Homeຂ່າວໜ້າໜຶ່ງສປປ ລາວ ລົງນາມເປັນປະເທດສະມາຊິກຜູ້ຮ່ວມກໍ່ຕັ້ງອົງການຮ່ວມມືປັນຍາປະດິດໂລກ

ສປປ ລາວ ລົງນາມເປັນປະເທດສະມາຊິກຜູ້ຮ່ວມກໍ່ຕັ້ງອົງການຮ່ວມມືປັນຍາປະດິດໂລກ

ໃນວັນທີ 16 ກໍລະກົດ 2026 ທີ່ນະຄອນຊຽງໄຮ້, ສປ ຈີນ, ທ່ານ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ໄດ້ລົງນາມເປັນປະເທດຜູ້ຮ່ວມກໍ່ຕັ້ງອົງການຮ່ວມມືປັນຍາປະດິດໂລກ (Agreement of the establishment of the World Artificial Intelligence Cooperation Organisation – WAICO).

ໂດຍຕອບສະຫນອງຕາມການເຊື້ອເຊີນຂອງ ທ່ານ ຫວາງ ອີ້ (Wang Yi) ກໍາມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມປັນຍາປະດິດໂລກ ແລະ ບັນດາກິດຈະກໍາປິ່ນອ້ອມ ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 16-20 ກໍລະກົດ 2026 ທີ່ ນະຄອນ ຊຽງໄຮ້, ສປ ຈີນ. ພິເສດ, ກ່ອນພິທີລົງນາມຂໍ້ຕົກລົງວ່າດ້ວຍການສ້າງຕັ້ງອົງການ WAICO, ພະນະທ່ານ ສີ ຈິນຜິງ Xi Jinping ເລຂາທິການໃຫຍ່, ປະທານປະເທດ ສປ ຈີນ ໄດ້ກຽດເປັນເຈົ້າພາບຈັດງານລ້ຽງອາຫານຄໍ່າຕ້ອນຮັບລະດັບປະມຸກລັດ ແລະ ກ່າວປາໄສທີ່ສໍາຄັນ ແກ່ບັນດາປະເທດທີ່ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ສປປລາວ ໄດ້ຮ່ວມກັບ ສປ ຈີນ ແລະ ບັນດາປະເທດເພື່ອນມິດຕ່າງໆ ລົງນາມໃນຖານະຜູ້ຮ່ວມກໍ່ຕັ້ງອົງການ WAICO ເຊິ່ງມີທັງໝົດ 29 ປະເທດ ຈາກຫຼາຍພາກພື້ນທົ່ວໂລກ ລວມມີບັນດາປະເທດໃນຂົງເຂດອາຊຽນ, ອີຊີກາງ, ເອີຣົບ, ອາເມຣິກາ-ລາຕິນ, ແລະ ອາຟຣິກາ ໂດຍມີການເຂົ້າຮ່ວມເປັນສັກຂີພິຍານ ຂອງ ທ່ານ ອັງໂຕນີໂອ ກຸເຕີເຮສ (Antonio Guterres) ເລຂາທິການໃຫຍ່ ອົງການສະຫະປະຊາຊາດ. ຂໍ້ຕົກລົງວ່າດ້ວຍການສ້າງຕັ້ງອົງການ WAICO ດັ່ງກ່າວຍັງຈະສືບຕໍ່ເປີດໃຫ້ມີການລົງນາມຈາກວົງຄະນາຍາດສາກົນຕໍ່ໄປ.

ການສ້າງຕັ້ງອົງການ WAICO ແມ່ນຂີດຫມາຍສຳຄັນທາງປະຫວັດສາດຂອງການຮ່ວມມືືແບບຫຼາຍຝ່າຍ ໃນຂົງເຂດປັນຍາປະດິດໂລກ (AI), ສົ່ງເສີມການພັດທະນາ ແລະ ການນຳໃຊ້ AI ໃນທົ່ວໂລກຢ່າງຮອບດ້ານ, ປອດໄພ ແລະ ມີຄວາມຮັບຜິດຊອບ, ສະໜັບສະໜູນການປະສານງານລະຫວ່າງປະເທດ ກ່ຽວກັບມາດຕະຖານການຄຸ້ມຄອງ, ມາດຕະຖານເຕັກນິກ ແລະ ຫຼັກການດ້ານຈັນຍາບັນຂອງ AI, ຫຼຸດຜ່ອນຄວາມແຕກໂຕນດ້ານດິຈິຕອນ ໂດຍສະເພາະປະເທດກຳລັງພັດທະນາ, ຮ່ວມມືສາກົນແກ້ໄຂອາຊະຍາກຳຂ້າມຊາດ.

ການເຂົ້າຮ່ວມລົງນາມຂອງ ສປປລາວ ໃນຄັ້ງນີ້ ຍັງເປັນການຜັນຂະຫຍາຍ ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລາວ-ຈີນ ແລະ ການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່ ໂດຍສະເພາະການຮ່ວມມືດ້ານເຕັກໂນໂລຊີໃໝ່ ພາຍໃຕ້ຂອບການຮ່ວມມື WAICO. ສປປລາວ ເຊື່ອຫມັ້ນວ່າ ຂອບການຮ່ວມມືດັ່ງກ່າວ ຍັງຈະປະກອບສ່ວນສຳຄັນເຂົ້າ ໃນການສ້າງຄູ່ຮ່ວມຊະຕາກຳມວນມະນຸດ.

ການເຂົ້າຮ່ວມອົງການ WAICO ຍັງເປັນໂອກາດສໍາຄັນສໍາລັບ ສປປ ລາວ ເພື່ອຍາດແຍ່ງການຮ່ວມມືກັບສາກົນ ໃນການຮັບມືກັບສິ່ງທ້າທາຍທາງໄຊເບີ, ດຶງດູດການລົງທຶນຈາກຕ່າງປະເທດ ເພື່ອພັດທະນາ ໃນຂະແຫນງ AI, ການຖ່າຍໂອນເຕັກໂນໂລຊີ, ຊຸກຍູ້ການນຳໃຊ້ AI ຢ່າງສ້າງສັນ ເພື່ອເປັນກຳລັງແຮງຂັບເຄື່ອນການພັດທະນາປະເທດຊາດ ຕາມຍຸກສະໄຫມ, ຮັບປະກັນຄວາມຫມັ້ນຄົງທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ, ສອດຄ່ອງກັບ ແນວທາງນະໂນບາຍຂອງພັກ-ລັດຖະບານວາງອອກ ກໍຄື ການຈັດຕັ້ງປະຕິບັດວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດີຈີຕ້ອນ ຂອງ ສປປລາວ ໃຫ້ປະກົດຜົນເປັນຈິງ.

#ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments