວຽກງານສື່ມວນຊົນລາວໃຫ້ມີຄຸນນະພາບສູງ, ທັນສະໄໝ, ມີຄວາມໜັກແໜ້ນທາງການເມືອງ ແລະ ເປັນກະບອກສຽງອັນແຫຼມຄົມຂອງພັກ, ລັດ ແລະ ປະຊາຊົນ. “ການແຂ່ງຂັນບານເຕະມິດຕະພາບຄັ້ງນີ້ ບໍ່ແມ່ນພຽງແຕ່ກິດຈະກຳກິລາເທົ່ານັ້ນ ແຕ່ຍັງເປັນເວທີເສີມສ້າງຄວາມສາມັກຄີ, ມິດຕະພາບ ແລະ ຄວາມເຂົ້າໃຈອັນດີ ລະຫວ່າງການນຳ, ພະນັກງານສື່ມວນຊົນ, ນັກທຸລະກິດ ແລະ ພາກສ່ວນຕ່າງໆ ເພື່ອຮ່ວມກັນຜັນຂະຫຍາຍມະຕິຂອງກອງປະຊຸມໃຫ້ເກີດຜົນເປັນຮູບປະທຳ ແລະ ບັນລຸເປົ້າໝາຍການພັດທະນາວຽກງານສື່ມວນຊົນຮອດປີ 2030.”

ພ້ອມດຽວກັນນັ້ນ, ສະຫາຍຍັງໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງທຸກພາກສ່ວນທີ່ຮ່ວມແຮງຮ່ວມໃຈກັນ ເຮັດໃຫ້ກອງປະຊຸມບັນລຸຜົນສຳເລັດຕາມຄາດໝາຍ ແລະ ໄດ້ຮຽກຮ້ອງໃຫ້ນັກກິລາທຸກຄົນຍົກສູງນ້ຳໃຈນັກກິລາ, ເຄົາລົບລະບຽບວິໄນຢ່າງເຂັ້ມງວດ ເພື່ອໃຫ້ພະລັງຈາກການສ້າງຂະບວນການແຂ່ງຂັນກິລາ ກາຍເປັນແຮງພັກດັນໃນການປະຕິບັດໜ້າທີ່ວຽກງານໃຫ້ກ້າວໜ້າຍິ່ງໆຂຶ້ນ. ສຳລັບກິດຈະກຳແຂ່ງຂັນກິລາໃນຄັ້ງນີ້ ມີຫຼາຍທີມເຂົ້າຮ່ວມເຊັ່ນ: ທີມນັກກິລາຈາກສື່ມວນຊົນພາກລັດ ແລະ ເອກະຊົນ, ທີມສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທີມລວມນັກທຸລະກິດອອນລາຍ, ທີມລວມດາລາລາວ

ນອກຈາກການແຂ່ງຂັນກິລາແລ້ວ, ພາຍໃນງານຍັງມີກິດຈະກຳຖາມ-ຕອບ ເພື່ອຮັບຂອງລາງວັນຈາກ ຮຸ່ງອາລຸນ ຂົນສົ່ງດ່ວນ ແລະ ຮັບຊົມການຮ້ອງເພງ ຈາກບັນດານັກຮ້ອງດັງຂອງລາວ ເຊິ່ງໄດ້ສ້າງບັນຍາກາດໃຫ້ງານເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments