ການລາດຕະເວນຮ່ວມທາງນ້ຳ ຂອງໜ່ວຍປະຕິບັດງານ ເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ ລະຫວ່າງ ກອງບັນຊາການທະຫານແຂວງບໍ່ແກ້ວ ສປປ ລາວ ກັບ ກອງກຳລັງຜາເມືອງ ແຂວງຊຽງຣາຍ ຣາຊະອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 14 ກໍລະກົດ 2026 ນີ້ ທີ່ສຳນັກງານ ດ່ານສູນກວດກາຈຸດລະກອນ ຣາຊະອານາຈັກໄທ ໂດຍການເປັນປະທານຮ່ວມຝ່າຍລາວ ນຳໂດຍ ທ່ານ ພັນເອກ ແສງເພັດ ແສງມະນີ ຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງບໍ່ແກ້ວ ຫົວໜ້າຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ, ຝ່າຍໄທ ນຳໂດຍ ທ່ານ ພົນຕີ ສາທິດ ໄວຍະນົນ ຫົວໜ້າຜູ້ບັນຊາການ ກອງກຳລັງຜາເມືອງ ກອງທັບຣາຊະອານາຈັກໄທ ຫົວໜ້າຄະນະປະຕິບັດງານເພື່ອແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ໄທ-ລາວ ພ້ອມດ້ວຍຄະນະປະຕິບັດງານ ແລະ ໜ່ວຍປະສານງານປະຈຳພື້ນທີ່ທັງສອງຝ່າຍ ລາວ-ໄທ, ໄທ-ລາວ ເຂົ້າຮ່ວມ.

ໃນນີ້ທັງສອງຝ່າຍໄດ້ພັດປ່ຽນລາຍງານ, ແລກປ່ຽນບົດຮຽນການລາດຕະເວນທາງນ້ຳ ຕາມລຳແມ່ນ້ຳຂອງຮ່ວມ ລາວ-ໄທ ໂດຍສະເພາະແມ່ນ ການເອກະພາບບັນດາເນື້ອໃນຂັ້ນຕອນການປະສານງານກໍ່ຄື ຂັ້ນຕອນແຕ່ລະບາດກ້າວ ໃນການລາດຕະເວນທາງນ້ຳເພື່ອແນໃສ່ຮັບປະກັນໃຫ້ການລາດຕະເວນທາງນ້ຳໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ຮັບປະກັນໄດ້ຄວາມປອດໄພ. ນອກນັ້ນ, ຍັງໄດ້ສະແດງໃຫ້ເຫັນເຖິງການພົວພັນຮ່ວມມືທີ່ດີຂອງທັງ 2 ປະເທດ ລາວ-ໄທ, ໄທ-ລາວ ໃນການແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ເຊິ່ງເປັນການເຄື່ອນໄຫວຮູບການໜຶ່ງ ແລະ ເປັນສັນຍາລັກໜຶ່ງສະທ້ອນໃຫ້ເຫັນເຖິງການພົວພັນຮ່ວມມືທີ່ສະໜິດແໜ້ນຂອງເຈົ້າໜ້າທີ່ສອງຝ່າຍ ແນໃສ່ສ້າງຄວາມກັງວົນ ແລະ ຢ້ານກົວ ໃຫ້ແກ່ກຸ່ມຄ້າຂາຍຢາເສບຕິດຕາມພື້ນທີ່ ແລະ ມີຄວາມຢໍ່າເກງ ຕໍ່ໜ້າກົດໝາຍບ້ານເມືອງ ກໍ່ຄືກົດໝາຍສາກົນ, ຮັບຮູ້ໄດ້ເຖິງຄວາມເອົາໃຈໃສ່ ແລະ ເອົາຈິງເອົາຈັງໃນການຕ້ານ ແລະ ສະກັດກັ້ນຂະບວນການຄ້າຢາເສບຕິດຂອງ 2 ປະເທດ, 2ກອງທັບ ລາວ-ໄທ ແລະ ເຊື່ອໝັ້ນວ່າການຮ່ວມມືຂອງຄະນະປະສານງານພາກເໜືອ ສ ປປ ລາວ-ຣາຊະອານາຈັກໄທ ນັບມື້ກ້າວເຂົ້າສູ່ລວງເລິກ ມີຄວາມໄວ້ເນື້ອ ເຊື່ອໃຈເຊິ່ງກັນ ແລະ ກັນ, ແລກປ່ຽນປະສົບການ, ແລກປ່ຽນຂໍ້ມູນຂ່າວສານຮ່ວມກັນ, ແນໃສ່ເຮັດໃຫ້ບັນຫາປະກົດການຫຍໍ້ທໍ້ເຂດຊາຍແດນຫຼຸດໜ້ອຍຖອຍລົງເປັນກ້າວໆ ທັງເປັນແບບຢ່າງໃຫ້ແກ່ຄະນະອື່ນໆ ນຳໄປຈັດຕັ້ງປະຕິບັດໃຫ້ເກີດຜົນຕໍ່ໄປ.

