Homeຂ່າວຕ່າງປະເທດຈີນ ຊື້ຖົ່ວເຫລືອງ ຈາກ ສ.ອາເມລິກາ ຄັ້ງໃຫຍ່ທີ່ສຸດ ໃນຮອບ 8 ເດືອນ

ຈີນ ຊື້ຖົ່ວເຫລືອງ ຈາກ ສ.ອາເມລິກາ ຄັ້ງໃຫຍ່ທີ່ສຸດ ໃນຮອບ 8 ເດືອນ

ສຳນັກຂ່າວຕ່າງປະເທດລາຍງານ ຈາກ ນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາວ່າ: ກະຊວງກະສິກຳ ສ.ອາເມລິກາ ເປີດເຜີຍວ່າ: ຈີນ ໄດ້ສັ່ງຊື້ຖົ່ວເຫລືອງ ຈາກສ.ອາເມລິກາ ຈຳນວນ 472.000 ໂຕນ ເປັນຕົວເລກສູງສຸດ ນັບຕັ້ງແຕ່ ເດືອນພະຈິກ ປີຜ່ານມາ, ໃນຂະນະທີ່ ທັງສອງປະເທດ ຍັງສືບຕໍ່ຮັກສາ ຂໍ້ຕົກລົງ ທາງການຄ້າ ເຖິງແມ່ນວ່າ ສິນຄ້າ ຈາກ ສ.ອາເມລິກາ ຍັງຜະເຊີນ ກັບ ພາສີນຳເຂົ້າ ທີ່ ສູງກວ່າຄູ່ແຂ່ງ ເຊັ່ນ ບຣາຊິນ.

ຜູ້ສົ່ງອອກເອກະຊົນ ໄດ້ລາຍງານການຂາຍຖົ່ວເຫລືອງ ຈຳນວນ 472.000 ໂຕນ ໃຫ້ແກ່ຈີນ ເມື່ອບໍ່ດົນມານີ້ ແລະ ມີກຳນົດສົ່ງມອບ ເປັນໄລຍະ. ນີ້ຖືວ່າເປັນຍອດການຂາຍຖົ່ວເຫລືອງລາຍວັນ ຂອງ ສ.ອາເມລິກາ ກັບ ຈີນ ທີ່ມີປະລິມານສູງທີ່ສຸດ ນັບຕັ້ງແຕ່ ເດືອນພະຈິກ ປີຜ່ານມາ.

ການຊື້ຂາຍດັ່ງກ່າວ ໄດ້ແບ່ງເປັນຖົ່ວເຫລືອງ 136.000 ໂຕນ ສຳລັບ ການສົ່ງ-ມອບ ໃນປີການ ຕະຫລາດ 2025-2026 ແລະ ອີກ 336.000 ໂຕນ ສຳລັບ ສົ່ງມອບ ໃນປີການ ຕະຫລາດ 2026-2027. ການຊື້ຖົ່ວເຫລືອງ ໃນຄັ້ງນີ້ເກີດຂຶ້ນ ຫລັງຈາກ ກອງປະຊຸມ ສຸດຍອດ ລະຫວ່າງ ປະທານາທິບໍດີ ໂດນັນ ທຣຳ ຂອງ ສ.ອາເມລິກາ ກັບ ປະທານປະເທດ ສີ ຈິ້ນຜິງ ຂອງຈີນ ຢູ່ນະຄອນຫລວງ ປັກກິ່ງ ເມື່ອເດືອນພຶດສະພາ ທີ່ຜ່ານມາ.

ຂໍ້ມູນຈາກທຳນຽບຂາວ ລະບຸວ່າ ຈີນ ໄດ້ຕົກລົງ ທີ່ ຈະຊື້ສິນຄ້າ ກະສິກຳ ຈາກ ສ.ອາເມລິກ ໂດຍມີ ມູນຄ່າຢ່າງໜ້ອຍ 17.000 ລ້ານໂດລາສະຫະລັດຕໍ່ປີ ໃນລະຫວ່າງ ປີ 2026-2028. ເຖິງຢ່າງໃດກໍ່ຕາມ ຈີນ ບໍ່ໄດ້ຢືນຢັນຕົວເລກດັ່ງກ່າວ ຢ່າງເປັນທາງການ ໃນຖະແຖງການຂອງຕົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments