ວັນທີ 15 ກໍລະກົດ 2026, ໃນໂອກາດທີ່ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຈໍາປາສັກ ພ້ອມດ້ວຍຄະນະ ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ປະເທດຮົງກາຣີ ກໍໄດ້ພົບປະຢ້ຽມຢາມທ່ານ ທ່ານ ຄຳພອນ ວົງສັນຕິ ທູດລາວ ປະຈຳ ຮົງກາລີ.
ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ເລຂາຄະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຈໍາປາສັກ ກໍໄດ້ກ່າວຂອບໃຈທ່ານທູດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ພ້ອມນີ້ ກໍໄດ້ແຈ້ງຈຸດປະສົງທີ່ມາເຄື່ອນໄຫວຢ້ຽມຢາມປະເທດຮົງກາຣີ ກໍເພື່ອສືບຕໍ່ຜັນຂະຫຍາຍການພົວພັນ ແລະ ຍົກລະດັບການຮ່ວມມື ກັບເມືອງມິດຕະພາບ ແລະ ການຮ່ວມມືດ້ານການທ່ອງທ່ຽວ ເພາະວ່າ ຄະນະພັກ – ຄະນະກໍາມະການປົກຄອງແຂວງຈຳປາສັກ ໄດ້ກໍານົດທິດທາງສ້າງແຂວງ ເປັນສູນກາງການພັດທະນາດ້ານກະສິກຳ, ສຸມໃສ່ການປູກພືດລາຄາແພງ ຕິດພັນກັບການປຸງແຕ່ງ ເພື່ອສ້າງມູນຄ່າໃນການສົ່ງອອກ; ດ້ານການທ່ອງທ່ຽວ, ເນັ້ນແລກປ່ຽນກ່ຽວກັບກິດຈະກຳການທ່ອງທ່ຽວເປັນມືອາຊີບ ເຊິ່ງແຂວງຈຳປາສັກມີທ່າແຮງຫຼາຍດ້ານ; ດ້ານໂລຈີສຕິກ ແຂວງຈໍາປາສັກ ຈະກາຍເປັນສູນກາງ ໂດຍສະເພາະດ່ານໜອງນົກຂຽນ ເຊິ່ງຈະມີການເປີດສາງຄ່ຽນຖ່າຍສິນຄ້າໃນມໍ່ໆນີ້. ນອກນີ້ ຍັງເອົາໃຈໃສ່ສົ່ງເສີມດ້ານການຄ້າ, ພະລັງງານສະອາດ. ຍ້ອນແນວນັ້ນ, ຈິ່ງຂໍຄວາມຊ່ວຍເຫຼືອນໍາທ່ານທູດລາວ ປະຈໍາຮົງກາຣີ ຊ່ວຍຊຸກຍູ້ກ່ຽວກັບການຮ່ວມມືກັບ ລະຫວ່າງ ນະຄອນປາກເຊ ກັບ ເມືອງຢີແຮລາຊໍ.

ຕໍ່ມາ, ທ່ານ ຄຳພອນ ວົງສັນຕິ ທູດລາວ ປະຈຳ ຮົງກາລີ ກໍໄດ້ສະເໜີສະພາບລວມການຮ່ວມມື ລາວ – ຮົງກາຣີ ໃນໄລຍະຜ່ານມາ ເຊິ່ງໄດ້ຍົກລະດັບຂຶ້ນໄປແຕ່ລະຂັ້ນ, ຍ້ອນ ສປປ ລາວ ມີບົດບາດໃນສະມາຄົມອາຊຽນ. ສໍາລັບທິດທາງການພົວພັນຮ່ວມມື ທີ່ທ່ານເລຂາຄະນະບໍລິຫານງານພັກແຂວງ ສະເໜີ, ທ່ານທູດຈະໄປພົບລັດຖະມົນຕີກະຊວງການຕ່າງປະເທດ ຮົງກາຣີ ໂດຍເຕົ້າໂຮມບັນດາທູດໃນອາຊຽນ, ພ້ອມນັ້ນຈະໄດ້ເອົາການພົບປະກັບລັດຖະສະພາ ແລະ ການເຄື່ອນໄຫວຢ້ຽມຢາມຂອງຄະນະຜູ້ແທນແຂວງຈໍາປາສັກ ລາຍງານ ລັດຖະມົນຕີກະຊວງການຕ່າງປະເທດ.
ທ່ານ ທູດລາວ ປະຈຳ ຮົງກາຣີ ມີຄໍາເຫັນຕື່ມວ່າ: ຈຸດປະສົງການມາເຄື່ອນໄຫວຢ້ຽມຢາມຂອງແຂວງຈໍາປາສັກ ແມ່ນສອດຄ່ອງກັບນະໂຍບາຍສົ່ງເສີມກະສິກຳ 3 ດ້ານ, ປັດຈຸບັນແມ່ນແຂ່ງຂັນກັນດ້ວຍເທັກໂນໂລຊີ ເພາະຈະໄດ້ສົ່ງເສີມດ້ານປະສິດທິພາບ, ເນັ້ນເຖິງການຄົ້ວຄວ້າຂໍ້ມູນຂ່າວສານການວິໄຈ, ການທົດລອງ; ການທ່ອງທ່ຽວ ແມ່ນເນັ້ນໃສ່ສົ່ງເສີມການທ່ອງທ່ຽວ ອາຊຽນແບບປະສົມປະສານ, ທາງສະຖານທູດຈະອຳນວຍຄວາມສະດວກໃຫ້ເຕັມທີ່. ພ້ອມນີ້, ກໍຂໍໃຫ້ຊຸກຍູ້ ບັນດາຂະແຫນງການອື່ນ ຫຼື ແຂວງອື່ນທີ່ມີທ່າແຮງໃນກ່ນຮ່ວມມື ແບບແຂວງຈຳປາສັກ ໃຫ້ມາຮ່ວມມືກັບ ເມືອງຢີແຮລາຊໍ ໃນອານາຄົດ.

