ວິທະຍຸກະຈາຍສຽງຫວຽດນາມ, ກອງປະຊຸມປະຈຳປີ ສະຫະພັນການສື່ສານອາຊີ ແລະ ອາຊີຕາເວັນອອກສ່ຽງໃຕ້ 2026 ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ຄຸນໝິງ, ແຂວງຢຸນໜານ ຂອງ ສປ ຈີນ. ຫົວຂໍ້ໄດ້ຮັບຄວາມສົນໃຈຈາກຫລາຍອົງການ ແລະ ອົງການຈັດຕັ້ງສື່ມວນຊົນພາຍໃນພາກພື້ນແມ່ນຄວາມຮັບຜິດຊອບ ຂອງສື່ມວນຊົນໃນຍຸກສະໄໝດີຈີຕອນ ແລະ ຍຸກ AI. ຈາກນັ້ນນັກຂ່າວດົ່ງແມ້ງຮຸ່ງ, ຮອງປະທານ ຜູ້ປະຈຳການສະມາຄົມນັກຂ່າວວິທະຍຸກະຈາຍສຽງຫວຽດນາມ, ເນັ້ນໜັກວ່າປະຈຸບັນມີ 93% ບັນດາຫ້ອງການຂ່າວພວມມີທ່າອ່ຽງເພີ່ມທະວີການລົງທຶນເຂົ້າ AI, ສະນັ້ນ, ເລື່ອງຍົກອອກບັນດາຫລັກການເພື່ອຫັນການນຳໃຊ້ AI ເປັນມາດຖານໃນບັນດາອົງການສື່ມວນຊົນ ແລະ ກຳນົດທິດຄຸນສົມບັດຈັນຍາບັນອາຊີບໃນຍຸກສະໄໝດີຈີຕອນ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຢູ່ຫວຽດນາມ. ໃນສະພາບການຕົວຈິງນັ້ນ, ຜູ້ຕາງໜ້າຫວຽດນາມ ໄດ້ແນະນຳບັນດາຂໍ້ສະເໜີສ້າງ “ພັນທະມິດຮ່ວມມືດີຈີຕອນ” ລະຫວ່າງ ບັນດາອົງການສື່ມວນຊົນຢູ່ພາຍໃນພາກພື້ນ. ໃນຂະນະນັ້ນ, ທ່ານຫົວໜ້າຄະນະໂຄສະນາຄະນະພັກແຂວງຢຸນໜານ, ສປ ຈີນ, ປາດຖະໜາວ່າບັນດາສະມາຊິກຈະຕັ້ງໜ້າໝູນໃຊ້ກຳລັງແຮງຂອງເຕັກໂນໂລຊີໃນສະພາບປັນຍາປະດິດ (AI) ພວມປ່ຽນແປງສື່ມວນຊົນທົ່ວໂລກ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

