ຍຸກອຸດສາຫະກໍາ 4.0 ກໍຄືຍຸກການຫັນເປັນດີຈີຕອນ ຊຶ່ງອຸປະກອນສື່ສານໄດ້ກາຍເປັນກາຍະອິນຊີໜຶ່ງຢູ່ນອກຮ່າງກາຍຂອງຄົນເຮົາທີ່ຂາດບໍ່ໄດ້ໃນຊີວິດປະຈໍາວັນ ໂດຍສະເພາະການເກີດຂຶ້ນຂອງສື່ສັງຄົມອອນລາຍ, ປັນຍາປະດິດ (AI), ຖານຂໍ້ມູນຂະໜາດໃຫຍ່ ແລະ ພື້ນຖານການບໍລິການຈັດສົ່ງຂໍ້ມູນຕ່າງໆ ຢູ່ຄອມພິວເຕີຜ່ານອິນເຕີເນັດ.
ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ປະກອບຄໍາເຫັນຕ່ໍກອງປະຊຸມສື່ມວນຊົນທົ່ວປະເທດ ຄັ້ງທີ I ໃນຫົວຂໍ້: “ການປົກປ້ອງສິດ ແລະ ຜົນປະໂຫຍດຂອງສື່ມວນຊົນໃນຍຸກອຸດສາຫະກໍາ 4.0 ໃນວັນທີ 14 ກໍລະກົດຜ່ານມາວ່າ: ຍຸກອຸດສາຫະກໍາ 4.0 ກໍຄືຍຸກການຫັນເປັນດີຈີຕອນ ອຸປະກອນສື່ສານໄດ້ກາຍເປັນກາຍະອິນຊີໜຶ່ງຢູ່ນອກຮ່າງກາຍຂອງຄົນເຮົາທີ່ຂາດບໍ່ໄດ້ໃນຊີວິດປະຈໍາວັນ ໂດຍສະເພາະແມ່ນການເກີດຂຶ້ນຂອງສື່ສັງຄົມອອນລາຍ, ປັນຍາປະດິດ (AI), ຖານຂໍ້ມູນຂະໜາດໃຫຍ່ ແລະ ພື້ນຖານການບໍລິການຈັດສົ່ງຂໍ້ມູນຕ່າງໆ ຢູ່ຄອມພິວເຕີຜ່ານອິນເຕີເນັດ. ອັນນີ້ໄດ້ເຮັດໃຫ້ສື່ມວນຊົນໃນທົ່ວໂລກ ລວມທັງລາວເຮົາກໍມີໂອກາດໄດ້ມີການຫັນປ່ຽນຢ່າງກ້າວກະໂດດ, ໃນນີ້ລວມທັງໄດ້ປັບປ່ຽນໂສມໜ້າການບໍລິໂພກຂໍ້ມູນຂ່າວສານຂອງປະຊາຊົນໂດຍສິ້ນເຊີງ ຊຶ່ງບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງມະນຸດ.
ອີງຕາມການຄາດຄະເນຈາກບໍລິສັດ Google ຜູ້ໃຊ້ປະຈໍາໃນທົ່ວໂລກໃນປີ 2026, ເຟສບຸກມີຜູ້ນໍາໃຊ້ເຟສບຸກ 3.1 ຕື້ເທື່ອຄົນ, ຢູທູບ 2.6 ຕື້ເທື່ອຄົນ, ຕິກຕັອກ 2.0 ຕື້ເທື່ອຄົນ ແລະ ມີຜູ້ຄົ້ນຫາຂໍ້ມູນຕ່າງໆ ຢູ່ເວັບໄຊບໍລິສັດ Google ຄາດວ່າ 8.5 ຕື້ຄັ້ງຕໍ່ມື້. ສະເພາະຢູ່ ສປປ ລາວ ມີຜູ້ໃຊ້ເຟສບຸກເປັນປົກກະຕິ ປະມານ 4.6 ລ້ານຄົນ, ຕິກຕັອກ: 1.8-2.2 ລ້ານຄົນ, ຢູທູບ: 3.5-3.8 ລ້ານຄົນ.
ບັນດາບໍລິສັດບໍລິການຂໍ້ມູນຂ່າວສານຜ່ານລະບົບດີຈີຕອນຂະໜາດໃຫຍ່ທີ່ກ່າວມາຂ້າງເທິງນັ້ນ ທີ່ເອີ້ນວ່າສື່ໃໝ່ ໄດ້ກາຍເປັນຜູ້ຄຸມປະຕູຂໍ້ມູນຂ່າວສານເກືອບທັງໝົດ ໃນກະແສທາງເດີນຂອງຂໍ້ມູນຂ່າວສານ. ບໍລິສັດດີຈີຕອນເຫຼົ່ານີ້ໄດ້ເຜີຍແຜ່ເນື້ອໃນຂໍ້ມູນຂ່າວສານ ແລະ ໄດ້ດູດດຶງເອົາຜູ້ໃຊ້ ກໍຄືຜູ້ບໍລິໂພກທົ່ວໂລກ, ກືນກິນລາຍໄດ້ຈາກການໂຄສະນາທາງດີຈີຕອນສ່ວນໃຫຍ່. ສ່ວນສື່ມວນຊົນ ແລະ ນັກຂ່າວທີ່ແທ້ຈິງໂດຍອາຊີບທີ່ຕ້ອງລົງພື້ນທີ່ເກັບຂ່າວ, ກວດສອບຄວາມຈິງໂດຍສ່ຽງຊີວິດເພື່ອຄວາມຖືກຕ້ອງ ພັດໄດ້ຮັບຜົນປະໂຫຍດພຽງເລັກນ້ອຍເທົ່ານັ້ນ.
ການຂະຫຍາຍຕົວຂອງ AI ແມ່ນມີຄວາມທ້າທາຍຫຼາຍ ເພາະແພັລດຟອມດັ່ງກ່າວໄດ້ຄົ້ນເອົາເນື້ອໃນທີ່ນັກຂ່າວຂຽນໄປກະຈາຍຢູ່ເວັບໄຊ ແລະ ຖານຂໍ້ມູນຢູ່ອິນເຕີເນັດ ໄປສິດສອນໃຫ້ AI ຂອງພວກເຂົາເພື່ອມາບໍລິ ການສັງຄົມ ໂດຍສ່ວນໃຫຍ່ບໍ່ໄດ້ຮັບການອະນຸຍາດ ແລະ ບໍ່ໄດ້ຈ່າຍຄ່າຕອບແທນໃດໆ. ສິ່ງເຫຼົ່ານີ້ໄດ້ສ້າງຜົນກະ ທົບຕ່ໍຖັນແຖວສື່ມວນຊົນ ໃນນີ້ລວມທັງລາວ, ຊຶ່ງພວກເຮົາຮຽກຮ້ອງຕ້ອງການໃຫ້ມີການປົກປ້ອງ.
ໃນທົ່ວໂລກມີຜູ້ພັດທະນາແພັລດຟອມປັນຍາປະດິດ (AI platforms) ອອກມາບໍລິການສັງຄົມຫຼາຍກວ່າ 14,000 ແພັລດຟອມ ແລະ 5 AI ແພັລດຟອມທີ່ມີຄົນໃຊ້ຫຼາຍທີ່ສຸດໃນປີ 2026 ລວມມີ Chat GPT, Claude, Gemini, DeepSeek ແລະ Copilot. ຍຸກ 4.0 ນີ້ໄດ້ເຮັດໃຫ້ນັກຂ່າວໄດ້ຮັບຜົນກະທົບຈາກອອນລາຍຢ່າງຕໍ່ເນື່ອງ, ການເປີດເຜີຍຂໍ້ມູນສ່ວນຕົວ, ການຕິດຕາມສອດແນມທາງດີຈີຕອນ, ການແຜ່ລະບາດຂອງຂ່າວປອມ, ຂ່າວບິດເບືອນຄວາມເປັນຈິງ, ຂ່າວຜິດພາດ ຊຶ່ງສິ່ງເຫຼົ່ານີ້ໄດ້ສ້າງຄວາມບໍ່ເຊື່ອໝັ້ນຂອງສາທາລະນະຊົນຕໍ່ກັບການປ່ຽນແປງຢ່າງໄວວາໃນຍຸກດີຈີຕອນ, ນັກຂ່າວຍຸກໃໝ່ຕ້ອງມີຄວາມຮູ້-ຄວາມສາມາດ, ມີທັກສະໃນການນໍາໃຊ້ສິ່ງເຫຼົ່ານັ້ນໄດ້ຢ່າງຄ່ອງແຄ້ວ, ມີຄວາມສະດຸ້ງໄວ ແລະ ມີຄວາມຮັບຜິດຊອບ.
ການປົກປ້ອງສິດ ແລະ ຜົນປະໂຫຍດ ແລະ ສ້າງຄວາມເອກອ້າງໃນການເຮັດໜ້າທີ່ສື່ຂ່າວໃຫ້ຖັນແຖວສື່ມວນຊົນລາວເຮົາຕາມແນວທາງນະໂຍບາຍຂອງພັກ-ລັດເຮົາ ແມ່ນມີຄວາມສໍາຄັນ ແລະ ຮີບດ່ວນ. ໃນຊຸມປີ ຜ່ານມາ, ພວກເຮົາກໍມີບົດຮຽນ ແລະ ປະສົບການແດ່ແລ້ວ ໃນການຝຶກອົບຮົມນັກຂ່າວທີ່ສັງກັດຢູ່ອົງການສື່ມວນຊົນໃນທົ່ວປະເທດຫຼາຍຊຸດ ແລະ ມີຜູ້ເຂົ້າຮ່ວມຮຽນເຖິງ 700 ກວ່າເທື່ອຄົນ, ໃນນີ້ກໍລວມມີໄວໜຸ່ມ, ປັນຍາຊົນ ແລະ ນັກສຶກສາຈາກມະຫາວິທະຍາໄລທຸກແຫ່ງຂອງລາວທີ່ມີພອນສະຫວັນ, ເກັ່ງໃນການປະດິດສ້າງເນື້ອໃນຂ່າວ ໃສ່ສື່ສັງຄົມອອນລາຍ. ນີ້ກໍແມ່ນແນໃສ່ການສ້າງໜໍ່ແໜງໃໝ່ ແລະ ນໍາໃຊ້ທ່າແຮງບົ່ມຊ້ອນໃນສັງຄົມມາເປັນກໍາລັງໃຫ້ວົງການສື່ມວນຊົນໃນອະນາຄົດ. ພ້ອມນີ້, ກໍຍັງໄດ້ສ້າງຕໍາລາສອນນັກຂ່າວດີຈີຕອນ ແລະ ສ້າງລະບຽບໃນການໃຊ້ AI ເປັນເຄື່ອງມືຮັບໃຊ້ສື່ມວນຊົນລາວເຮົາ.
ທ່ານ ສະຫວັນຄອນ ຣາຊມຸນຕຣີ ຍັງໄດ້ສະເໜີບາງຊ່ອງທາງດັ່ງນີ້: (1) ປັບປຸງບັນດານິຕິກໍາລວມເຖິງກົດໝາຍສື່ມວນຊົນໂດຍເພີ່ມຂໍ້ກໍານົດທີ່ປົກປ້ອງສິດ ແລະ ສະຫວັດດີການຂອງນັກຂ່າວໃຫ້ຈະແຈ້ງຂຶ້ນ; (2) ສ້າງ ຕັ້ງກອງທຶນພັດທະນາສື່ ໂດຍມີແຫຼ່ງທຶນສ່ວນໜຶ່ງຈາກງົບປະມານລັດ, ການປະກອບສ່ວນຂອງສັງຄົມ ແລະ ຄ່າທໍານຽມຈາກທຸລະກິດການໂຄສະນາ ແລະ ເພີ່ມຈໍານວນຜູ້ເບິ່ງຜູ້ຊົມ (boosting) ທາງອອນລາຍຈາກບໍລິສັດໃຫຍ່ຂ້າມຊາດ; (3) ການຝຶກອົບຮົມດ້ານວິຊາສະເພາະສື່ໃນຍຸກອຸດສາຫະກໍາ 4.0 ລວມທັງການບໍລິຫານຄຸ້ມຄອງສື່, ການຕະຫຼາດ ແລະ ການບໍລິການ ໂດຍເຂົ້າຫາຄູ່ຮ່ວມພັດທະນາ, ສ້າງຫຼັກສູດຮຽນແບບຕ່ໍເນື່ອງ ແລະ ບໍ່ເສຍຄ່າ, ເພີ່ມທະວີການພົວພັນຮ່ວມມືກັບບັນດາສື່ມວນຊົນຕ່າງປະເທດ ເພື່ອສ້າງເວທີແລກປ່ຽນບົດຮຽນ ແລະ ປະສົບການ; (4) ການສ້າງເຄືອຂ່າຍທີ່ປຶກສາດ້ານກົດໝາຍທັງພາຍໃນ ແລະ ຕ່າງປະເທດເພື່ອຊ່ວຍໄກ່ເກ່ຍ ແລະ ໃຫ້ຄໍາປຶກສາອົງການສື່ ແລະ ນັກຂ່າວທີ່ປະສົບບັນຫາໃນການປະຕິບັດໜ້າທີ່ການເມືອງ ແລະ ວິຊາຊີບ; ພ້ອມດຽວກັນນັ້ນກໍປັບປຸງຈັນຍາບັນສື່, ກົດລະບຽບໃນການຄຸ້ມຄອງສື່ອອນລາຍໃຫ້ສອດຄ່ອງຕາມຍຸກສະໄໝໃຫ້ຢູ່ພາຍໃຕ້ກົດໝາຍ, ລັດຖະທໍາມະນູນ ແລະ ອະທິປະໄຕຜືນແຜ່ນດິນອັນຄົບຖ້ວນຂອງລາວ; (5) ສ້າງຕັ້ງສະພາວິຊາການເຕັກນິກທີ່ເປັນວັດຖຸ (ຫາດແວ), ບໍ່ເປັນວັດຖຸ (ຊັອບແວ); ແລະ (6) ຈັດການແຂ່ງຂັນໃຫ້ລາງວັນນັກຂ່າວດີເດັ່ນປະຈໍາປີເພື່ອຄັດເລືອກເອົາຜູ້ມີເງື່ອນໄຂຮັບນາມມະຍົດນັກຂ່າວຕາມດໍາລັດຂອງນາຍົກລັດຖະມົນຕີ.

