ສະຫາຍ ສັນຕິສຸກ ສິມມາລາວົງ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໃນວັນທີ 14 ກໍລະກົດຜ່ານມາ ໃນຫົວຂໍ້: “ການພັດທະນາໂຄງລ່າງພື້ນຖານໂທລະຄົມມະນາຄົມ ແລະ ປັນຍາປະດິດ (AI) ໃຫ້ເຂັ້ມແຂງ ເພື່ອຮອງຮັບວຽກງານສື່ມວນຊົນໃນໄລຍະໃໝ່”. ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ທ່ານ ສັນຕິສຸກ ສິມມາລາວົງ ໄດ້ຍົກໃຫ້ເຫັນທັດສະນະຊີ້ນໍາຂອງພັກ ທີ່ໄດ້ກຳນົດແຈ້ງໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ວ່າຕ້ອງນຳໃຊ້ເຕັກໂນໂລຊີດີຈີຕອນ ເປັນກຳລັງແຮງ ແລະ ພື້ນຖານໃນການຊຸກຍູ້ຂະແໜງການຜະລິດ ແລະ ການບໍລິການທີ່ເປັນປາຍແຫຼມ ໃນນັ້ນປັນຍາປະດິດ (AI) ຈະເປັນກຳລັງຂັບເຄື່ອນຕົ້ນຕໍ ໃນການພັດທະນາກໍາລັງການຜະລິດ ການບໍລິການ ແລະ ການຄຸ້ມຄອງບໍລິຫານລັດໃຫ້ທັນສະໄໝ ແລະ ເປັນຮູບປະທຳ.
ປັດຈຸບັນ, ສປປ ລາວ ມີຄວາມກ້າວໜ້າຢ່າງໂດດເດັ່ນ ດ້ານການພັດທະນາໂຄງລ່າງພື້ນຖານໂທລະຄົມມະ ນາຄົມ ຜົນງານພົ້ນເດັ່ນໃນທ້າຍປີ 2025 ທີ່ຜ່ານມາ ແມ່ນການປະກາດໃຊ້ “ຍຸດທະສາດພັດທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດແຫ່ງຊາດ ໄລຍະປີ 2026 ຫາ 2040” ຢ່າງເປັນທາງການ ຊຶ່ງຕົວເລກການເຂົ້າເຖິງການສື່ສານໃນທົ່ວປະເທດ ມີການຂະຫຍາຍຕົວຢ່າງກວ້າງຂວາງ ພື້ນທີ່ປົກຄຸມສັນຍານໂທລະສັບ ລະບົບ 2G ກວມ 98% 3G ກວມ 85% 4G ກວມ 78% ຂອງບ້ານທົ່ວປະເທດ ແລະ ລະບົບ 5G ກວມ 18% ຂອງຕົວເມືອງໃຫຍ່, ມີຜູ້ຊົມໃຊ້ໂທລະສັບມືຖືຫຼາຍກວ່າ 7,8 ລ້ານເລກໝາຍ ແລະ ອິນເຕີເນັດແບບມີສາຍຫຼາຍກວ່າ 344 ພັນບັນຊີ, ມີຜູ້ຊົມໃຊ້ອິນເຕີເນັດ ກວມເອົາ 64% ຂອງປະຊາກອນ ແລະ ມີຜູ້ຊົມໃຊ້ສື່ສັງຄົມອອນລາຍກວມ 58% ຂອງປະຊາກອນທົ່ວປະເທດ. ພ້ອມດຽວກັນນັ້ນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ພວມເລັ່ງສ້າງຍຸດທະສາດການພັດທະນາປັນຍາປະດິດແຫ່ງຊາດ ເພື່ອນຳສະເໜີຕໍ່ລັດຖະບານ ພ້ອມທັງໄດ້ເປີດຕົວແພັລດຟອມ “LaoAI” ຊຶ່ງເປັນການເອົາພາສາລາວທີ່ຖືກຕ້ອງ ເຂົ້າໃນແບບຈຳລອງພາສາຂະໜາດໃຫຍ່ (Large Language Model) ເພື່ອສ້າງອະທິປະໄຕດ້ານເຕັກໂນໂລຊີຂອງຊາດ. ປັດຈຸບັນພວມສຸມໃສ່ພັດທະນາໂມເດວ AI ພາສາລາວ ເພື່ອຮັບໃຊ້ວຽກງານແປພາສາ, ການຂຽນບົດ, ການວິເຄາະຂ່າວ ແລະ ການກວດຈັບຂ່າວປອມ.
ທ່ານ ສັນຕິສຸກ ສິມມາລາວົງ ໄດ້ເນັ້ນໜັກວ່າ: ເຕັກໂນໂລຊີດີຈີຕອນ ແລະ AI ບໍ່ໄດ້ເປັນພຽງເຄື່ອງມືສະ ໜັບສະໜູນ ແຕ່ໄດ້ກາຍເປັນກຳລັງການຜະລິດ ແລະ ຜູ້ຜະລິດໂດຍກົງ ທີ່ຊ່ວຍໃຫ້ການເຜີຍແຜ່ຂໍ້ມູນຂ່າວສານມີຄວາມວ່ອງໄວ, ຊັດເຈນ ແລະ ເຂົ້າເຖິງປະຊາຊົນໃນເຂດຫ່າງໄກຊອກຫຼີກ. ເຖິງຢ່າງໃດກໍຕາມ, ການຂະຫຍາຍ ຕົວຢ່າງວ່ອງໄວຂອງສື່ສັງຄົມອອນລາຍທີ່ຂັບເຄື່ອນດ້ວຍ AI ກໍໄດ້ນຳມາຊຶ່ງຄວາມທ້າທາຍ ແລະ ໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງຊາດ, ບັນຫາຂ່າວປອມ (Fake News), ຂ່າວບິດເບືອນ, ການໂຈມຕີໃສ່ຮ້າຍປ້າຍສີ ຕະຫຼອດຮອດການນຳໃຊ້ Deepfake ເພື່ອປອມແປງຕົວຕົນ ແລະ ສໍ້ໂກງທາງການເງິນ ໄດ້ກາຍເປັນບັນຫາຂ້າມຊາຍແດນ ທີ່ຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ.
ທ່ານ ສັນຕິສຸກ ສິມມາລາວົງ ກ່າວເນັ້ນຕື່ມວ່າ: ໃນໂລກປັດຈຸບັນສົງຄາມຈິດຕະສາດ ຫຼື ສົງຄາມຂ່າວສານແມ່ນມີຄວາມອັນຕະລາຍຮ້າຍແຮງເທົ່າກັບ ຫຼື ຫຼາຍກວ່າ ສົງຄາມທີ່ປະທະກັນດ້ວຍອາວຸດ.” ເພື່ອຍົກລະດັບຄວາມປອດໄພດ້ານຂໍ້ມູນຂ່າວສານ. ທ່ານຍັງໄດ້ສະເໜີແນວທາງຈັດຕັ້ງປະຕິບັດຄື: 1. ພັດທະນາເຄື່ອງມືເຕັກໂນໂລຊີ ເລັ່ງສ້າງແພັລດຟອມວິເຄາະຂໍ້ມູນຂ່າວສານແຫ່ງຊາດ ເພື່ອຕິດຕາມຂ່າວສານແບບທັນເຫດການ (Real-time) ພ້ອມທັງສ້າງສູນກວດສອບຢັ້ງຢືນຂໍ້ມູນດ້ວຍ AI ເພື່ອກວດຈັບຂ່າວປອມ ແລະ Deepfake; 2. ຍົກລະ ດັບຊັບພະຍາກອນມະນຸດ, ສຸມໃສ່ການຮຽນຮູ້ ແລະ ຍົກລະດັບທັກສະເຕັກໂນໂລຊີໃຫ້ບຸກຄະລາກອນສື່ມວນຊົນ ໃຫ້ສາມາດນຳໃຊ້ AI ໄດ້ຢ່າງຖືກຕ້ອງ ແລະ ມີຈັນຍາບັນ; 3. ສ້າງ ແລະ ປັບປຸງນິຕິກໍາ, ສ້າງກົດລະບຽບ ແລະ ນິຕິກໍາທີ່ຊັດເຈນ ເພື່ອຄຸ້ມຄອງຈັນຍາບັນການນຳໃຊ້ AI ໃນວຽກງານສື່ມວນຊົນ; 4. ເພີ່ມທະວີການຮ່ວມມືຮັດ ແໜ້ນການຮ່ວມມືກັບບັນດາປະເທດເພື່ອນມິດ ປະເທດອ້ອມຂ້າງອາຊຽນ ແລະ ອົງການສາກົນຢ່າງເປັນເຈົ້າການ ແລະ ເຊື່ອໝັ້ນວ່າການພັດທະນາໂຄງລ່າງໂທລະຄົມມະນາຄົມ ແລະ AI ໃຫ້ເຂັ້ມແຂງ ບວກກັບຄວາມຮັບຜິດ ຊອບ ແລະ ຈັນຍາບັນຂອງນັກຮົບສື່ມວນຊົນ ຈະເປັນບາດກ້າວສຳຄັນໃນການຫັນເປັນດີຈີຕອນຂອງປະເທດຊາດ ຢ່າງເທົ່າທຽມ ແລະ ຍືນຍົງ.

