ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 14 ກໍລະກົດນີ້, ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ລົງບົດຄວາມໃນສື່ສັງຄົມອອນລາຍວ່າ: ບົນພື້ນຖານການສົນທະນາກັບຜູ້ນຳປະເທດຕາເວັນອອກກາງຢ່າງມີປະສິດທິຜົນ, ຕົນໄດ້ຕົກລົງຈະໃຊ້ສັນຍາການຄ້າ ແລະ ການລົງທຶນທີ່ບັນດາປະເທດອ່າວເປີເຊຍ ເຊັນກັບ ສ.ອາເມລິກາ ມາປ່ຽນແທນເກັບຄ່າຂົນສົ່ງສິນຄ້າຜ່ານຊ່ອງແຄບຮໍມຸສ ເປັນ 20% ທີ່ສະເໜີໂດຍ ສ.ອາເມລິກາ. ທ່ານ ໂດນັນ ທຣຳ ກ່າວວ່າ: ຊ່ອງແຄບຮໍມຸສ ເປີດປະຕູຕ້ອນຮັບ ເຮືອທັງໝົດ ເວັ້ນເສຍແຕ່ອີຣານ. ການປິດລ້ອມຢ່າງຮອບດ້ານຂອງສ.ອາເມລິກາ ຈຳກັດແຕ່ເຮືອ ໄປກັບທ່າເຮືອຂອງອີຣານ ຫລື ເຮືອທີ່ບັນຈຸສິນຄ້າ ທີ່ກ່ຽວຂ້ອງກັບ ອີຣານ. ທ່ານ ໄດ້ເນັ້ນໜັກຕື່ມວ່າ: ອີຣານ ຈະບໍ່ສາມາດມີອາວຸດນິວເຄລຍ ໄວ້ໃນການຄອບຄອງ ຕະຫລອດໄປ.ກ່ອນໜ້ນີ້ ທ່ານ ໂດນັນ ທຣຳກ່າວວ່າ: ສ.ອາເມລິກາ ຈະຟື້ນຟູການປິດລ້ອມ ທາງທະເລຕໍ່ ອີຣານ ພ້ອມທັງ ເກັບຄ່າທຳນຽມ 20% ຕໍ່ເຮືອຂົນສົ່ງສິນຄ້າຜ່ານຊ່ອງແຄບຮໍມຸສ./.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

