ການແຂ່ງຂັນບານໂລກ 2026 ຮອບຮອງຊະນະເລີດ ທີ່ສະ ໜາມແອດແລນຕາ ສະເຕດ້ຽມ ປະເທດສະຫະລັດອາເມຣິກາ ເມື່ອຕອນເຊົ້າຂອງວັນທີ 16 ກໍລະກົດ 2026 ເວລາ 02:00 ໂມງ ຕາມເວລາໃນ ສປປ ລາວ ທີມຊາດອາກຊັງຕິນ ແຊັມເກົ່າ ສ້າງປາຕິຫານໂກ່ງຄວາມຕາຍອີກຄັ້ງ ຫຼັງຈາກພິກຈາກການເປັນຮອງກ່ອນ 0-1 ກັບມາໄລ່ແຊງຊະນະ ທີມຊາດອັງກິດ ໃນໄລຍະທົດເວລາບາດເຈັບ 2-1 ຜ່ານເຂົ້າສູ່ຮອບຊີງຊະນະເລີດເປັນສະໄໝທີ 2 ຕິດຕໍ່ກັນ ໄປພົບກັບ ທີມຊາດແອັດສະປາຍ ໄດ້ສຳເລັດ. ເຄິ່ງເວລາທຳອິດ ທັງ ອັງກິດ ແລະ ອາກຊັງ ສະເໝີກັນຢູ່ 0-0 ເຂົ້າສູ່ເຄິ່ງເວລາທີສອງ ເປັນຝ່າຍ ອັງກິດ ທີ່ຂຶ້ນນຳໄປກ່ອນ 1-0 ໃນນາທີ 55 ຈາກ ແອນໂທນີ ກອດອນ ຫຼັງຈາກເສຍປະຕູ ອາກຊັງຕິນ ກໍເປີດເກມບຸກກົດດັນຢ່າງໜັກ ແລະ ສາມາດຕາມຕີສະເໝີເປັນ 1-1 ໄດ້ສຳເລັດ ໃນນາທີ 85 ຈາກ ເອັນໂຊ ເຟີນານເດດ ຍັງບໍ່ໝົດພຽງເທົ່ານັ້ນ ໃນໄລຍະທົດເວລາບາດເຈັບນາທີ 90+2 ເລົາຕາໂຣ ມາຕີເນດ ມາຍິງປະຕູໃຫ້ ອາກຊັງຕິນ ແຊງຂຶ້ນນຳເປັນ 2-1 ໃນໄລຍະເວລາທີ່ເຫຼືອບໍ່ມີຝ່າຍໃດເຮັດປະຕູເພີ່ມໄດ້ ຈົບເກມ ອາກຊັງຕິນ ພິກກັບມາເອົາຊະນະ ອັງກິດ ໄປຢ່າງສຸດມ່ວນ 2-1 ຜ່ານເຂົ້າສູ່ຮອບຊີງຊະນະເລີດ ໄປພົບກັບ ແອັດສະປາຍ ທີ່ສະໜາມ ນິວຢອກ ນິວເຈີຊີ ສະເຕດ້ຽມ ໃນວັນທີ 19 ກໍລະກົດ 2026 ນີ້.

