Homeຂ່າວໜ້າໜຶ່ງແມ່ຍິງລາວຜູ້ເຮັດໜ້າທີ່ປະຈັນບານຢູ່ແນວໜ້າ ທັງຮັບປະກັນວຽກງານຢູ່ແນວຫຼັງ

ແມ່ຍິງລາວຜູ້ເຮັດໜ້າທີ່ປະຈັນບານຢູ່ແນວໜ້າ ທັງຮັບປະກັນວຽກງານຢູ່ແນວຫຼັງ

ໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີທີ່ຈະມາຮອດນີ້, ສະຫາຍ ພັນເອກ ນາງ ພວງທອງ ສຸຍະວົງ, ຮອງປະທານ ຄະນະສະມາຊິກສະພາແຫ່ງຊາດເພດຍິງ ຊຸດທີ X, ຮອງຜູ້ອຳນວຍການ ບໍລິສັດ ລັດວິສາຫະກິດ ຂາອອກ-ຂາເຂົ້າ ກອງທັບ, ສະມາຊິກສະພາແຫ່ງຊາດ ປະຈຳເຂດທີ8 ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວວ່າ: ແຕ່ໃດມາ ແມ່ຍິງລາວບັນດາເຜົ່າກໍເປັນພາກສ່ວນໜຶ່ງໃນກຳລັງແຮງທີ່ສຳຄັນຂອງພັກ ໃນເມື່ອກ່ອນ, ເອື້ອຍນ້ອງແມ່ຍິງລາວໄດ້ມີຜົນງານອັນໃຫຍ່ຫຼວງໃນຂະບວນການຕໍ່ສູ້ປົດປ່ອຍຊາດ ກໍຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເຮັດໜ້າທີ່ປະຈັນບານປະຈຳໜາມຮົບຢ່າງພິລະອາດຫານຢູ່ແນວໜ້າ ແລະ ຮັບປະກັນວຽກງານຢູ່ແນວຫຼັງ ຂອງບັນດາການນໍາ ກໍຄືນັກຮົບປະຕິວັດ, ຈັບປືນຄ່ຽງບ່າຄຽງໄຫຼ່ຮ່ວມຂຸມຄອງ ກັບເພດຊາຍຕໍ່ສູ້ຜ່ານຜ່າລູກປືນ, ລູກລະເບີດຂອງພວກຈັກກະພັດ, ທັງຕໍ່ສູ້ ແລະ ທັງເພີ່ມພູນຜະລິດຜົນ ເປັນທ່ານໝໍໃນເວລາບາດເຈັບ, ເປັນເອື້ອຍລ້ຽງໃນຍາມຫີວ, ຈົນຍາດໄດ້ໄຊຊະນະ ແລະ ປົດປ່ອຍປະເທດຊາດໄດ້ຢ່າງສະຫງ່າຜ່າເຜີຍ.

ສະຫາຍ ຍັງຮູ້ຕື່ມອີກວ່າ: ໃນຍຸກສະໄໝໃໝ່ນີ້, ແມ່ຍິງກໍຍັງເປັນເພດທີ່ມີບົດບາດສຳຄັນໃນການຂັບເຄື່ອນສັງຄົມ, ປະກອບສ່ວນຊຸກຍູ້ເຂົ້າໃນການພັດທະນາປະເທດຊາດ; ເຖິງແມ່ນວ່າແມ່ຍິງຈະເປັນເພດທີ່ມີຄວາມອ່ອນໂຍນແຕ່ມີຄວາມເຂັ້ມແຂງໃນເວລາດຽວກັນ, ໃນການເຮັດວຽກມັກຈະມີຄວາມລະອຽດຮອບຄອບ ແລະ ໃນເມື່ອເຖິງຍາມສຳຄັນ ກໍມີຄວາມກ້າຫານໃນການຕັດສິນໃຈ, ມີຄວາມໜັກແໜ້ນ ແລະ ມີຄວາມຫ້າວຫັນມຸມານະສູງໃນການປະຕິບັດໜ້າທີ່ວຽກງານເທົ່າທຽມເພດຊາຍ. ຢ່າງໃດກໍຕາມ, ເພື່ອຍົກສູງບົດບາດແມ່ຍິງໃຫ້ສູງຂຶ້ນ ແລະ ເປັນທີ່ຮັບຮູ້ໃນສາກົນໃຫ້ກວ້າງອອກ, ແມ່ຍິງ ຕ້ອງເປັນເຈົ້າການໃນການຍົກລະດັບໃນທຸກດ້ານ, ກ້າຕໍ່ສູ້ກັບສິ່ງທີ່ກີດຂວາງ ຕໍ່ການພັດທະນາຕົນເອງ, ເປັນ “ພະນັກງານຜູ້ສືບທອດ” ຢ່າງແທ້ຈິງ; ຊຸກຍູ້ຂະບວນການປະຕິບັດ ຂໍ້ແຂ່ງຂັນ 3 ດີ ຕິດພັນກັບ ຂະບວນແຂ່ງຂັນ “ຮັກຊາດ ແລະ ພັດທະນາ”, ສ້າງຄອບຄົວ ແລະ ແມ່ຍິງ 3 ດີ ໃຫ້ເປັນຂະບວນຟົດຟື້ນ, ກວ້າງຂວາງ ແລະ ເລິກເຊິ່ງ ຕິດພັນກັບການສ້າງຂະບວນການລວມຂອງພັກ, ຂອງຊາດ; ສະຫະພັນແມ່ຍິງແຕ່ລະຂັ້ນ ຕ້ອງເຂົ້າຮ່ວມຢ່າງແຂງແຮງ ໃນການແກ້ໄຂຄວາມທຸກຍາກຫຼ້າຫຼັງ ທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່, ທັງເປັນເຈົ້າການເພີ່ມທະວີການພົວພັນຮ່ວມມື ກັບອົງການຈັດຕັ້ງແມ່ຍິງປະເທດເພື່ອນມິດຍຸດທະສາດ, ບັນດາປະເທດເພື່ອນມິດໃນໂລກ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ຢ່າງມີຈຸດສຸມ ແລະ ມີການເລືອກເຟັ້ນ ເພື່ອຍາດແຍ່ງເອົາທຶນຮອນ, ຄວາມຮູ້, ບົດຮຽນ, ປະສົບການ ໃຫ້ ເປັນກໍາລັງແຮງສັງລວມ ເຂົ້າໃນການປັບປຸງ, ຍົກລະດັບ ແລະ ພັດທະນາແມ່ຍິງລາວ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ສັງລວມແລ້ວຕະຫຼອດໄລຍະ 71 ປີຜ່ານມາ, ອົງການຈັດຕັ້ງແມ່ຍິງ ໄດ້ເຄື່ອນໄຫວຕາມພາລະບົດບາດ ທີ່ກໍານົດໄວ້ໃນກົດລະບຽບ, ໂຄງການດຳເນີນງານຂອງແມ່ຍິງ ໄດ້ປັບປຸ່ງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ຂອງພັກແຕ່ລະໄລຍະປະຕິບັດສິດສະເໝີພາບລະຫວ່າງ ຍິງ-ຊາຍ ໃນທຸກດ້ານ, ແມ່ຍິງຈຳນວນບໍ່ໜ້ອຍໄດ້ຮັບການຍໍຍ້ອງໃນຫຼາຍຮູບແບບ ແລະ ໄດ້ຮັບຄວາມໄວ້ເນື້ອເຊື້ອໃຈຈາກພັກ-ລັດ ໂດຍສະແດງໃນຕຳແໜ່ງພັກ, ລັດ ລ້ວນແລ້ວແຕ່ມີເພດຍິງທີ່ສອດຫ້ອຍຢູ່ໃນແຕ່ລະຂະແໜງການ ນັບແຕ່ຂັ້ນສູງ, ສູນກາງ ລົງຮອດ ທ້ອງຖີ່ນ. ອັນນີ້ໄດ້ພິສູດໃຫ້ເຫັນວ່າ ບົດບາດແມ່ຍິງເຮົານັບມື້ສູງຂຶ້ນ ທັງພາຍໃນປະເທດ ກໍຄືພາກພື້ນ ແລະ ສາກົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments