Homeຂ່າວໜ້າໜຶ່ງສື່ມວນຊົນມີບົດບາດສຳຄັນ ເປັນກະບອກສຽງສຶກສາອົບຮົມຊາວໜຸ່ມ-ໄວໜຸ່ມ ໃນເງື່ອນໄຂໃໝ່

ສື່ມວນຊົນມີບົດບາດສຳຄັນ ເປັນກະບອກສຽງສຶກສາອົບຮົມຊາວໜຸ່ມ-ໄວໜຸ່ມ ໃນເງື່ອນໄຂໃໝ່

ສື່ມວນຊົນມີບົດບາດສຳຄັນໃນການເຜີຍແຜ່ແນວທາງ, ນະໂຍບາຍ ແລະ ຂໍ້ມູນຂ່າວສານຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ໃຫ້ມວນຊົນໄດ້ຮັບຮູ້ຢ່າງທົ່ວເຖິງ ໂດຍສະເພາະແມ່ນຊາວໜຸ່ມ-ໄວໜຸ່ມ. ໃນຍຸກດີຈິຕອນ ແລະ ການພັດທະນາຂອງເຕັກໂນໂລຊີ ສື່ມວນຊົນຍິ່ງມີຄວາມສຳຄັນໃນການຊີ້ນຳແນວຄິດ, ສ້າງຄວາມຮັບຮູ້ ແລະ ປູກຈິດສຳນຶກໃຫ້ແກ່ຄົນຮຸ່ນໃໝ່ ໂດຍການຜະລິດເນື້ອຫາທີ່ຖືກຕ້ອງ, ສ້າງສັນ ແລະ ສອດຄ່ອງກັບຄວາມສົນໃຈຂອງໄວໜຸ່ມ ຊຶ່ງຈະຊ່ວຍໃຫ້ການສຶກສາອົບຮົມໃຫ້ມີປະສິດທິຜົນຫລາຍຂຶ້ນ.

ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ປະກອບຄຳຄິດຄຳເຫັນ ໃນຫົວຂໍ້: “ສື່ມວນຊົນເປັນກະບອກສຽງໃນການສຶກສາອົບຮົມຊາວໜຸ່ມ-ໄວໜຸ່ມ ໃນເງື່ອນໄຂໃໝ່” ໃນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ 1 ໃນວັນທີ 14 ກໍລະກົດ 2026 ນີ້ວ່າ: ຄະນະຊາວໜຸ່ມ ຍາມໃດກໍຖືວຽກງານໂຄສະນາສຶກສາອົບຮົມການເມືອງ, ແນວຄິດ ເປັນໜ້າທີ່ສໍາຄັນຕົ້ນຕໍ ອັນດັບທໍາອິດ ໃນການນໍາພາວຽກງານຊາວໜຸ່ມ, ເຍົາວະຊົນ. ໃນນັ້ນ, ວຽກງານສື່ມວນຊົນ ກໍແມ່ນພາຫະນະໜຶ່ງ ທີ່ມີບົດບາດສໍາຄັນໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ນັບແຕ່ມື້ປະກາດສ້າງຕັ້ງໜັງສືພິມໜຸ່ມລາວ ໃນວັນທີ 1 ມັງກອນ 1979 ເປັນຕົ້ນມາ ໜັງສືພິມໜຸ່ມລາວ ໄດ້ກາຍເປັນພາຫະນະອັນແຫລມຄົມ ໃນການເຄື່ອນໄຫວ, ໂຄສະນາຊຸກຍູ້ສົ່ງເສີມກຳລັງຊາວໜຸ່ມ ເຂົ້າໃນພາລະກິດປົກປັກຮັກສາອະທິປະໄຕ, ເຂດນ້ຳແດນດິນ ແລະ ຄວາມສະຫງົບສຸກຂອງຊາດ, ປຸກລະດົມກຳລັງຊາວໜຸ່ມປະກອບສ່ວນເຂົ້າໃນການອອກແຮງງານເພີ່ມພູນຜະລິດຜົນ, ສ້າງເໝືອງຝາຍ, ຊົນລະປະທານ, ຊຸກຍູ້ສົ່ງເສີມການຜະລິດທາງດ້ານກະສິກຳ, ເພິ່ງຕົນເອງກຸ້ມຕົນເອງເທື່ອລະກ້າວ, ສຶກສາອົບຮົມຊາວໜຸ່ມ, ເຍົາວະຊົນລາວ ໃຫ້ມີສະຕິຊາດ, ຮູ້ໄດ້ມູນເຊື້ອຂອງຄົນຮຸ່ນກ່ອນ, ຮູ້ອະນຸລັກຮັກສາສິລະປະວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ. ພ້ອມນັ້ນ, ກໍໄດ້ມີການປັບປຸງ ແລະ ພັດທະນາຕົນເອງທາງດ້ານເນື້ອໃນ, ຮູບແບບ, ສີສັນຕ່າງໆ ໃຫ້ສອດຕຄ່ອງກັບສະພາບການໃນແຕ່ລະໄລຍະ, ມີໜັງສືພິມ, ວາລະສານ, ລາຍການວິທະຍຸ-ໂທລະພາບ, ມີຖານີວິທະຍຸກະຈາຍສຽງຊາວໜຸ່ມລາວສິນໄຊຍຸກໃໝ່ FM 90.0 MHz ສົມທົບກັບສື່ອອນລາຍຕ່າງໆ ໃນການໂຄສະນາ ແນວທາງຂອງພັກ, ກົດໝາຍຂອງລັດ ແລະ ຂະບວນການພົ້ນເດັ່ນຕ່າງໆຂອງຊາວໜຸ່ມ-ເຍົາວະຊົນອອກສູ່ສັງຄົມ.

ເພື່ອເຮັດໃຫ້ວຽກງານສື່ມວນຊົນກາຍເປັນກະບອກສຽງ ທີ່ມີຄວາມສັກສິດ ແລະ ມີປະສິດທິຜົນສູງ ໃນການສຶກສາອົບຮົມຊາວໜຸ່ມ-ໄວໜຸ່ມ ແລະ ເຍົາວະຊົນໃນເງື່ອນໄຂໃໝ່ ຕ້ອງຮັກສາຄວາມເປັນແນວໜ້າທາງແນວຄິດຂອງສື່ມວນຊົນ: ສື່ມວນຊົນຕ້ອງບໍ່ເປັນພຽງຜູ້ລາຍງານຂ່າວ, ແຕ່ຕ້ອງເປັນຜູ້ນຳພາຄວາມຄິດ, ສ້າງຄວາມເຫັນພ້ອມໃນສັງຄົມ, ປົກປ້ອງພື້ນຖານແນວຄິດຂອງພັກ ແລະ ຕໍ່ສູ້ຕ້ານຂ່າວປອມ ແລະ ຂໍ້ມູນບິດເບືອນ; ຕ້ອງສ້າງການປ່ຽນແປງດ້ານດີຈິຕອນຢ່າງແທ້ຈິງ: ບໍ່ແມ່ນພຽງນໍາເອົາການນໍາສະເໜີຂ່າວແບບເກົ່າໄປລົງໃນແພລດຟອມໃໝ່, ແຕ່ຕ້ອງປ່ຽນວິທີຄິດ, ວິທີຜະລິດ ແລະ ວິທີສື່ສານ ໃຫ້ສອດຄ່ອງກັບພຶດຕິກຳຂອງຜູ້ຮັບຂໍ້ມູນຂ່າວສານໃນຍຸກໃໝ່ ແລະ ຕ້ອງສ້າງຄົນໃຫ້ທັນຍຸກ: ການແຂ່ງຂັນຂອງສື່ມວນຊົນໃນທີ່ສຸດແລ້ວ ແມ່ນການແຂ່ງຂັນດ້ານຄຸນນະພາບຄົນ. ສະນັ້ນ, ຈຳເປັນຕ້ອງສ້າງນັກຂ່າວຮຸ່ນໃໝ່ທີ່ມີຄວາມໜັກແໜ້ນທາງການເມືອງ, ມີຈັນຍາບັນໃນວິຊາຊີບ, ຊຳນານເຕັກໂນໂລຊີ ແລະ ສາມາດແຂ່ງຂັນໄດ້ໃນສະພາບການໃໝ່.

ປັດຈຸບັນ, ສື່ມວນຊົນພວມປະເຊີນກັບການປ່ຽນແປງທີ່ໄວທີ່ສຸດໃນປະຫວັດສາດ ໂດຍສະເພາະແມ່ນຄວາມໄວຂອງຂ່າວສານ, ການເກີດຂຶ້ນຂອງ AI, ການແຂ່ງຂັນຂອງສື່ດີຈິຕອນ ແລະ ການແຜ່ຂະຫຍາຍຂອງຂ່າວປອມ ກຳລັງທ້າທາຍບົດບາດດັ້ງເດີມ. ສະນັ້ນ, ວຽກງານສື່ມວນຊົນບໍ່ໄດ້ຈຳກັດຢູ່ພຽງແຕ່ວິທະຍຸ, ໂທລະພາບ ຫລື ໜັງສືພິມ ແບບດັ້ງເດີມອີກຕໍ່ໄປ, ແຕ່ຕ້ອງໄດ້ຫັນປ່ຽນມາສູ່ ສື່ສັງຄົມອອນລາຍ (Social Media) ເຊັ່ນ: ເຟສບຸກ (Facebook), ຕິກຕັອກ (TikTok), ຢູທູບ (YouTube) ແລະ ແພລດຟອມອື່ນໆ. ສື່ເຫລົ່ານີ້ມີອິດທິພົນຢ່າງມະຫາສານ ຕໍ່ກັບແນວຄິດ, ຄ່ານິຍົມ ແລະ ພຶດຕິກຳຂອງຊາວໜຸ່ມ, ເຍົາວະຊົນ ທັງໃນແງ່ບວກ ແລະ ແງ່ລົບ. ຄຽງຄູ່ກັນນັ້ນ, ວຽກງານສື່ມວນຊົນໃນຍຸກໃໝ່ ຍັງມີທັງກາລະໂອກາດ ໃນການເຂົ້າເຖິງຂໍ້ມູນຂ່າວສານ, ຄວາມຮູ້, ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຢ່າງສະດວກ, ວ່ອງໄວ ແລະ ພວກເຮົາກໍມີຊ່ອງທາງທີ່ຫລາກຫລາຍໃນການເຜີຍແຜ່ແນວທາງນະໂຍບາຍ, ມູນເຊື້ອອັນດີງາມຂອງຊາດ ແລະ ຜົນງານທີ່ໂດດເດັ່ນອອກສູ່ສັງຄົມ. ສະນັ້ນ, ການພັດທະນາວຽກງານສື່ມວນຊົນໄປສູ່ຄຸນນະພາບໃໝ່ ບໍ່ແມ່ນພຽງແຕ່ການປັບປ່ຽນຮູບແບບ ຫລື ເຕັກໂນໂລຊີເທົ່ານັ້ນ, ແຕ່ເປັນການຍົກສູງຄຸນນະພາບດ້ານແນວຄິດ, ຄຸນນະພາບດ້ານເນື້ອໃນ ແລະ ຄຸນນະພາບດ້ານບຸກຄະລາກອນທີ່ເຮັດວຽກງານສື່ມວນຊົນ.

ສະຫາຍ ທອງລີ ສີສຸລິດ ຍັງໃຫ້ຮູ້ອີກວ່າ: ຄຸນນະພາບໃໝ່ຂອງວຽກງານສື່ມວນຊົນ ບໍ່ແມ່ນການນຳສະເໜີຂ່າວຫລາຍກວ່າຄົນອື່ນ, ບໍ່ແມ່ນການມີເຕັກໂນໂລຊີທັນສະໄໝກວ່າຄົນອື່ນ, ແຕ່ແມ່ນການມີຄວາມໜ້າເຊື່ອຖືຫລາຍກວ່າຄົນອື່ນ, ມີອິດທິພົນຊີ້ນຳສັງຄົມໄດ້ດີກວ່າຄົນອື່ນ ແລະ ຮັບໃຊ້ຜົນປະໂຫຍດຂອງຊາດ ແລະ ປະຊາຊົນໄດ້ດີກວ່າຄົນອື່ນ. ຖ້າເຮົາເຮັດໄດ້ດັ່ງນີ້, ສື່ມວນຊົນລາວຈະບໍ່ພຽງແຕ່ຕາມທັນການປ່ຽນແປງຂອງໂລກ, ແຕ່ຈະກາຍເປັນກຳລັງສຳຄັນໃນການສ້າງອະນາຄົດຂອງຊາດ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກ ແລະ ການຮ່ວມແຮງຮ່ວມໃຈຂອງທຸກພາກສ່ວນ, ສື່ມວນຊົນລາວ ຈະສາມາດເຮັດລຸລ່ວງໜ້າທີ່ເປັນກະບອກສຽງອັນແຫລມຄົມ ໃນການສຶກສາອົບຮົມປວງຊົນ,​ ຊາວໜຸ່ມ-ໄວໜຸ່ມ ໃຫ້ກາຍເປັນກຳລັງແຮງທີ່ເຂັ້ມແຂງຂອງຊາດໃນອະນາຄົດຕໍ່ໜ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments