ໃນໂອກາດເຂົ້າຮ່ວມກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I. ທ່ານ ນາງ ພວງມະໄລ ພົງພາວັນ ອະດີດຮອງອໍານວຍການໂທລະພາບແຫ່ງຊາດລາວ (ທຊລ) ທັງເປັນອະດີດໂຄສົກຂອງແນວລາວຮັກຊາດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 14 ກໍລະກົດນີ້, ທີ່ຫໍປະຊຸມແຫ່ງຊາດ ວ່າ: ກອງປະຊຸມໃນຄັ້ງນີ້ມີຄວາມ ໝາຍສໍາຄັນຫຼາຍ, ມີຄວາມພາກພູມໃຈຕໍ່ບາດກ້າວການຂະຫຍາຍຕົວຢ່າງຮອບດ້ານ ຂອງວົງການສື່ມວນຊົນລາວ ພ້ອມທັງເນັ້ນໜັກເຖິງໜ້າທີ່ອັນສໍາຄັນຂອງນັກຂ່າວ ໃນການເປັນກະບອກສຽງອັນສັດຊື່ບໍລິສຸດຂອງພັກ-ລັດ, ການປົກປັກຮັກສາຮີດຄອງປະເພນີອັນດີງາມ ແລະ ການເພີ່ມທະວີສະຕິຕໍ່ກັບຂໍ້ມູນບິດເບືອນໃນຍຸກສື່ສັງຄົມອອນລາຍ.
ທ່ານ ນາງ ພວງມະໄລ ພົງພາວັນ ໄດ້ຫວນຄືນຫຼັງປຽບທຽບໃຫ້ເຫັນເຖິງຄວາມແຕກຕ່າງລະຫວ່າງການເຮັດວຽກສື່ມວນຊົນໃນສະໄໝກ່ອນ ແລະ ປັດຈຸບັນວ່າ: ມີຄວາມແຕກຕ່າງກັນ “ປານຟ້າກັບດິນ”. ໃນອະດີດ, ພາຫະນະ ແລະ ເຄື່ອງມືຮັບໃຊ້ສື່ມວນຊົນແມ່ນມີຄວາມຂາດເຂີນ ແລະ ບໍ່ທັນສະໄໝ, ແຕ່ມາຮອດປັດຈຸບັນ, ດ້ານເຕັກນິກ ແລະ ເຄື່ອງມືຮັບໃຊ້ສື່ມວນຊົນລາວ ແມ່ນໄດ້ຮັບການພັດທະນາໃຫ້ມີຄວາມທັນສະໄໝ ກ້າວໜ້າທຽບທັນກັບຫຼາຍປະເທດໃນພາກພື້ນ ແລະ ສາກົນ. ພ້ອມດຽວກັນນັ້ນ, ທ່ານໄດ້ຊີ້ໃຫ້ເຫັນເຖິງສິ່ງທ້າທາຍໃນຍຸກປັດຈຸບັນ ໂດຍສະເພາະ ແມ່ນການປະເຊີນໜ້າກັບຂໍ້ມູນຂ່າວສານທີ່ບິດເບືອນໃນໂລກອອນລາຍ ທີ່ມີຈຸດປະສົງໂຈມຕີ ແລະ ທໍາລາຍການປະຕິວັດ. ທ່ານຍັງໄດ້ເນັ້ນໜັກວ່າ: “ພວກເຮົາເປັນສື່ມວນຊົນ ຈະຕ້ອງມີທັກສະຢ່າງຈະແຈ້ງ, ມີຄວາມສັດຊື່ບໍລິສຸດ, ອອກຂ່າວກໍແມ່ນຕາມຄວາມຈິງ, ບໍ່ບິດເບືອນຄວາມຈິງ ແລະ ພ້ອມກັນຕ້ານສິ່ງທີ່ບິດເບືອນຄວາມຈິງ. “ນອກຈາກນີ້, ທ່ານຍັງໄດ້ຍົກໃຫ້ເຫັນເຖິງລັກສະນະພິເສດທາງດ້ານພູມສາດ ແລະ ພາສາປາກເວົ້າຂອງລາວ ທີ່ມີຄວາມໃກ້ຄຽງກັບປະເທດເພື່ອນບ້ານ ຊຶ່ງຖືເປັນຄວາມຍາກລໍາບາກ ແລະ ເປັນຈຸດທີ່ສື່ມວນຊົນລາວຕ້ອງໄດ້ເອົາໃຈໃສ່ເປັນພິເສດ. ໃນຍຸກປັດຈຸບັນ, ຍຸກຂໍ້ມູນຂ່າວສານ ຮຽກຮ້ອງໃຫ້ສື່ມວນຊົນເອົາໃຈໃສ່ປົກປັກຮັກສາ ແລະ ສົ່ງເສີມວັດທະນະທໍາລາວຢ່າງແທ້ຈິງ ຊຶ່ງກວມເອົາທັງດ້ານພາສາປາກເວົ້າ, ການຂຽນ, ການນຸ່ງຖື ເພື່ອເຮັດໃຫ້ປະຊາຊົນ ແລະ ສາກົນໄດ້ຮັບຮູ້ເຖິງເອກະລັກອັນດີງາມຂອງຊາດລາວ ໂດຍຫຼີກເວັ້ນການນໍາໃຊ້ພາສາທີ່ບໍ່ສຸພາບ ຫຼື ບໍ່ຖືກຕ້ອງຕາມຮີດຄອງປະເພນີ.
ທ່ານ ນາງ ພວງມະໄລ ພົງພາວັນ ກ່າວຕື່ມວ່າ: ດ້ວຍການຊີ້ນໍາ-ນໍາພາຂອງພັກ ແລະ ຄວາມຮັບຜິດ ຊອບສູງຂອງຖັນແຖວສື່ມວນຊົນ, ວົງການສື່ມວນຊົນລາວ ຈະສືບຕໍ່ເຕີບໃຫຍ່ເຂັ້ມແຂງ ສາມາດຕີຖອຍທຸກຖ້ອຍທໍານອງບິດເບືອນຂອງກຸ່ມຄົນບໍ່ດີ ແລະ ສາມາດເຮັດໜ້າທີ່ເປັນຂົວຕໍ່ອັນໜັກແໜ້ນ ລະຫວ່າງພັກ-ລັດ ກັບປະຊາຊົນລາວບັນດາເຜົ່າ ພ້ອມທັງເຜີຍແຜ່ພາບພົດອັນສະຫງ່າງາມຂອງປະເທດຊາດ ອອກສູ່ສາຍຕາຊາວໂລກໄດ້ຢ່າງມີປະສິດທິຜົນ.

