Homeຂ່າວກິລາ"ເລົາຕາໂຣ" ໂໝ່ງປະຕູໄຊນາທີບາບ ພາ ອາກຊັງຕິນ ພິກແຊງຊະນະ ອັງກິດ ຜ່ານເຂົ້າຊີງກັບ ແອັດສະປາຍ

“ເລົາຕາໂຣ” ໂໝ່ງປະຕູໄຊນາທີບາບ ພາ ອາກຊັງຕິນ ພິກແຊງຊະນະ ອັງກິດ ຜ່ານເຂົ້າຊີງກັບ ແອັດສະປາຍ

ທີມຊາດອາກຊັງຕິນ ແຊັມເກົ່າ ສ້າງປາຕິຫານອີກຄັ້ງ ຫຼັງຈາກພິກຈາກການເປັນຮອງກ່ອນ 0-1 ກັບມາຍິງ 2 ປະຕູລວດ ແຊງຊະນະ ທີມຊາດອັງກິດ ໃນໄລຍະທົດເວລາບາດເຈັບ 2-1 ຜ່ານເຂົ້າສູ່ຮອບຊີງຊະນະເລີດເປັນສະໄໝທີ 2 ຕິດຕໍ່ກັນ ໄປພົບກັບ ທີມຊາດແອັດສະປາຍ ໄດ້ສຳເລັດ, ໃນການແຂ່ງຂັນເຕະບານໂລກ 2026 ຮອບຮອງຊະນະເລີດ.

ການແຂ່ງຂັນເຕະບານໂລກ 2026 ຮອບຮອງຊະນະເລີດ ທີ່ສະໜາມ ແອດແລນຕາ ສະເຕດ້ຽມ ປະເທດສະຫະລັດອາເມຣິກາ, ໃນຕອນເຊົ້າມືດຂອງວັນທີ 16 ກໍລະກົດ ຕາມເວລາໃນປະເທດເຮົາ, ເປັນການໂຄຈອນມາພົບກັນລະຫວ່າງ ອາກຊັງຕິນ ພົບກັບ ອັງກິດ.

ເກມເຄິ່ງເວລາທຳອິດ ທັງ 2 ທີມ ຫຼິ້ນດ້ວຍຄວາມລະມັດລະວັງ, ເຖິງວ່າ ທັງສອງທີມ ມີບາງໂອກາດໄດ້ຍິງປະຕູ ແຕ່ກໍຍັງບໍ່ມີທີມໃດສາມາດຍິງຂຶ້ນນຳໄດ້, ເຮັດໃຫ້ຈົບເຄິ່ງເວລາທຳອິດ ສະເໝີກັນ 0-0, ເຂົ້າສູ່ເຄິ່ງເວລາທີສອງ ເກມເລີ່ມເປີດແລກກັນຫຼາຍຂຶ້ນ ແລະ ເປັນຝ່າຍ ອັງກິດ ທີ່ຍິງຂຶ້ນນຳໄປກ່ອນ 1-0 ໃນນາທີທີ 55 ຈາກການຍິງຂອງ Anthony Gordon.

ຫຼັງຈາກເສຍປະຕູ, ອາກຊັງຕິນ ກໍເປີດເກມບຸກກົດດັນຢ່າງໜັກ ແລະ ສາມາດຕາມຕີສະເໝີເປັນ 1-1 ໄດ້ສຳເລັດ ໃນນາທີທີ 85 ຈາກການຍິງຂອງ Enzo Fernández. ເກມທຳທ່າວ່າ ຈະໄດ້ຕໍ່ເວລາພິເສດອອກໄປ ແຕ່ໃນນາທີທີ 90+2 Lautaro Martínez ກອງໜ້າຕົວສຳຮອງ ຂອງອາກຊັງຕິນ ກໍມາຍິງປະຕູໄຊໃຫ້ກັບທີມ ເອົາຊະນະ ອັງກິດ 2-1, ຜ່ານເຂົ້າສູ່ຮອບຊີງຊະນະເລີດ ເຂົ້າໄປປ້ອງກັນແຊັມກັບ ແອັດສະປາຍ ໃນວັນອາທິດທີ 19 ກໍລະກົດນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments