ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນຳພາຂອງພັກ, ພັດທະນາວຽກງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ” ປີດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 15 ກໍລະກົດ 2026 ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາການນຳ, ອະດີດການນຳ ພັກ, ລັດ ພ້ອມດ້ວຍຜູ້ຕາງໜ້າສື່ມວນຊົນ ທັງສູນກາງ ແລະ ທ້ອງຖິ່ນ ເຂົ້່າຮ່ວມ.

ໂອກາດນີ້, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ມີຄຳເຫັນສະຫລຸບລາຍງານຜົນສຳເລັດ ຂອງການດຳເນີນ ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດຂອງການກະກຽມ ການດຳເນີນກອງປະຊຸມ ຕະຫລອດໄລຍະ 3 ວັນ ຊຶ່ງໄດ້ດຳເນີນໄປຢ່າງຮອບຄອບ, ມີລະບຽບ ແລະ ບັນລຸຜົນສຳເລັດຕາມຈຸດປະສົງທີ່ວາງໄວ້. ໃນນັ້ນ, ກອງປະຊຸມໄດ້ສະຫລຸບຜົນສຳເລັດໃນໄລຍະຜ່ານມາ, ກຳນົດທິດທາງ ແລະ ວາງມາດຕະການໃນການຍົກສູງຄຸນນະພາບວຽກງານສື່ມວນຊົນໃນໄລຍະຕໍ່ໜ້າ.

ພ້ອມນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ມີຄຳເຫັນກ່າວປີດກອງປະຊຸມ ຢ່າງເປັນທາງການ ວ່າ: ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຈັດຂຶ້ນເປັນຄັ້ງທຳອິດ ຖືເປັນຄັ້ງປະຫວັດສາດ, ເປັນພື້ນຖານສໍາຄັນ ແນໃສ່ຍົກສູງບົດບາດວຽກງານສື່ມວນຊົນທົ່ວປະເທດ ໃຫ້ມີການຫັນປ່ຽນໄປສູ່ຄຸນນະພາບໃໝ່ ບົນພື້ນຖານການຈັດຕັ້ງປະຕິບັດ ຄໍາຂວັນ: “ຍົກສູງບົດບາດການນໍາພາຂອງພັກ ພັດທະນາວຽກງານສື່ມວນຊົນ ໄປສູ່ຄຸນນະພາບໃໝ່ ຢ່າງແຂງແຮງ”, ກອງປະຊຸມໄດ້ຮ່ວມກັນຕີລາຄາສູງ, ທົບທວນຄືນບັນດາຜົນງານ ຢ່າງພາວະວິໃສຜ່ານພຶດຕິກຳຕົວຈິງ ແລະ ໄດ້ຍົກໃຫ້ເຫັນດ້ານດີທີ່ພົ້ນເດັ່ນ, ດ້ານອ່ອນ, ຂໍ້ຄົງຄ້າງ, ສິ່ງທ້າທາຍໃນຍຸກສະໄໝ ແລະ ຖອດໄດ້ບົດຮຽນທີ່ມີຄຸນຄ່າແກ່ການພັດທະນາວຽກງານສື່ມວນຊົນ. ພ້ອມກັນນັ້ນ, ກໍໄດ້ຮ່ວມກັນກຳນົດທິດທາງແຜນການ, ມາດຕະການ ແລະ ວິທີການຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອຍົກສູງຄຸນນະພາບຂອງສື່ມວນຊົນລາວໃຫ້ມີປະສິດທິຜົນກ້າວຂຶ້ນໄປເລື້ອຍໆ. ໃນກອງປະຊຸມ ໄດ້ຮັບຟັງ ການສະຫລຸບຕີລາຄາການຈັດຕັ້ງເຄື່ອນໄຫວວຽກງານສື່ມວນຊົນ ໃນໄລຍະຜ່ານມາ ຊຶ່ງເປັນການສ່ອງແສງໃຫ້ເຫັນເຖິງຜົນງານ ຂອງວຽກງານສື່ມວນຊົນທົ່ວປະເທດ ແລະ ວາງທິດທາງແຜນພັດທະນາວຽກງານສື່ມວນຊົນ ແຕ່ນີ້ເຖິງປີ 2030; ພ້ອມທັງໄດ້ຮັບຟັງບົດປະກອບຄໍາເຫັນ ຂອງພາກສ່ວນຕ່າງໆ ຂອງສື່ມວນຊົນທີ່ກ່ຽວຂ້ອງ ຈໍານວນ 12 ບົດ ທີ່ມີເນື້ອໃນສ່ອງໃຫ້ເຫັນເຖິງການຈັດຕັ້ງປະຕິບັດໜ້າທີ່ການ ເມືອງຂອງສື່ມວນຊົນຢ່າງມີຜົນສໍາເລັດ, ພ້ອມນັ້ນ ກໍໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບບັນຫາຕ່າງໆຢ່າງກົງໄປກົງມາ ຊຶ່ງເປັນພື້ນຖານໃຫ້ແກ່ການຍົກສູງພາລະບົດບາດ ແລະ ຢັ້ງຢືນເຖິງຜົນງານຫລາຍດ້ານທີ່ຂົງເຂດວຽກງານສື່ມວນຊົນຍາດມາໄດ້ ກໍຄື ການຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ.

ພ້ອມນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ຍັງເນັ້ນ ໃຫ້ສື່ມວນຊົນລາວ ສືບຕໍ່ປະຕິບັດໜ້າທີ່, ພາລະບົດບາດການເມືອງອັນມີກຽດຂອງຕົນ ແນໃສ່ເຮັດໃຫ້ບົດບາດ ຂອງວຽກງານສື່ມວນຊົນ ໄດ້ກ້າວສູ່ຄຸນນະພາບໃໝ່ ແລະ ມີການຫັນປ່ຽນທີ່ເລິກເຊິ່ງ, ເຖິງຖອງ, ຍົກສູງການຈັດຕັ້ງນໍາພາວຽກງານສື່ມວນຊົນໃຫ້ກາຍເປັນເຄື່ອງມືອັນແຫລມຄົມ ແລະ ເປັນຂົວຕໍ່ທີ່ສຳຄັນຂອງພັກ ໃນການໂຄສະນາເຜີຍແຜ່, ແນວທາງ, ແຜນນະໂຍບາຍ ຂອງພັກ-ລັດ ກໍຄື ການປະຕິບັດພາລະໜ້າທີ່ຂອງສື່ມວນຊົນ.
ໃນໂອກາດອັນສຳຄັນນີ້, ກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນໍາ ແລະ ທິດທາງ ໃນການພັດທະນາວຽກງານສື່ມວນຊົນທົ່ວປະເທດ ຈາກ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ຊຶ່ງເປັນ

