ການຍົກລະດັບຄຸນນະພາບການວິເຄາະ-ວິຈານຂ່າວ ເປັນພາລະກິດສຳຄັນ ຂອງສື່ມວນຊົນລາວ ຊຶ່ງການວິເຄາະຂ່າວ ບໍ່ພຽງແຕ່ອະທິບາຍວ່າເຫດການເກີດຫຍັງຂຶ້ນ ແຕ່ຍັງຊ່ວຍອະທິບາຍສາເຫດ, ຜົນກະທົບ ແລະ ທິດທາງໃນອະນາຄົດ ເພື່ອໃຫ້ສັງຄົມເຂົ້າໃຈຂໍ້ມູນຄວາມເປັນຈິງຢ່າງຮອບດ້ານ.
ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ຂຶ້ນປະກອບຄຳເຫັນ ໃນຫົວຂໍ້: ຍົກລະດັບການວິເຄາະ-ວິຈານຂ່າວ ໃຫ້ມີຄຸນນະພາບໃໝ່ ໃນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນຳພາຂອງພັກ, ພັດທະນາວຽກງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ” ໃນວັນທີ 14 ກໍລະກົດ 2026 ນີ້ ໂດຍທ່ານໄດ້ຍົກໃຫ້ເຫັນ ຄວາມສຳຄັນຂອງການວິເຄາະຂ່າວ ຊຶ່ງ ການຍົກລະດັບຄຸນນະພາບການວິເຄາະ-ວິຈານຂ່າວ ບໍ່ແມ່ນພຽງການປັບປຸງຮູບແບບການນຳສະເໜີເທົ່ານັ້ນ ແຕ່ເປັນການຍົກສູງຄຸນນະພາບທາງດ້ານແນວຄິດ, ຄວາມຮູ້, ຈັນຍາບັນ ແລະ ຄວາມສາມາດທາງວິຊາຊີບຂອງນັກຂ່າວ, ເພາະການວິເຄາະວິຈານຂ່າວ ແມ່ນຂະບວນການກັ່ນຕອງ, ປະເມີນ ແລະ ຕີລາຄາຂໍ້ມູນຂ່າວສານຢ່າງມີເຫດມີຜົນເພື່ອຊ່ວຍໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈບັນຫາທີ່ເກີດຂຶ້ນໄດ້ຢ່າງຖືກຕ້ອງ ແລະ ເລິກເຊິ່ງ. ການວິເຄາະຂ່າວ ຊ່ວຍກັ່ນຕອງຄວາມຖືກຕ້ອງ, ຊ່ວຍຈຳແນກລະຫວ່າງ “ຂ່າວແທ້” ແລະ “ຂ່າວປອມ” ເພື່ອບໍ່ໃຫ້ສັງຄົມຫລົງເຊື່ອຂໍ້ມູນທີ່ຜິດພາດ; ປ້ອງກັນການຖືກຊັກຈູງ: ຊ່ວຍໃຫ້ພວກເຮົາຮູ້ທັນເຈຕະນາຂອງຜູ້ຂຽນຂ່າວ ວ່າກຳລັງພະຍາຍາມຊີ້ນຳຄວາມຄິດ, ບິດເບືອນຄວາມຈິງ ຫລື ໂຄສະນາຊວນເຊື່ອຫລືບໍ່; ສ້າງຄວາມເຂົ້າໃຈທີ່ເລິກເຊິ່ງ: ການອ່ານຂ່າວແບບຜິວເຜີນ ອາດຈະເຮັດໃຫ້ໄດ້ຮັບຂໍ້ມູນບໍ່ຄົບຖ້ວນ ແຕ່ການວິເຄາະຈະຊ່ວຍໃຫ້ເຫັນເຖິງ “ສາເຫດ”, “ຜົນກະທົບ” ແລະ “ທ່າອ່ຽງ” ທີ່ຈະເກີດຂຶ້ນໃນອະນາຄົດ, ທັງຍົກລະດັບສະຕິປັນຍາ ແລະ ການຄິດວິເຄາະ: ຝຶກໃຫ້ເປັນຄົນບໍ່ຫລົງເຊື່ອອັນໃດງ່າຍໆ, ຮູ້ຈັກຕັ້ງຄຳຖາມ ແລະ ຊອກຫາຫລັກຖານມາຮອງຮັບກ່ອນສະຫລຸບ.
ການຍົກລະດັບການວິເຄາະ-ວິຈານຂ່າວໃຫ້ມີຄຸນນະພາບໃໝ່ ແມ່ນພາລະກິດທີ່ຈຳເປັນໃນສະພາບການພັດທະນາຂອງສື່ມວນຊົນສະໄໝໃໝ່, ການວິເຄາະທີ່ມີຄຸນນະພາບ ຕ້ອງອາໄສຄວາມຮູ້, ຂໍ້ມູນ, ວິທີຄິດແບບວິທະຍາສາດ, ການນຳໃຊ້ເຕັກໂນໂລຊີ ແລະ ຈັນຍາບັນວິຊາຊີບ, ຖ້າສື່ມວນຊົນສາມາດພັດທະນາວຽກງານດ້ານນີ້ໄດ້ຢ່າງຕໍ່ເນື່ອງ ການວິເຄາະ-ວິຈານຂ່າວ ຈະບໍ່ພຽງແຕ່ເປັນຜະລິດຕະພັນຂ່າວຊະນິດໜຶ່ງ ແຕ່ຈະກາຍເປັນ “ພະລັງປັນຍາ” ທີ່ຊ່ວຍຊີ້ນຳສັງຄົມ, ສ້າງຄວາມເຂົ້າໃຈຮ່ວມ ແລະ ສົ່ງເສີມການພັດທະນາປະເທດຊາດໃນຍຸກດິຈິຕອນຢ່າງຍືນຍົງ. ພ້ອມກັນນັ້ນ, ການວິເຄາະ-ວິຈານຂ່າວ ຕ້ອງສະທ້ອນເອກະລັກ ແລະ ຄຸນຄ່າວັດທະນະທຳລາວ ໂດຍໃຫ້ຄວາມສຳຄັນກັບຄວາມສາມັກຄີ, ຈາລິຍະທຳ, ການເຄົາລົບຜູ້ອື່ນ ແລະ ການຫາທາງອອກດ້ວຍສັນຕິວິທີ. ຢ່າງໃດກໍຕາມ ເພື່ອເຮັດໃຫ້ວຽກງານວິເຄາະ-ວິຈານຂ່າວ ພັດທະນາໄປໃນທິດທາງທີ່ມີຄຸນນະພາບ ແລະ ທັນສະໄໝ ຈຳເປັນຕ້ອງມີການຊີ້ນຳຢ່າງໃກ້ຊິດ ຈາກ ພັກ-ລັດ, ການລົງທຶນພັດທະ ນາບຸກຄະລາກອນ, ການສະໜອງງົບປະມານ ແລະ ອຸປະ ກອນທາງເຕັກໂນໂລຊີທີ່ຈຳເປັນ ຄວບຄູ່ກັບການສ້າງກົນໄກປະສານງານລະຫວ່າງອົງການສື່ມວນຊົນ, ພາກລັດ ແລະ ສະຖາບັນວິຊາການ ເພື່ອສາມາດຮ່ວມກັນຜະລິດບົດວິເຄາະ-ວິຈານຂ່າວ ທີ່ມີມາດຕະຖານ, ມີຄວາມໜ້າເຊື່ອຖື. ພ້ອມນີ້ “ການຍົກລະດັບການວິເຄາະ-ວິຈານຂ່າວ ບໍ່ແມ່ນພາລະກິດຂອງອົງການສື່ມວນຊົນໃດໜຶ່ງເທົ່ານັ້ນ ແຕ່ເປັນຄວາມຮັບຜິດຊອບຮ່ວມຂອງທຸກພາກສ່ວນ ເພື່ອສ້າງລະບົບນິເວດຂ່າວສານ ທີ່ມີຄຸນນະພາບ, ໂປ່ງໃສ, ໜ້າເຊື່ອຖື ແລະ ຮັບໃຊ້ການພັດທະນາປະເທດຊາດໃນໄລຍະຍາວ”.
ສຳລັບ ທິດທາງໃນຕໍ່ໜ້າ ເພື່ອຍົກສູງຄວາມອາດສາມາດໃນການວິເຄາະ-ວິຈານຂ່າວ ຂອງບັນດາອົງການສື່ມວນຊົນ ໃນ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ ເຫັນວ່າຄວນມີການພັດທະນາໃນຫລາຍໆດ້ານຢ່າງເປັນລະບົບ ເປັນຕົ້ນ ຍົກລະດັບຄຸນນະພາບບຸກຄະລາກອນ, ປັບປຸງຮູບແບບ ແລະ ເຕັກນິກການນຳສະເໜີ, ຫັນສູ່ດີຈິຕອນ ແລະ ນໍາໃຊ້ AI ຢ່າງເໝາະສົມ, ສ້າງເຄືອຂ່າຍ ແລະ ການເຂົ້າເຖິງຂໍ້ມູນ, ສົ່ງເສີມຈັນຍາບັນ ແລະ ຄວາມຮັບຜິດຊອບຕໍ່ວິຊາຊີບ ແລະ ສ້າງສັງຄົມທີ່ຮູ້ເທົ່າທັນສື່ ແລະ ຂໍ້ມູນ.
ທ່ານ ວັນນະສິນ ສິມມະວົງ ຍັງໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາ, ບົດວິເຄາະ-ວິຈານຂ່າວຢູ່ ສປປ ລາວ ມີບົດບາດສຳຄັນໃນການຊີ້ນຳທັດສະນະສັງຄົມ, ໂຄສະນານະໂຍບາຍຂອງພັກ-ລັດ ແລະ ສະທ້ອນບັນຫາການພັດທະນາປະເທດ. ແຕ່ຖ້າພິຈາລະນາໃນດ້ານວິຊາການ ກໍມີຈຸດແຂງຫລາຍດ້ານ ຄື: ຮັກສາທິດທາງ ທາງການເມືອງໄດ້ດີ, ບົດວິເຄາະສ່ວນໃຫຍ່ສອດຄ່ອງກັບແນວທາງ ແລະ ນະໂຍບາຍຂອງພັກ-ລັດ, ຊ່ວຍສ້າງຄວາມເຂົ້າໃຈຮ່ວມໃນສັງຄົມ ແລະ ສົ່ງເສີມການປະຕິບັດແນວທາງພັດທະນາປະເທດ; ມຸ່ງເນັ້ນການສຶກສາອົບຮົມ, ບົດວິເຄາະຈຳນວນຫລາຍມີລັກສະນະອະທິບາຍ, ຊີ້ແຈງ ແລະ ສ້າງຄວາມຮັບຮູ້ໃຫ້ປະຊາຊົນກ່ຽວກັບນະໂຍບາຍ, ກົດໝາຍ ແລະ ບັນຫາສັງຄົມຕ່າງໆ; ມີບົດບາດໃນການຕໍ່ສູ້ຂ່າວປອມ ໂດຍສະເພາະໃນຍຸກສື່ສັງຄົມອອນລາຍ, ບົດວິເຄາະ-ວິຈານໄດ້ຊ່ວຍຊີ້ແຈງ ແລະ ແກ້ໄຂຄວາມເຂົ້າໃຈຜິດທີ່ເກີດຈາກຂ່າວບິດເບືອນ ຫລື ຂ່າວທີ່ຂາດການກວດສອບ.
ສື່ມວນຊົນລາວ ມີຈຸດພິເສດທີ່ແຕກຕ່າງຈາກສື່ໃນບາງປະເທດ ຄື ບໍ່ພຽງແຕ່ເປັນຜູ້ລາຍງານເຫດການ ແຕ່ຍັງເປັນຜູ້ຊີ້ນຳທາງດ້ານຄວາມຄິດ, ສ້າງຄວາມເຂົ້າໃຈທີ່ຖືກຕ້ອງໃຫ້ແກ່ສັງຄົມ ແລະ ຮັບໃຊ້ຜົນປະໂຫຍດຂອງປະເທດ ຊາດ. ດັ່ງນັ້ນ, ການວິເຄາະ-ວິຈານຂ່າວ ຈຶ່ງຕ້ອງອີງໃສ່ຂໍ້ເທັດຈິງ, ຫລັກວິຊາການ ແລະ ຜົນປະໂຫຍດສ່ວນລວມ ເພື່ອສ້າງທັດສະນະທີ່ຖືກຕ້ອງໃຫ້ແກ່ປະຊາຊົນ.

