ສື່ມວນຊົນລາວ ແມ່ນກຳລັງສຳຄັນໃນວຽກງານເຜີຍແຜ່ແນວທາງ, ນະໂຍບາຍ ແລະ ກົດໝາຍຂອງພັກ ແລະ ລັດຖະບານ ໄປສູ່ປະຊາຊົນລາວບັນດາເຜົ່າ ຊຶ່ງພັກ, ລັດຖະບານ ໄດ້ໃຫ້ຄວາມສຳຄັນຕໍ່ການພັດທະນາວຽກງານສື່ມວນຊົນ ໂດຍຖືເປັນກະບອກສຽງອັນແຫລມຄົມ ໃນການໂຄສະນາ, ສຶກສາອົບຮົມ, ປຸກລະດົມ ແລະ ສ້າງຄວາມສາມັກຄີ ທົ່ວປວງຊົນ ດັ່ງຄຳຂວັນທີວ່າ: “ສື່່ມວນຊົນ ເປັນຜູ້ທີ່ປາກອອກແສງ, ຜູ້ຮູ້ແທງເຖິງໃຈ, ຜູ້ສະດຸ້ງໄວເມື່ອອ່ານ, ຜູ້ທີ່ກ້າຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກເປົ້າ” .
ທ່ານ ຄຳເຮືອງ ຄຳປະສິດ ຮອງຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ໄດ້ປະກອບຄຳຄິດຄຳເຫັນ ໃນຫົວຂໍ້: “ສື່ມວນຊົນ ແມ່ນຜູ້ທີ່ປາກອອກແສງ, ຜູ້ຮູ້ແທງເຖິງໃຈ, ຜູ້ສະດຸ້ງໄວເມື່ອອ່ານ, ຜູ້ທີ່ກ້າຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກເປົ້າ” ຕໍ່ກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ 1 ໃນວັນທີ 14 ກໍລະກົດ 2026 ນີ້ວ່າ: ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານສື່ມວນຊົນ. ໃນພິທີໂຮມຊຸມນຸມສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 70 ປີ ໃນປີ 2020 ຜ່ານມາ, ການນໍາຂັ້ນສູງ ຂອງ ສປປ ລາວ ໄດ້ວາງເປັນຄຳຂວັນ ທີ່ມີຄວາມໝາຍທາງດ້ານທິດສະດີ ແລະ ພຶດຕິກໍາ ວ່າ: “ສື່່ມວນຊົນ ເປັນຜູ້ທີ່ປາກອອກແສງ, ຜູ້ຮູ້ແທງເຖິງໃຈ, ຜູ້ສະດຸ້ງໄວເມື່ອອ່ານ, ຜູ້ທີ່ກ້າຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກເປົ້າ” ຊຶ່ງສື່ມວນຊົນລາວທຸກຂະແໜງການ ໄດ້ຖືເອົາທັດສະນະຊີ້ນຳດັ່ງກ່າວ ເປັນເຂັມຊີ້ທິດເຍືອງທາງ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ຢ່າງມີຄວາມຮັບຜິດຊອບສູງ.
ສຳລັບ ຄວາມໝາຍທີ່ສະແດງອອກແຈ້ງ ເຖິງທັດສະນະຊີ້ນຳຂອງຄຳຂວັນ ດັ່ງກ່າວ ຄື: ສື່ມວນຊົນ ເປັນຜູ້ທີ່ປາກອອກແສງ: ໝາຍເຖິງການນໍາສະເໜີບົດ ແລະ ຂ່າວ ທີ່ຖືກຕ້ອງ, ສ້າງສັນ, ມີຄຸນຄ່າ ແລະ ກໍ່ໃຫ້ເກີດປະໂຫຍດ ເປັນແສງເຍືອງທາງ ຊ່ວຍໃຫ້ຄວາມຮູ້, ຄວາມເຂົ້າໃຈ ບັນຫາການເມືອງ, ເສດຖະກິດ, ວັດທະນະທໍາ, ສັງຄົມຢ່າງມີຈຸດປະສົງ ແລະ ທັນການ; ສື່ມວນຊົນ ເປັນຜູ້ຮູ້ແທງເຖິງໃຈ ໝາຍຄວາມວ່າ: ຜະລິດຕະພັນສື່ມວນຊົນ ຕ້ອງເປັນອາວຸດອັນແຫລມຄົມ ເພື່ອໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ຢ່າງກວ້າງຂວາງ, ຄົບຖ້ວນ, ແທດຕົວຈິງ, ວ່ອງໄວ ທັນການ, ຊັດເຈນ, ເຂົ້າໃຈງ່າຍ ແລະ ມີຫລາຍຮູບຫລາຍສີ ເພື່ອໃຫ້ເຂົ້າເຖິງຈິດໃຈຂອງຜູ້ອ່ານ, ຜູ້ຟັງ, ຜູ້ຊົມ ກໍຄື ປະຊາຊົນບັນດາເຜົ່າ ເພື່ອສ້າງຄວາມເປັນເອກະພາບ, ເຫັນດີເຫັນພ້ອມ ແລະ ພ້ອມກັນຈັດຕັ້ງປະຕິບັດ ຢ່າງຖືກຕ້ອງ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ; ສື່ມວນຊົນ ເປັນຜູ້ສະດຸ້ງໄວເມື່ອໄດ້ອ່ານ: ໝາຍເຖິງຄວາມສາມາດ ໃນການຮັບຮູ້, ຕື່ນຕົວ, ຄົ້ນພົບ ແລະ ຕອບສະໜອງ ຢ່າງທັນການ ເມື່ອໄດ້ຮັບຮູ້ຂໍ້ມູນຂ່າວສານ, ຮັບຮູ້ບັນດາເຫດການ, ບັນຫາ, ປະກົດການ ຫລື ຄວາມຜິດປົກກະຕິ ທີ່ເກີດຂຶ້ນໃນສັງຄົມ ເພື່ອນໍາສະເໜີບົດ, ຂ່າວ ຢ່າງຖືກຕ້ອງ, ວ່ອງໄວ ແລະ ທັນກັບສະພາບການ; ສື່ມວນຊົນ ເປັນຜູ້ທີ່ກ້າຜ່ານອຸປະສັກ: ໝາຍເຖິງຄວາມກ້າຫານ, ຄວາມເສຍສະລະ ແລະ ອົດທົນ ຕໍ່ຄວາມຫຍຸ້ງຍາກ, ຄວາມກົດດັນ, ໄພອັນຕະລາຍ ແລະ ອຸປະສັກຕ່າງໆ; ສື່ມວນຊົນ ເປັນຜູ້ທີ່ຮັກຄວາມຈິງ ໝາຍຄວາມວ່າ: ຜູ້ທີ່ເຮັດວຽກສື່ມວນຊົນ ຕ້ອງເປັນຜູ້ທີ່ເວົ້າຄວາມຈິງ, ຂຽນລັກສະນະຕົວຈິງ ແລະ ຕິດແທດກັບຄວາມຈິງ; ສື່ມວນຊົນ ເປັນຜູ້ທີ່ຍິງຖືກເປົ້າ: ໝາຍເຖິງການນໍາສະເໜີ ຂ່າວ-ບົດ ເພື່ອສ່ອງແສງເຫດການ, ບັນຫາຕ່າງໆ ຕ້ອງສ່ອງແສງດ້ວຍຄວາມເປັນຈິງ, ຖືກປະເດັນ ແລະ ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ຢ່າງຖືກເປົ້າ ເພື່ອນໍາໄປສູ່ການປ່ຽນແປງ ຫລື ການມີສ່ວນຮ່ວມ ແກ້ໄຂບັນຫາໃນສັງຄົມ ຢ່າງແທ້ຈິງ.
ຢ່າງໃດກໍຕາມ ຖັນແຖວສື່ມວນຊົນ ຈະຕ້ອງໄດ້ຕັ້ງໜ້າປັບປຸງຕົນເອງ, ພິສູດຕົນເອງ ເພື່ອເຮັດໃຫ້ທັດສະນະຊີ້ນຳ ໄດ້ປະກົດຜົນເປັນຈິງ ໂດຍສຸມໃສ່ເພີ່ມທະວີການນໍາພາ-ຊີ້ນໍາ ຂອງພັກ ໂດຍກົງຮອບດ້ານ ຕໍ່ວຽກງານສື່ມວນຊົນ, ຕັ້ງໜ້າປະຕິບັດລະບຽບກົດໝາຍຂອງລັດ ແລະ ຈັນຍາບັນສື່ມວນຊົນ ເພື່ອດຳເນີນພາລະກິດການເມືອງຂອງ ພັກ-ລັດ ແລະ ຍຶດຖືປະຊາຊົນເປັນກົກ, ເປັນໃຈກາງ ຈະຊ່ວຍໃຫ້ສື່ມວນຊົນ ສາມາດເຮັດໜ້າທີ່ “ຜູ້ປາກອອກແສງ” ໄດ້ຢ່າງແທ້ຈິງ ເພື່ອເຮັດໃຫ້ “ແສງສະຫວ່າງແຫ່ງຄວາມເປັນຈິງ, ແຫ່ງປັນຍາຄວາມຮູ້ ເຍືອງທາງກ້າວເດີນສູ່ຄວາມສີວິໄລ”. ພ້ອມນີ້ ສື່ມວນຊົນ ຕ້ອງສຸມໃສ່ສ້າງຜະລິດຕະພັນທີ່ “ຄົມແຫລມ” “ແທງເຖິງໃຈ” ຜູ້ອ່ານ, ຜູ້ຟັງ ແລະ ຜູ້ຊົມ ກໍຄືປະຊາຊົນ, ຕ້ອງໃກ້ຊິດກັບປະຊາຊົນ, ເຂົ້າໃຈຊີວິດຕົວຈິງຂອງປະຊາຊົນ ແລະ ສ່ອງແສງຄວາມຈິງ ຢ່າງຖືກຕ້ອງ ເພື່ອສ້າງຄວາມໜ້າເຊື່ອຖື, ດຶງດູດຜູ້ຕິດຕາມ ແລະ ປະຕິ ບັດໜ້າທີ່ ເປັນສາຍໃຍຜູກພັນ ລະຫວ່າງ ມະຫາຊົນ ກັບ ພັກ-ລັດ ໄດ້ຢ່າງມີປະສິດທິຜົນ; ສື່ມວນຊົນ ຕ້ອງສືບຕໍ່ຍຶດໝັ້ນໃນຫລັກການແຫ່ງຄວາມວ່ອງໄວ ແລະ ຄວາມຖືກຕ້ອງ, ຕ້ອງກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ກໍາໄດ້ສະພາບການຕົວຈິງ ເພື່ອຄົ້ນຄວ້າເຫັນບັນຫາ ຈຶ່ງຈະ “ສະດຸ້ງໄວ” ແລະ ສາມາດວາງແຜນການຂຽນບົດ-ຂຽນຂ່າວ ເພື່ອຊີ້ແຈງອະທິບາຍບັນຫານັ້ນໆ ຢ່າງທັນການ; ສ້າງຄວາມກ້າຫານໃຫ້ສື່ມວນຊົນ “ກ້າຜ່ານຜ່າອຸປະສັກ”, ຂໍ້ຫຍຸ້ງຍາກ ແລະ ຄວາມຢ້ານກົວ ທີ່ອາດຈະຖືກກົດດັນ ເມື່ອສະເໜີຂໍ້ມູນຂ່າວສານ ທີ່ກະທົບຕໍ່ບຸກຄົນ, ອົງການ ແລະ ອື່ນໆ. ຄຽງຄູ່ກັນນັ້ນ, ການບໍາລຸງສ້າງບຸກຄະລາກອນ ຜູ້ເຮັດວຽກງານສື່ມວນຊົນ ໃຫ້ມີຫລັກໝັ້ນ, ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຈໍາແນກໄດ້ມິດ ແລະ ສັດຕູ ຈະຊ່ວຍໃຫ້ສື່ມວນຊົນ ມີຄວາມກ້າຫານທາງວິຊາຊີບ, ມີຈັນຍາບັນ, ມີຄວາມຮັບຜິດຊອບ ແລະ ມີຈິດໃຈເສຍສະລະ, ມີຄວາມອົດທົນ ບາກບັ່ນບຸກບືນ; ສ້າງຄວາມເຂັ້ມແຂງ ແລະ ສ້າງຄວາມເຂົ້າໃຈ ໃຫ້ສື່ມວນຊົນທຸກພາກສ່ວນຢ່າງຈະແຈ້ງວ່າ: ການສ່ອງແສງຄວາມເປັນຈິງ ທີ່ບໍ່ແມ່ນການເປີດເຜີຍຄວາມລັບຂອງຊາດ, ເຜີຍແຜ່ຄວາມຈິງ, ມີຫລັກຖານ ແລະ ມີຈຸດປະສົງສ້າງສັນ ເປັນການຊ່ວຍໃຫ້ ພັກ-ລັດ ເຫັນບັນຫາ ເພື່ອແກ້ໄຂໄດ້ທັນເວລາ; ສື່ມວນຊົນ ຕ້ອງເອົາໃຈໃສ່ ສຶກສາຈິດຕະສາດ, ພຶດຕິກໍາ ແລະ ຄວາມຕ້ອງການ ຂອງແຕ່ລະກຸ່ມເປົ້າໝາຍ ເພື່ອວາງແຜນຂຽນບົດ-ຂຽນຂ່າວ ໃຫ້ມີເນື້ອໃນຄົບຖ້ວນ, ນຳໃຊ້ສັບພາສາ ຫລື ສຳນວນທີ່ສອດຄ່ອງ ແລະ ເຜີຍແຜ່ທີ່ເໝາະສົມຈຶ່ງສາມາດ “ຍິງຖືກເປົ້າ”, ເຮັດໃຫ້ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໄດ້ຢ່າງຖືກຕ້ອງ, ສ້າງຄວາມເຂົ້າໃຈ, ມີການຍອມຮັບ ແລະ ການປ່ຽນແປງພຶດຕິກໍາຂອງສັງຄົມ ໄດ້ຢ່າງມີປະສິດທິຜົນ.

