ວິທະຍຸ ໂທລະພາບ ສູນກາງຈີນ, ໜັງສືພິມ “ຟາຍນັນໂຊທາມ” ຂອງອັງກິດ ສະບັບວັນທີ 13 ກໍລະກົດນີ້ ລາຍງານວ່າ: ຍ້ອນວ່າ ບັນດາປະເທດສະມາຊິກເອີຣົບ ຍາດກັນຊື້ແກັສທຳມະຊາດ ແຮໄວ້ ກ່ອນຄຳສັ່ງຫ້າມນຳເຂົ້າຈາກລັດເຊຍ ມີຜົນບັງຄັບໃຊ້, 6 ເດືອນຕົ້ນປີນີ້, ປະເທດເຫລົ່ານີ້ໄດ້ນຳເຂົ້າແກັສທຳມະຊາດທາດແຫລວ ຈາກລັດເຊຍ ເຖິງ 9,89 ລ້ານໂຕນ ເຊິ່ງໄດ້ສ້າງສະຖິຕິສູງສຸດ ໃນປະຫວັດສາດ ແລະ ເພີ່ມຂຶ້ນ 18% ເມື່ອທຽບໃສ່ປີກາຍ. ສະຫະພາບເອີຣົບ ຈະຈ່າຍເງິນສູງເຖິງ 6 ຕື້ເອີໂຣ. ໃນນັ້ນ, ຝຣັ່ງ, ແບນຊິກ ແລະ ແອັດສະປາຍ ໄດ້ນຳເຂົ້າຫລາຍທີ່ສຸດໂດຍຕ່າງໄດ້ນຳເຂົ້າ 3,6 ລ້ານໂຕນ, 2,9 ລ້ານໂຕນ ແລະ 2,7 ລ້ານໂຕນໃນ 6 ເດືອນຕົ້ນປີນີ້ ຕາມລຳດັບ. ສະຫະພາບເອີຣົບ ໄດ້ຫ້າມບໍ່ໃຫ້ນຳເຂົ້າແກັສທຳມະຊາດທາດແຫລວຈາກລັດເຊຍ ພາຍໃຕ້ຂອບສັນຍາ ໄລຍະສັ້ນ ນັບແຕ່ເດືອນເມສາປີນີ້ເປັນຕົ້ນມາ, ແຕ່ສາມາດນຳເຂົ້າ ຕໍ່ພາຍໃຕ້ ຂອບສັນຍາ ໄລຍະຍາວ, ຈົນໄປເຖິງ ວັນທີ 1 ມັງກອນປີ 2027.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

