Homeຂ່າວຕ່າງປະເທດສປ ຈີນ-ສສ ຫວຽດນາມ ຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາໃຫ້ກ້າວສູ່ລວງເລິກ

ສປ ຈີນ-ສສ ຫວຽດນາມ ຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາໃຫ້ກ້າວສູ່ລວງເລິກ

ວິທະຍຸ ໂທລະພາບສູນກາງຈີນ, ວັນທີ 14 ກໍລະກົດນີ້ ຢູ່ນະຄອນຫລວງປັກກິ່ງ, ທ່ານ ວາງຮູ້ນິງ ກໍາມະການປະຈໍາກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ໄດ້ພົບປະຄະນະຜູ້ແທນພັກກອມມູນິດຫວຽດນາມ ທີ່ນໍາພາໂດຍ ທ່ານ ເລມິງຈີ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງພາຍໃນສູນກາງພັກກອມມູນິດຫວຽດນາມ. ທ່ານ ວາງຮູ້ນິງກ່າວວ່າ: ເດືອນເມສາປີນີ້, ທ່ານເລຂາທິການໃຫຍ່ ໂຕ່ເລິ່ມ ໄດ້ເດີນທາງມາຢ້ຽມຢາມ ສປ ຈີນ ດ້ວຍຜົນສໍາເລັດ ເຊິ່ງໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບສໍາຄັນຮ່ວມກັນ ກັບ ທ່ານ ເລຂາທິການໃຫຍ່ ສີ ຈິ້ນຜິງ ຖືເປັນການສະໜອງທິດຊີ້ນໍາທາງຍຸດທະສາດ ໃຫ້ແກ່ ການພົວພັນ ລະຫວ່າງ ສອງພັກ ສອງລັດ ກໍຄື ການພັດທະນາພາລະກິດສັງຄົມນິຍົມ ຂອງໂລກ ອີກດ້ວຍ. ສປ ຈີນ ຍິນດີຮ່ວມກັບ ສສ ຫວຽດນາມ ຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບສໍາຄັນຮ່ວມກັນ ຂອງຜູ້ນໍາສູງສຸດ ຂອງສອງພັກສອງລັດ ໃຫ້ດີເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາ ຈີນ- ຫວຽດນາມ ໃຫ້ກ້າວສູ່ລວງເລິກ ແລະ ເປັນຮູບປະທໍາຢ່າງຕໍ່ເນື່ອງ. ສະພາປຶກສາການເມືອງ ປະຊາຊົນແຫ່ງຊາດຈີນ ຍິນດີປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດດັ່ງກ່າວ. ທ່ານ ເລມິງຈີ ໄດ້ສະແດງຄວາມຊົມເຊີຍ ຕໍ່ການສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 105 ປີ ທັງສະແດງຄວາມຊົມເຊີຍຕໍ່ຄວາມສາມາດໃນການນໍາພາປະເທດຈີນ ບຸກບືນກ້າວໄປຂ້າງໜ້າ ຢ່າງບໍ່ຢຸດຢັ້ງ ກໍຄື ບັນດາຂໍ້ລິເລີ່ມທົ່ວໂລກທີ່ສະເໜີອອກ ໂດຍ ທ່ານ ເລຂາທິການໃຫຍ່ ສີ ຈິ້ນຜິງ. ສສ ຫວຽດນາມ ຍິນດີຮ່ວມກັບ ສປ ຈີນ ຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບສໍາຄັນ ຮ່ວມກັນຂອງຜູ້ນໍາສູງສຸດ ຂອງສອງພັກ ສອງລັດ ໃຫ້ດີ ແລະ ຖອດຖອນບົດຮຽນນໍາທິດສະດີສັງຄົມນິຍົມ ທີ່ມີສີສັນພິເສດ ຂອງ ສປ ຈີນ ເພື່ອປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊາຕາກໍາຫວຽດນາມ-ຈີນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments