ສຳນັກຂ່າວ ອິນໂຟເຄວສ: ທ່ານນາງ ຄລໍເດຍ ເຊນບາມ (Claudia Sheinbaum) ປະທານາທິບໍດີເມັກຊິກ ໄດ້ຖະແຫລງຜ່ານແພລດຟອມ X ໃນວັນທີ 12 ກໍລະກົດວ່າ: ກະຊວງກະສິກຳ ຂອງສ.ອາເມລິກາ (USDA) ປະເມີນວ່າ ສ.ອາເມລິກາ ຈະນຳເຂົ້ານ້ຳຕານ ຈາກເມັກຊິກ ຫລາຍເຖິງ 1,15 ລ້ານໂຕນ ໃນໄລຍະປີ 2026-2027 ເຊິ່ງເພີ່ມຂຶ້ນຢ່າງແຂງແຮງ ເຖິງ 512% ໃນໄລຍະປີ 2025-2026.
ຕົວເລກດັ່ງກ່າວໄດ້ຖືກເຜີຍແຜ່ເປັນຄັ້ງທຳອິດໃນບົດລາຍງານ ຂອງ USDA ທີ່ອ້າງອີງເຖິງການສະໜອງ ແລະ ຄວາມຕ້ອງການສິນຄ້າກະສິກຳນັ້ນ, ຈະສ້າງລາຍໄດ້ໃຫ້ແກ່ຜູ້ຜະລິດຊາວເມັກຊິກ ສູງເຖິງ 4.76 ຕື້ເປໂຊເມັກຊິ ຫລື ປະມານ 272 ລ້ານໂດລາ ສະຫະລັດ. ກ່ອນໜ້ານີ້, ຄວາມຕ້ອງການນ້ຳຕານ ຈາກເມັກຊິກ ຂອງ ສ.ອາເມລິກາ ເຄີຍຫລຸດລົງເຫລືອພຽງແຕ່ 200.000 ໂຕນ ໃນຮອບປີທີ່ສິ້ນສຸດເມື່ອເດືອນກັນຍາ, ຫລຸດລົງຈາກລະດັບກວ່າ 1 ລ້ານໂຕນ ໃນຮອບປີທີ່ສິ້ນສຸດໃນປີ 2022. ສະຖານະການດັ່ງກ່າວ ສົ່ງຜົນໃຫ້ເຈົ້າໜ້າທີ່ ຂອງເມັກຊິກ ໄດ້ເລີ່ມເຈລະຈາກັບ ຝ່າຍ ສ.ອາເມລິກາ ໃນເດືອນພະຈິກປີຜ່ານມາ.

