Homeຂ່າວໜ້າໜຶ່ງບົດບາດຂອງວິທະຍຸທ້ອງຖິ່ນ ໃນການສຶກສາອົບຮົມແນວທາງນະໂຍບາຍຂອງພັກຢູ່ແຂວງຈໍາປາສັກ

ບົດບາດຂອງວິທະຍຸທ້ອງຖິ່ນ ໃນການສຶກສາອົບຮົມແນວທາງນະໂຍບາຍຂອງພັກຢູ່ແຂວງຈໍາປາສັກ

ສະຖານີວິທະຍຸກະຈາຍສຽງແຂວງຈໍາປາສັກ ມີບົດບາດສໍາຄັນເປັນກະບອກສຽງອັນແຫຼມຄົມໃນການໂຄສະ ນາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ປຸກລະດົມນໍ້າໃຈຮັກຊາດ ສະໜອງຂໍ້ມູນຂ່າວສານທາງດ້ານການເມືອງ, ເສດຖະກິດ-ສັງຄົມ, ວິທະຍາສາດເຕັກໂນໂລຊີໃຫ້ສາລະ ແລະ ຄວາມບັນເທີງຕໍ່ສັງຄົມ ທັງເປັນຂົວຕໍ່ທີ່ສໍາຄັນລະຫວ່າງອົງການປົກຄອງແຂວງກັບປະຊາຊົນບັນດາເຜົ່າພາຍໃນແຂວງ ເຮັດໜ້າທີ່ເປັນ “ສື່ກາງ” ໃນການສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ຄວາມສາມັກຄີ ເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະ ກິດ-ສັງຄົມຂອງແຂວງ.

ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ປະກອບຄໍາເຫັນໃນຫົວຂໍ້: ( ບົດບາດຂອງວິທະຍຸທ້ອງຖິ່ນ ໃນການສຶກສາອົບຮົມແນວທາງນະໂຍບາຍຂອງພັກຢູ່ແຂວງຈໍາປາສັກ” ຕໍ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດຄັ້ງທີ I ໃນວັນທີ 14 ກໍລະກົດຜ່ານມາວ່າ: ສະຖານີວິທະຍຸແຂວງຈຳປາສັກ ໄດ້ສ້າງຕັ້ງຂຶ້ນໃນປີ 1968 ພາຍຫຼັງປົດປ່ອຍແລ້ວ ສະຖານວິທະຍຸກະຈາຍສຽງ ໄດ້ມີໜ້າທີ່ສຳຄັນໃນການເຜີຍແຜ່, ເຊື່ອມຊຶມ, ຜັນຂະຫຍາຍແນວທາງ, ນະໂຍບາຍ, ມະຕິຂອງພັກ, ກົດໝາຍຂອງລັດ ແລະ ຂ່າວສານຕ່າງໆ ຂອງພັກ ແລະ ລັດ ໄປສູ່ປະຊາຊົນທຸກຊັ້ນຄົນພາຍໃນແຂວງ. ມາຮອດປັດຈຸບັນ ສະຖານີວິທະຍຸແຂວງ ມີລາຍການອອກອາກາດທັງໝົດ 36 ລາຍການ, ສະຖານີວິທະຍຸແຂວງຜະລິດ 18 ລາຍການ; ບັນດາພະແນກການອ້ອມຂ້າງ 16 ລາຍການ ແລະ ລາຍການຂ່າວທ້ອງຖິ່ນ ແລະ ຂ່າວຈາກວິທະຍຸແຫ່ງຊາດ. ພ້ອມດຽວກັນ, ຍັງມີລາຍການສະເພາະທີ່ເນັ້ນໃສ່ວຽກງານການເມືອງ-ແນວຄິດ ແລະ ການໂຄສະນາອົບຮົມ. ນອກຈາກນັ້ນ, ຍັງໄດ້ຂະຫຍາຍເຄືອຂ່າຍສະຖານີວິທະຍຸກະຈາຍສຽງ 5 ແຫ່ງຄື: ເມືອງໂພນທອງ; ເມືອງຊະນະສົມບູນ; ເມືອງໂຂງ; ເມືອງ ສຸຂຸມາ ແລະ ເມືອງມູນລະປາໂມກ; ອັນທີ່ພົ້ນເດັ່ນ ແລະ ເປັນໝາກຫົວໃຈສຳຄັນທີ່ສຸດໃນການສຶກສາອົບຮົມແນວທາງນະໂຍບາຍຂອງພັກ ເປັນຕົ້ນ ໄດ້ໂຄສະນາໃຫ້ 3 ວັນປະຫວັດສາດຂອງພັກ, ຂອງຊາດ, ໂຄສະນາ ແລະ ອອກລາຍການໃຫ້ຂະບວນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ໂຄສະນາປະຊາສໍາພັນການກະກຽມໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງຂັ້ນແຂວງ. ປັດຈຸບັນໄດ້ສຸມໃສ່ການຜັນຂະຫຍາຍມະຕິ XII ຂອງພັກ ແລະ ມະຕິ IX ຂອງອົງຄະນະພັກແຂວງ, ພວກເຮົາໄດ້ສ້າງຕັ້ງ ແລະ ດຳເນີນ” ສອງລາຍການຍຸດທະສາດ” ທີ່ມີແຟນລາຍການຕິດຕາມຄື: “ລາຍການແສງທອງສ່ອງທາງ” ອອກອາກາດທຸກໆວັນເສົາ ແລະ ວັນອາທິດ ເວລາ 7:30-8:00 ໂມງ. ເນື້ອໃນແມ່ນສຸມໃສ່ການອະທິບາຍທິດສະດີ, ເອກະສານມູນເຊື້ອ ແລະ ແນວທາງການເມືອງຂອງພັກ. ລາຍການ “ຜັນຂະຫຍາຍມະຕິຂອງພັກຕິດພັນກັບຊີວິດຕົວຈິງ” ອອກອາກາດທຸກໆວັນພະຫັດເວລາ 15:30-16:00 ໂມງ. ເນື້ອໃນແມ່ນເນັ້ນໃສ່ການນຳເອົານິຕິກຳ ແລະ ມະຕິຕ່າງໆມາຕີຄວາມໝາຍໃຫ້ເຂົ້າໃຈງ່າຍ ເພື່ອໃຫ້ປະຊາຊົນສາມາດນຳໄປປັບໃຊ້ໃນການດຳລົງຊີວິດຕົວຈິງ. ນອກຈາກສອງລາຍການຍຸດທະສາດດັ່ງກ່າວແລ້ວ, ວິທະຍຸຂອງພວກເຮົາ ຍັງໄດ້ສອດຫ້ອຍແນວທາງນະໂຍບາຍຂອງພັກ ເຂົ້າໃນທຸກໆລາຍການບັນເທີງ, ສາລະຄະ ດີ ແລະ ຂ່າວສານ ເປັນຕົ້ນ ການໂຄສະນາປຸກລະດົມຊາວກະສິກອນ ແລະ ຊາວຜູ້ອອກແຮງງານ ເພື່ອຍົກສູງສະມັດຖະພາບການຜະລິດ, ຫັນປ່ຽນຈາກການຜະລິດແບບກຸ້ມຕົນເອງ ໄປສູ່ການຜະລິດເປັນສິນຄ້າຕາມທິດຊີ້ນຳ“ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ”. ພ້ອມທັງມີການນຳສະເໜີຂໍ້ມູນບົດຮຽນ “ວຽກດີຄົນເດັ່ນ” ແລະ ຄອບຄົວຕົວແບບໃນການສ້າງເສດຖະກິດ; ການໂຄສະນາ-ປະຊາສຳພັນ ການປ້ອງກັນພະຍາດຕາມລະດູການ (ພະຍາດໄຂ້ຍຸງລາຍ) ການຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມສະອາດສວຍງາມຕາມສໍານັກງານອົງການ, ສະຖານທີ່ສາທາລະນະ ແລະ ເສັ້ນທາງຕ່າງໆ ພາຍໃນແຂວງ. ເພື່ອເຮັດໃຫ້ວຽກງານສື່ມວນຊົນໄດ້ຍົກລະດັບໃນການຫັນເປັນດີຈີຕອນທັນສະໄໝ, ໃນຊຸມປີຜ່ານມາ, ສະຖານີວິທະຍຸໄດ້ພັດທະນາລະບົບ Application ພາຍໃຕ້ຊື່ «Cha mpasak radio» ເພື່ອໃຫ້ມວນຊົນ ສາມາດຕິດຕາມຮັບຟັງຢູ່ທຸກແຫ່ງຫົນໃນທົ່ວໂລກ. ປັດຈຸບັນ, ພວກເຮົາໄດ້ປັບປຸງລະບົບເຕັກນິກ ໂດຍເພີ່ມການສົ່ງສັນຍານຜ່ານທາງເພຈເຟສບຸກ (Facebook Page) ໄລຟ໌ສົດ ‘Champasak radio station 100,7 Mhz’ ອອກອາກາດແບບອອນລາຍ, ພ້ອມທັງມີຕົວໜັງສືແລ່ນໂຄສະນາເທິງໜ້າຈໍແບບທັນສະໄໝ ເຮັດໃຫ້ປະຊາຊົນທັງພາຍໃນ ແລະ ຕ່າງປະເທດ ສາມາດເຂົ້າເຖິງຂໍ້ມູນຂ່າວສານໄດ້ຢ່າງທົ່ວເຖິງ. ສາມາດປະເມີນຜູ້ຕິດຕາມ (ຜູ້ເຂົ້າຊົມ+ເຂົ້າຮັບຟັງ) ໄດ້ 58 ກວ່າພັນຄົນ. ວຽກງານສື່ມວນຊົນຂອງແຂວງໃນໄລຍະຜ່ານມາໄດ້ມີຜົນສໍາເລັດຫຼາຍດ້ານ ຍ້ອນພວກເຮົາມີແຜນການ, ຮູ້ແຜນເຄື່ອນໄຫວຂອງພາກສ່ວນຕ່າງໆ, ມີຕາໜ່າງຂ່າວສານປະຈໍາຢູ່ແຕ່ລະພະແນກການອ້ອມຂ້າງແຂວງ ແລະ ເມືອງ ຈຶ່ງສາມາດເກັບກໍາຂ່າວ, ລົງພາກສະໝາມໄດ້ທັນເວລາ ແລະ ສາມາດນໍາສະເໜີຂ່າວໄດ້ຢ່າງວ່ອງໄວ. ດ້ານໜຶ່ງ ກໍຍ້ອນການເອົາໃຈໃສ່ນຳພາ-ຊີ້ນໍາຢ່າງໃກ້ຊິດຈາກຄະນະພັກ, ອົງການປົກຄອງແຂວງ ເວົ້າລວມ ເວົ້າສະເພາະແມ່ນພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງໃນເມື່ອກອນ ກໍຄື ຄະນະໂຄສະນາອົບຮົມແຂວງໃນປັດຈຸບັນເອົາໃຈໃສ່ຊຸກຍູ້ຢ່າງໃກ້ສິດ.

ທ່ານ ປະດິດ ວັນນະລັດສະໝີ ຍັງໄດ້ກ່າວອີກວ່າ: ຄຽງຄູ່ກັບຜົນສໍາເລັດທີ່ກ່າວມາຂ້າງເທິງນັ້ນ, ພວກເຮົາ ຍັງມີບາງຂໍ້ຄົງຄ້າງທີ່ຕ້ອງສືບຕໍ່ແກ້ໄຂ ເປັນຕົ້ນ ດ້ານທັກສະຂອງບຸກຄະລາກອນ: ຄວາມຮູ້-ຄວາມສາມາດຂອງນັກຈັດລາຍການບາງທ່ານຍັງຂາດປະສົບການ, ຄວາມຮູ້-ຄວາມສາມາດບໍ່ທັນຫຼາກຫຼາຍ. ຈຳກັດດ້ານທັກສະການສື່ສານ. ບາງຄັ້ງການດຳເນີນລາຍການຍັງບໍ່ທັນຄ່ອງແຄ້ວ ແລະ ບໍ່ດຶງດູດຈັບໃຈຜູ້ຟັງ; ພະນັກງານວິຊາການ ດ້ານໂຄສົກນັກຈັດລາຍການ ບໍ່ພຽງພໍ ແລະ ມີຈຳນວນນ້ອຍລົງ; ເຮັດໃຫ້ການຈັດລາຍບໍ່ມີປະສິດທິພາບເທົ່າທີ່ຄວນ, ຄວາມຮູ້-ຄວາມສາມາດດ້ານວິຊາສະເພາະມີຈຳກັດ ສ່ວນໃຫຍ່ແມ່ນຮຽນຈົບຈາກວິຊາສະເພາະອື່ນ ​ຈາກພຶດຕິກຳຕົວຈິງ ສາມາດຢັ້ງຢືນໄດ້ວ່າ: ວິທະຍຸທ້ອງຖິ່ນ ຍັງມີບົດບາດສຳຄັນໃນການເປັນຂົວຕໍ່ລະຫວ່າງພັກ-ລັດ ສັງຄົມ ແລະ ມວນຊົນ ແລະ ສາມາດກະຈາຍສຽງເຂົ້າເຖິງທ້ອງຖິ່ນ, ຮາກຖານໄດ້ຮັບຟັງເປັນປົກກະຕິທຸກວັນ. ເພື່ອເປັນທິດທາງ ສືບຕໍ່ໃນການຈັ້ດຕັ້ງປະຕິບັດວຽກງານດັ່ງກ່າວ ຂໍແລກປ່ຽນວິທີການແກ້ໄຂບັນຫາຕໍ່ກອງປະຊຸມດັ່ງນີ້: 1. ເພື່ອຍົກສູງຄຸນນະພາບ ແລະ ບົດບາດຂອງວິທະຍຸທ້ອງຖິ່ນໃນໄລຍະຕໍ່ໜ້າ ຂໍໃຫ້ສືບຕໍ່ປັບປຸງເນື້ອໃນລາຍການໃຫ້ມີຄວາມຫຼາກຫຼາຍ ແລະ ດຶງດູດຜູ້ຟັງ; ພັດທະນາບຸກຄະລາກອນດ້ານວາລະສານ ແລະ ດີຈີຕອນມີເດຍ; ລົງທຶນປັບປຸງອຸປະກອນອອກອາກາດໃຫ້ທັນສະໄໝ; ເພີ່ມທະວີການປະສານງານກັບພະແນກການຕ່າງໆ ໃນການຜະລິດລາຍການຜັນຂະຫຍາຍມະຕິພັກ; ຂະຫຍາຍການເຜີຍແຜ່ຜ່ານເວທີດີຈີຕອນ ເພື່ອເຂົ້າເຖິງໄວໜຸ່ມ ແລະ ຜູ້ຟັງຍຸກໃໝ່. 2. ຄະນະໂຄສະນາອົບຮົມສູນກາງ ໂດຍສະເພາະ ກົມສື່ມວນຊົນຊ່ວຍໃນການກໍ່ສ້າງ, ບຳລຸງ ແລະ ຍົກລະດັບບຸກຄະລາກອນ, ເຕັກນິກ, ນັກຈັດລາຍການໃຫ້ທ້ອງຖິ່ນໃຫ້ມີຄວາມຊໍານານມີຄວາມເປັນມືອາຊີບ, ເປັນນັກຈັດລາຍການທີ່ເກັ່ງ ສາມາດສ້າງແຮງບັນດານໃຈ, ດຶງດູດ ແລະ ຈັບໃຈຜູ້ຟັງຢ່າງແທ້ຈິງ. 3. ສຸມງົບປະມານເຂົ້າໃສ່ວຽກງານການສື່ສານມວນຊົນ ເພື່ອສົ່ງເສີມວຽກວິຊາການ ແລະ ບູລະນະລະບົບເຕັກນິກ ໃຫ້ທັນສະໄໝ, ທັນສະພາບການ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments