Homeຂ່າວດ່ວນບຸກຈັບກຸ່ມແກ້ງ ຕອບແຊັດເວັບພະນັນອອນລາຍ 24 ຄົນ ມີຄົນລາວ 4 ຄົນ ຢູ່ບ້ານໜອງຈັນ ເມືອງສີສັດຕະນາກ

ບຸກຈັບກຸ່ມແກ້ງ ຕອບແຊັດເວັບພະນັນອອນລາຍ 24 ຄົນ ມີຄົນລາວ 4 ຄົນ ຢູ່ບ້ານໜອງຈັນ ເມືອງສີສັດຕະນາກ

ວັນທີ 17 ກໍລະກົດ 2026 ທີ່ດ່ານສາກົນຂົວມິດຕະພາບລາວ-ໄທ 1 ນະຄອນຫລວງວຽງຈັນ-ໜອງຄາຍ, ກົມຕຳຫລວດເສດຖະກິດ ກົມໃຫຍ່ຕຳຫລວດ ໂດຍການປະສານສົມທົບກັບ ກົມ ຕຳຫລວດພົວພັນຕ່າງປະເທດ ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ໄດ້ມອບຜູ້ຖືກຫາຕອບແຊັດເວັບພະນັນອອນລາຍສັນຊາດໄທ ຈໍານວນ 20 ຄົນ, ຍິງ 8 ຄົນ ໃຫ້ທາງການໄທ ກັບໄປດຳເນີນຄະດີຕາມລະບຽບກົດໝາຍຢູ່ຣາຊະອານາຈັກໄທ.

ຜູ້ຖືກຫາດັ່ງກ່າວ, ຖືກເຈົ້າໜ້າທີ່ກົມຕຳຫລວດເສດຖະກິດ ກົມໃຫຍ່ຕຳຫຼວດ ກັກຕົວໄດ້ໃນຂະນະທີ່ເຈົ້າໜ້າທີ່ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າກວດຄົ້ນ ຊັ້ນ 18, 21 ແລະ ຊັ້ນ 22 ຂອງອາພັດເມັນ ວຽງຈັນ ໄລເຊັນເຕີ ຕັ້ງຢູ່ບ້ານໜອງຈັນ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ພົບເຫັນກຸ່ມແກ້ງໃຫ້ບໍລິການຕອບແຊັດເວັບພະນັນອອນລາຍ 24 ຄົນ, ໃນນີ້ ມີຄົນໄທ ຈໍານວນ 20 ຄົນ ຍິງ 8 ຄົນ ແລະ ຄົນລາວ 4 ຄົນ ຍິງ 3 ຄົນ ແລະ ອຸປະກອນ ທີ່ນໍາໃຊ້ເຂົ້າໃນການເຄື່ອນໄຫວກະທຳຜິດມີ: ຄອມພິວເຕີຕັ້ງໂຕະ ຈໍານວນ 7 ຊຸດ, ຄອມພິວເຕີໂນດບຸກ 9 ເຄື່ອງ, ຈໍຄອມພິວເຕີ ຈໍານວນ 9 ຈໍ, ໂທລະສັບມືຖື ຈໍານວນ 42 ໜ່ວຍ, ເຊິ່ງການກະທໍາຂອງພວກກ່ຽວແມ່ນ ຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ ເປັນຕົ້ນແມ່ນຜິດຕໍ່ປະມວນກົດໝາຍອາຍາມາດຕາ 141 ໃນ ສະຖານ: ການຫລິ້ນການພະນັນທີ່ຕ້ອງຫ້າມ. ໂອກາດນີ້, ສອງຝ່າຍໄດ້ເຊັນບົດບັນທຶກມອບ-ຮັບ ຕົວຜູ້ຖືກຫາຈໍານວນດັ່ງກ່າວ ເຊັນມອບຝ່າຍລາວແມ່ນ ພັທ ຄໍາໄພທູນ ລໍວັນຫງຽນ ຮອງຫົວໜ້າກົມຕຳຫລວດເສດຖະກິດ ແລະ ເຊັນຮັບຝ່າຍໄທແມ່ນ ພັທ ຕີຢາຊາພັດ ຣຸ່ງສີບຣູມານະກູນ ຮອງຜູ້ບັງຄັບ ການກວດຄົນເຂົ້າ-ອອກເມືອງ 4 ປະເທດໄທ, ມີຄະນະຮັບຜິດຊອບທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments