ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫລວງລອນດອນ ປະເທດອັງກິດວ່າ: ການຢຸດຕິການສົ່ງອອກນ້ຳມັນກະຊວນ ຂອງຣັດເຊຍ ເຊິ່ງເປັນຜູ້ສົ່ງອອກລາຍໃຫຍ່ອັນດັບສອງ ຂອງໂລກ ໄດ້ຊ້ຳເຕີມພາວະການສະໜອງຂາດແຄນຂຶ້ນ ແລະ ຄວາມຕຶງຄຽດໃນເຂດຕາເວັນອອກກາງສົ່ງຜົນໃຫ້ລາຄານໍ້າມັນກະຊວນເພີ່ມສູງຂຶ້ນ ພ້ອມທັງສ້າງແຮງກົດດັນຕໍ່ຂະແໜງການຂົນສົ່ງ, ອຸດສາຫະກຳ ແລະ ເສດຖະກິດໂລກ.
ຣັດເຊຍ ປະກາດຢຸດຕິການສົ່ງອອກນ້ຳມັນກະຊວນ ສົ່ງຜົນໃຫ້ຕະຫລາດພະລັງງານໂລກ ຕ້ອງຜະເຊີນກັບຄວາມຜັນຜວນຢ່າງໜັກ ໂດຍລາຄານ້ຳມັນກະຊວນເພີ່ມສູງຂຶ້ນ. ເຖິງແມ່ນວ່າໃນຫລາຍປະເທດ ທີ່ບໍ່ໄດ້ຊື້ນ້ຳມັນກະຊວນຈາກຣັດເຊຍ ໂດຍກົງແລ້ວກໍຕາມ. ນ້ຳມັນກະຊວນ ເປັນເຊື້ອໄຟ ທີ່ ສຳຄັນ ຂອງ ຂະແໜງ ອຸດສາຫະກຳ, ການຂົນສົ່ງ, ການກະສິກຳ ແລະ ການຜະລິດໄຟຟ້າ ເຮັດໃຫ້ ການປັບຕົວຂຶ້ນ ຂອງ ລາຄາມີທ່າອຽງ ສົ່ງຜົນກະທົບ ຕໍ່ເສດຖະກິດໂລກ ເປັນວົງກວ້າງ. ປັດຈຸບັນ, ຣັດເຊຍ ເປັນຜູ້ສົ່ງອອກ ນ້ຳມັນກະຊວນ ລາຍໃຫຍ່ອັນດັບສອງຂອງໂລກ ຖັດຈາກ ສ.ອາເມລິກາ ໂດຍກ່ອນໜ້ານີ້ ການສົ່ງອອກ ໄດ້ຢຸດຈຶ້ງ ຈາກ ບັນຫາການຂາດແຄນເຊື້ອໄຟ ພາຍໃນ ປະເທດ ຫລັງຈາກ ໂຮງກັ່ນຫລາຍແຫ່ງ ໄດ້ຖືກໂດຣນ ຂອງ ອູແກຣນ ໂຈມຕີ.

