ສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ(ຫສພ) ຈັດປາຖະກະຖາເລົ່າຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026) ໃນວັນທີ 16 ກໍລະກົດ 2026 ໂດຍ ສະຫາຍ ນາງ ພັນຈິນດາ ເລັ່ງສະຫວັດ ຄະນະປະຈໍາພັກ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ເລົ່າຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຕະ ຫລອດ 71 ປີຜ່ານມາ ຊຶ່ງນັບແຕ່ວັນທີ 22 ມີນາ 1955 ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ພັກ ກໍໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຂຶ້ນຢ່າງເປັນທາງການ (ຊຶ່ງເປັນຕົ້ນກຳເນີດ ຂອງອົງການຈັດ ຕັ້ງສະຫະພັນແມ່ຍິງລາວ ໃນປັດຈຸບັນ). ຕະຫລອດໄລຍະຜ່ານມາ ເຖິງປັດຈຸບັນ, ເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ໄດ້ມີຜົນງານອັນໃຫຍ່ຫລວງ ປະກອບສ່ວນເຂົ້າໃນຂະບວນການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາພັດທະນາປະເທດຊາດ.

ພ້ອມກັນນີ້, ສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ ຍັງໄດ້ຈັດພິທີມອບໃບຍ້ອງຍໍ ແລະ ໃບຊົມເຊີຍ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະປີ 2020-2025 ໃຫ້ໜ່ວຍ ແລະ ສະມາ ຊິກແມ່ຍິງ ຫ້ອງວ່າການສູນກາງພັກ, ພ້ອມທັງເຜີຍແຜ່ແຜນການຜັນຂະຫຍາຍຂໍ້ແຂ່ງຂັນ 3 ດີ ໂດຍສະເໜີໃຫ້ແຕ່ລະໜ່ວຍແມ່ຍິງ ພາຍໃນຫ້ອງວ່າການສູນກາງພັກ ຂຶ້ນຈັບມືແຂ່ງຂັນກັນ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະປີ 2026-2030.

ໂອກາດນີ້, ສະຫາຍ ກິຫລຽນທອງ ແກ້ວນໍສິງ ກໍາມະການຄະນະພັກ, ຮອງຫົວຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ຫ້ອງວ່າການສູນກາງພັກ ໄດ້ມີຄໍາເຫັນໂອ້ລົມໂດຍໄດ້ເນັ້ນໃຫ້ ຄະນະສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ ຕ້ອງສືບຕໍ່ນໍາພາວຽກງານສຶກສາອົບຮົມການເມືອງແນວຄິດ ໃນຖັນແຖວສະມາຊິກແມ່ຍິງ ໃນທົ່ວຫ້ອງວ່າການສູນກາງພັກ ໃຫ້ມີຄວາມໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ມີຄວາມສາມັກຄີຮັກແພງຊ່ວຍເຫລືອກັນ, ຮູ້ປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງຊາດ ແລະ ຂອງແມ່ຍິງລາວ; ສູ້ຊົນຝຶກຝົນຫລໍ່ຫລອມຕົນເອງ ແລະ ບຸກທະລຸ ໃຫ້ໄດ້ຈິນຕະນາການດ້ວຍການປ່ຽນແປງໃໝ່; ສະໜັບສະໜູນ, ສ້າງເງື່ອນໄຂ ແລະ ໂອກາດ ໃຫ້ເອື້ອຍນ້ອງສະມາຊິກແມ່ຍິງ ໄດ້ຮັບການພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ; ເອົາໃຈໃສ່ປັບປຸງການຈັດຕັ້ງໃຫ້ໜັກແໜ້ນ ແລະ ເຂັ້ມແຂງ ໃນທຸກດ້ານ; ປັບປຸງແບບແຜນວິທີເຮັດວຽກໃຫ້ແທດເໝາະຕົວຈິງ; ສືບຕໍ່ເປັນເຈົ້າການສ້າງຂະບວນການດ້ານຕ່າງໆ ໂດຍສົມທົບກັບອົງການຈັດຕັ້ງມະຫາຊົນ ພາຍໃນຫ້ອງວ່າການສູນກາງພັກ ໃຫ້ສາມາດເຄື່ອນໄຫວ ໄດ້ຕາມແຜນການ; ເອົາໃຈໃສ່ຍູ້ແຮງການເຄື່ອນໄຫວວຽກງານຮອບດ້ານ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ມີຜົນສໍາເລັດ ຕາມລະດັບຄາດໝາຍ. ອັນສໍາຄັນ ໃຫ້ບັນດາເອື້ອຍນ້ອງສະມາຊິກແມ່ຍິງ ເສີມຂະ ຫຍາຍ ແລະ ຮັກສາມູນເຊື້ອແຫ່ງຄວາມເປັນແມ່ຍິງລາວ ໃຫ້ສົມກັບຄໍາທີ່ວ່າ “ແມ່ຍິງລາວເປັນລູກຜູ້ປະເສີດ ຂອງພັກ ແລະ ຂອງປະເທດຊາດ” ໄວ້ຕະຫລອດໄປ.
ຂ່າວ-ພາບ: ຫເອງວ່າການສູນກາງພັກ

