Homeຂ່າວພາຍໃນຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງວ່າດ້ວຍການພັດທະນາແບບຍືນຍົງ

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການເມືອງລະດັບສູງວ່າດ້ວຍການພັດທະນາແບບຍືນຍົງ

ກອງປະຊຸມເວທີການເມືອງລະດັບສູງ ເພື່ອການພັດທະນາແບບຍືນຍົງ ຈັດຂຶ້ນໃນລະ ຫວ່າງວັນທີ 7-16 ກໍລະກົດ 2026 ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ, ນິວຢອກ ສ ອາເມລິກາ ພາຍໃຕ້ຫົວຂໍ້: ການຈັດຕັ້ງປະຕິບັດທີ່ມີການຫັນປ່ຽນ, ມີຄວາມເທົ່າທຽມ, ມີນະວັດຕະກໍາ ແລະ ການປະສານງານທີ່ດີ ເພື່ອບັນລຸວາລະ 2030 ວ່າດ້ວຍການພັດທະນາແບບຍືນຍົງ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ສູ່ອະນາຄົດທີ່ຍືນຍົງສຳລັບທຸກຄົນ ໂດຍມີຜູ້ແທນຈາກບັນດາປະເທດສະມາຊິກ ອົງການ ສປຊ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.

ກອງປະຊຸມໃນປີນີ້, ໄດ້ຮັບຟັງການລາຍງານ ກ່ຽວກັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ໂດຍລົງເລິກໃສ່ 5 ເປົ້າໝາຍຄື: ເປົ້າໝາຍການພັດທະນາແບບຍືນຍົງ(ປພຍ) 6: ມີນໍ້າສະອາດ ແລະ ສຸຂານາໄມ; ປພຍ 7: ພະລັງງານທີ່ສະອາດ ແລະ ທຸກຄົນສາມາດເຂົ້າເຖິງໄດ້; ປພຍ 9: ສົ່ງເສີມການຫັນເປັນອຸດສາຫະກໍາ, ການປະດິດສ້າງ ແລະ ພື້ນ ຖານໂຄງລ່າງທີ່ເຂັ້ມແຂງ; ປພຍ 11: ສ້າງຕົວເມືອງ ແລະ ຊຸມຊົນທີ່ຍືນຍົງ ແລະ ປພຍ 17: ການເປັນຄູ່ຮ່ວມມື ເພື່ອເປົ້າໝາຍການພັດທະນາແບບຍືນຍົງ ແລະ ມີ 36 ປະເທດ ໄດ້ສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈ ກ່ຽວກັບການຈັດຕັ້ງປະຕິບັດ ປພຍ (VNR). ອີງຕາມບົດລາຍງານຂອງ ອົງການ ສປຊ, ປັດຈຸບັນໃນທົ່ວໂລກສາມາດຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໄດ້ພຽງ 36% ເທົ່ານັ້ນ ຊຶ່ງໜຶ່ງໃນບັນດາສິ່ງທ້າທາຍອັນໃຫຍ່ຫລວງ ແມ່ນການສະໜອງທຶນໃຫ້ແກ່ການຈັດຕັ້ງປະຕິບັດທີ່ບໍ່ພຽງພໍ. ໃນນີ້, ປະເທດທີ່ມີຄວາມອ່ອນໄຫວ ໂດຍສະເພາະປະເທດດ້ອຍພັດທະນາ, ປະ ເທດກຳລັງພັດທະນາບໍ່ມີຊາຍແດນຕິດທະເລ ແລະ ປະເທດເກາະດອນນ້ອຍ ແມ່ນພົບກັບສິ່ງທ້າທາຍຫລາຍກວ່າໝູ່ ຊຶ່ງຍັງເຫລືອເວລາເພື່ອຈັດຕັ້ງປະຕິບັດອີກພຽງແຕ່ 4 ປີ ຈົນຮອດປີ 2030.

ຫົວໜ້າຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຕາງໜ້າໃຫ້ບັນດາປະເທດ ອາຊຽນ ໂດຍໄດ້ເນັ້ນເຖິງຜົນກະທົບທີ່ແກ່ຍາວມາຈາກວິກິດການຕ່າງໆຂອງໂລກ ລວມທັງຜົນກະທົບຈາກສົງຄາມ, ຂໍ້ຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ໄພພິບັດທໍາມະຊາດທີ່ເພີ່ມທະວີຄວາມຮຸນແຮງຂຶ້ນ ຊຶ່ງທັງໝົດໄດ້ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ, ພ້ອມທັງ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ສປຊ ຍົກສູງການຮ່ວມມືແບບຮອບດ້ານ ແລະ ໃຫ້ການຊ່ວຍເຫລືອບັນດາປະເທດທີ່ອ່ອນໄຫວ ເພື່ອສາມາດຈັດຕັ້ງປະຕິບັດວາລະ 2030 ໃຫ້ມີຜົນຄືບໜ້າ. ສປປ ລາວ ມີເຈດຈໍານົງເພື່ອສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 4 ກ່ຽວກັບການ ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຕໍ່ກອງປະຊຸມໃນປີ 2027 ຊຶ່ງຈະເຊື່ອມສານບົດລາຍງານລະດັບທ້ອງຖິ່ນເຂົ້າໃນບົດລາຍງານແຫ່ງຊາດເປັນຄັ້ງທໍາອິດ; ຈະສືບຕໍ່ພັດທະນາເສດຖະກິດຕາມທິດຍືນຍົງ ແລະ ສີຂຽວ, ສ້າງພື້ນຖານເສດຖະກິດໃຫ້ມີຄວາມເຂັ້ມແຂງ ແລະ ສາມາດເປັນເຈົ້າຕົນເອງ.

ໃນໂອກາດນີ້, ຫົວໜ້າຄະນະຜູ້ແທນ ສປປ ລາວ ຍັງໄດ້ພົບປະກັບ ທ່ານ ນາງ ຣາບັບ ຟາຕີມາ ຮອງເລຂາທິການໃຫຍ່ອົງການ ສປຊ, ຜູ້ຕາງໜ້າຂັ້ນສູງ ສໍາລັບປະເທດດ້ອຍພັດທະນາ, ປະເທດກໍາລັງພັດທະນາບໍ່ມີຊາຍແດນຕິດທະເລ ແລະ ປະເທດເກາະດອນນ້ອຍ ແລະ ທ່ານ ອອສກາ ເຟີນັນເດສ ຜູ້ຊ່ວຍເລຂາທິການໃຫຍ່ ສປຊ ຮັບຜິດຊອບວຽກງານປະສານງານດ້ານການພັດທະນາ ເພື່ອແລກປ່ຽນກ່ຽວກັບທິດທາງການຮ່ວມມື ລະຫວ່າງ ລັດຖະບານລາວ ແລະ ອົງການ ສປຊ ໃນຕໍ່ໜ້າ ລວມທັງກົນໄກສະໜັບສະໜູນເພື່ອໃຫ້ ສປປ ລາວ ມີຄວາມກຽມພ້ອມຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຢ່າງໂລ່ງລ່ຽນ ແລະ ຢືນຍົງ ໃນຕໍ່ໜ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments