Homeຂ່າວໜ້າໜຶ່ງສສກ ຈັດກິດຈະກໍາສະຫລອງ 60 ປີ ວັນສ້າງຕັ້ງກິລາລາວ

ສສກ ຈັດກິດຈະກໍາສະຫລອງ 60 ປີ ວັນສ້າງຕັ້ງກິລາລາວ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກິດຈະກຳສະຫລອງວັນສ້າງຕັ້ງກິລາ-ກາຍຍະກຳແຫ່ງຊາດ ຄົບຮອບ 60 ປີ (13 ກໍລະກົດ 1966 -13 ກໍລະກົດ 2026) ແລະ ວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ (13 ກໍລະກົດ 1909-13 ກໍລະກົດ 2026) ຄຶກຄື້ນ ໃນວັນທີ 13 ກໍລະກົດ 2026 ທີ່ສະຖາບັນກິລາ-ກາຍຍະກຳ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສສກ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ), ທ່ານ ສິລິລາດທົງສິນ ທອງເພັງ ປະທານຄະນະກໍາມະການປົກຄອງນະຄອນຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ສສກ ໄດ້ເນັ້ນໜັກ 4 ເປົ້າໝາຍສຳຄັນ ເພື່ອເຮັດໃຫ້ວຽກງານກິລາ-ກາຍຍະກຳ ເປັນກຳລັງຂັບເຄື່ອນໃນການສ້າງຄົນລາວຮຸ່ນໃໝ່ໃຫ້ມີຄຸນນະພາບ ຕອບສະໜອງການສ້າງສາ ແລະ ພັດທະນາປະເທດຊາດ ໃນໄລຍະໃໝ່ ຊຶ່ງປະກອບມີ: ເພີ່ມທະວີວຽກງານການເມືອງ-ແນວຄິດ: ຕ້ອງປູກຈິດສຳນຶກໃຫ້ນັກກິລາ ແລະ ຜູ້ບໍລິຫານມີນ້ຳໃຈຮັກຊາດ, ມີລະບຽບວິໄນ ແລະ ຖືເອົາກິລາເປັນເຄື່ອງມືສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະການຕ້ານໄພຢາເສບຕິດໃນຖັນແຖວຊາວໜຸ່ມ; ພັດທະນາກິລາ-ກາຍຍະກຳເຂົ້າສູ່ຄຸນນະພາບໃໝ່: ສ້າງນັກກິລາພອນສະຫວັນແຕ່ເຍົາໄວ, ສົ່ງເສີມພະລະສຶກສາໃນໂຮງຮຽນທຸກຊັ້ນຮຽນ, ກະກຽມຄວາມພ້ອມແຕ່ຫົວທີໃນການເປັນເຈົ້າພາບຈັດງານມະຫາກຳກິລາຊີເກມ ຄັ້ງທີ 36 ແລະ ອາຊຽນພາຣາເກມ ຄັ້ງທີ 16 ໃນປີ 2031, ພ້ອມທັງປັບປຸງນິຕິກຳ ແລະ ການຄຸ້ມຄອງບໍລິຫານກິລາໃຫ້ເປັນລະບົບມືອາຊີບຫລາຍຂຶ້ນ; ຄຸ້ມຄອງ ແລະ ນຳໃຊ້ງົບປະມານ, ໂຄງລ່າງພື້ນຖານໃຫ້ເກີດປະໂຫຍດສູງສຸດ: ຄົ້ນຄວ້າແຫລ່ງທຶນເຂົ້າກອງທຶນກິລາໃຫ້ໂປ່ງໃສ, ເອົາໃຈໃສ່ປົກປັກຮັກສາສະໜາມກິລາ ໂດຍສະເພາະສະໜາມກິລາເຈົ້າອານຸວົງ ທີ່ໄດ້ຮັບການຊ່ວຍເຫລືອຈາກຍີ່ປຸ່ນ ຄາດວ່າຈະມອບຮັບໃນເດືອນຕຸລາ 2026 ນີ້ ບໍ່ໃຫ້ຊຸດໂຊມ, ພ້ອມທັງຊຸກຍູ້ພາກເອກະຊົນໃຫ້ເຂົ້າມາມີສ່ວນຮ່ວມໃນການພັດທະນາກິລາ; ຍົກສູງຂີດຄວາມສາມາດບຸກຄະລາກອນ ແລະ ການຮ່ວມມືສາກົນ: ຍົກລະດັບສະຖາບັນກິລາ-ກາຍ ຍະກຳ ຂຶ້ນເປັນ “ສະຖາບັນກິລາ-ກາຍຍະກຳແຫ່ງຊາດ”, ສ້າງຄູຝຶກ ແລະ ກຳມະການໃຫ້ໄດ້ມາດຕະຖານສາກົນ, ພ້ອມທັງແລກປ່ຽນບົດຮຽນ ແລະ ຍາດແຍ່ງການຊ່ວຍເຫລືອດ້ານວິທະຍາສາດການກິລາ ຈາກປະເທດເພື່ອນມິດຍຸດທະສາດ.

ພາຍໃນງານມີຫລາຍກິດຈະກຳ ເຊັ່ນ: ການຍ່າງເພື່ອສຸຂະພາບ, ເຕັ້ນແອໂຣບິກ ແລະ ການວາງສະແດງຜົນງານຂອງບັນດາສະຫະພັນກິລາແຫ່ງຊາດ ທັງກິລາຄົນປົກກະຕິ ແລະ ຄົນພິການ ເຊິ່ງໄດ້ຮັບຄວາມສົນໃຈຈາກຜູ້ເຂົ້າຮ່ວມຢ່າງຫລວງຫລາຍ. ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ສສກ ຍັງໄດ້ຮຽກຮ້ອງໃຫ້ທົ່ວປວງຊົນ ແລະ ທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈກັນສ້າງບາດກ້າວບຸກທະລຸໃໝ່ໃຫ້ກິລາລາວ ພາຍໃຕ້ຄຳຂວັນທີ່ວ່າ: “ກິລາ-ກາຍຍະກຳລາວ ຄົບຮອບ 60 ປີ ໝັ້ນຍືນ!” “ພັກປະຊາຊົນ ປະຕິວັດລາວ ຜູ້ຈັດຕັ້ງ ແລະ ນຳພາທຸກໄຊຊະນະຂອງປະຕິວັດລາວ ໝັ້ນຍືນ!”.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments