Homeຂ່າວພາຍໃນສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດພິທີສະເຫຼີມສະຫຼອງ ແລະ ເທດສະການອາຫານ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955 –...

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດພິທີສະເຫຼີມສະຫຼອງ ແລະ ເທດສະການອາຫານ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955 – 20 ກໍລະກົດ 2026)

ໃນວັນທີ 14 ກໍລະກົດ 2026, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດພິທີສະເຫຼີມສະຫຼອງ ແລະ ງານເທດສະການອາຫານ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955 – 20 ກໍລະກົດ 2026) ທີ່ໃກ້ຈະມາເຖິງນີ້ ທີ່ ກະຊວງການຕ່າງປະເທດ, ພາຍໃຕ້ການເປັນປະທານຂອງ ທ່ານ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ, ເຊິ່ງມີບັນດາພັນລະຍາການນໍາ, ພະນັກງານບໍານານເພດຍິງ, ອົງການຈັດຕັ້ງກຳມະບານ ແລະ ຊາວໜຸ່ມ, ຕະຫຼອດຮອດ ຄະນະບໍລິຫານງານ ແລະ ສະມາຊິກສະຫະພັນແມ່ຍິງຂອງກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ນອກຈາກນີ້, ຍັງມີຜູ້ຕາງໜ້າຈາກສູນກາງສະຫະພັນແມ່ຍິງລາວ, ສະຫະພັນແມ່ຍິງກະຊວງຂະແໜງການອ້ອມຂ້າງສູນກາງ ແລະ ບັນດາຫົວໜ່ວຍທຸລະກິດ ທີ່ໃຫ້ການສະໜັບສະໜູນໃນການຈັດງານຄັ້ງນີ້ ກໍໄດ້ເຂົ້າຮ່ວມເຊັ່ນດຽວກັນ.

ໃນພິທີຄັ້ງນີ້ ທ່ານ ນາງ ແສງດາວັນ ວົງໄຊ, ກໍາມະການຄະນະພັກ, ປະທານສະຫະພັນກະຊວງການຕ່າງປະເທດ ໄດ້ນໍາສະເໜີໂດຍຫຍໍ້ ກ່ຽວກັບ ປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງການສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຕະຫຼອດໄລຍະ 71 ປີ ຜ່ານມາ ກໍຄື ມູນເຊື້ອອັນດີງາມຂອງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ. ພ້ອມນີ້, ທ່ານ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດກ່າວເປີດພິທີຢ່າງເປັນທາງການ ແລະ ໄດ້ໃຫ້ທິດຊີ້ນໍາຕໍ່ການເຄື່ອນໄຫວວຽກງານຂອງແມ່ຍິງ ໂດຍລວມ, ໂດຍສະເພາະ ຕໍ່ພະນັກງານເພດຍິງຂອງກະຊວງການຕ່າງປະເທດ ທີ່ຄວນສືບຕໍ່ເອົາໃຈໃສ່ຮັກສາມູນເຊື້ອອັນດີງາມຂອງແມ່ຍິງລາວ ກໍຄື ການສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ, ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ ຍາດມາໄດ້ ໃນໄລຍະຜ່ານມາ.

ພ້ອມກັນນັ້ນ, ບັນດາຜູ້ເຂົ້າຮ່ວມ ໄດ້ຢ້ຽມຢາມຮ້ານວາງສະແດງຂອງແຕ່ລະໜ່ວຍສະຫະພັນແມ່ຍິງກະຊວງການຕ່າງປະເທດ ທີ່ມີການຈໍາໜ່າຍສິນຄ້າ, ຜະລິດຕະພັນ, ອາຫານ ແລະ ເຄື່ອງດື່ມ ຫຼາກຫຼາຍປະເພດ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄຸນຄ່າຄວາມສໍາຄັນທາງດ້ານວັດທະນະທໍາຂອງລາວ ໂດຍສະເພາະແມ່ນພູມປັນຍາຂອງການປຸງແຕ່ງອາຫານລາວທີ່ເປັນເອກະລັກ ພ້ອມທັງສ່ອງແສງໃຫ້ເຫັນເຖິງຄວາມສາມັກຄີຮັກແພງ ແລະ ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນຂອງເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ.

ໃນໂອກາດດັ່ງກ່າວ, ໄດ້ມີການມອບຂອງຂວັນອວຍພອນໃຫ້ແກ່ພັນລະຍາການນໍາ ແລະ ພະນັກງານບໍານານເພດຍິງຂອງກະຊວງການຕ່າງປະເທດ ເພື່ອເປັນການສະແດງຄວາມຊົມເຊີຍ, ຮູ້ບຸນຄຸນ ແລະ ລະນຶກເຖິງຄຸນງານຄວາມດີໃນການປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງກະຊວງການຕ່າງປະເທດ ຕະຫຼອດໄລຍະຜ່ານມາ. ຄຽງຄູ່ກັນນີ້, ກໍໄດ້ມີການມອບໃບກຽດຕິຄຸນ ໃຫ້ແກ່ ບັນດາຫົວໜ່ວຍທຸລະກິດ ຈໍານວນໜຶ່ງ ທີ່ໄດ້ປະກອບສ່ວນ ແລະ ໃຫ້ການສະໜັບສະໜູນໃນການຈັດງານຄັ້ງນີ້ອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments