Homeຂ່າວຕ່າງປະເທດເວທີສົນທະນາເຈົ້າຄອງນະຄອນໂລກ 2026 ຈັດຂຶ້ນຢູ່ສິບສອງພັ່ນນາ

ເວທີສົນທະນາເຈົ້າຄອງນະຄອນໂລກ 2026 ຈັດຂຶ້ນຢູ່ສິບສອງພັ່ນນາ

ວິທະຍຸ ໂທລະພາບ ສູນກາງຈີນ, ລະຫວ່າງ ວັນທີ 14-16 ກໍລະກົດນີ້, ກອງປະຊຸມ ເວທີສົນທະນາ ເຈົ້າຄອງນະຄອນໂລກ 2026 ໄດ້ຈັດຂຶ້ນຢູ່ກິ່ງ ແຂວງປົກຄອງຕົນເອງເຜົ່າລື້ ສິບສອງພັ່ນນາ ແຂວງຢຸນນານຂອງ ສປ ຈີນ. ເວທີສົນທະນາຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້ “ປ່າຝົນ ແລະ ບ້ານເມືອງ: ການຢູ່ຮ່ວມກັນ, ສ້າງສາຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ”, ຄວບຄູ່ກັບ ການ ຈັດກິດຈະກໍາຕ່າງໆ ເປັນ ຕົ້ນແມ່ນເວທີສົນທະນາຫລັກ ແລະ ການຢ້ຽມ ຢາມ ທັດສະນະສຶກສາ ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ ປິ່ນອ້ອມຫົວຂໍ້ຕ່າງໆ ເຊັ່ນ: ການສ້າງຊົນນະບົດ ໃຫ້ຈະເລີນ ຮຸ່ງ ເຮືອງ, ການພັດທະນາ ອຸດສາຫະກໍາ ທີ່ມີເອກະລັກ, ການອະນຸລັກ ຮັກສາ ສິ່ງແວດລ້ອມ ແລະ ອື່ນໆ ລວມເຖິງ ການສ້າງເວທີການແລກປ່ຽນ ລະ ຫວ່າງ ນະຄອນ ແລະ ເວທີການເຜີຍແຜ່ ຂໍ້ມູນຂ່າວ ສານສາກົນ. ເວທີ ສົນທະນາດັ່ງກ່າວ ຊີ້ນໍາໂດຍ ຫ້ອງການຖະແຫລງຂ່າວ ລັດຖະບານຈີນ, ຈັດໂດຍຫ້ອງການຖະແຫລງຂ່າວ ອົງການປົກຄອງແຂວງຢຸນນານ ແລະ ອົງການປົກຄອງກິ່ງ ແຂວງສິບສອງພັ່ນນາ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments