Homeຂ່າວໜ້າໜຶ່ງກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ 1 ເປີດຢ່າງເປັນທາງການ

ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ 1 ເປີດຢ່າງເປັນທາງການ

ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ 1 ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນຳພາຂອງພັກ, ພັດທະນາວຽກງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ” ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 14 ກໍລະກົດ 2026 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ, ມີບັນດາຄະນະເລຂາທິການສູນການພັກ, ກຳມະການສູນກາງພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ພ້ອມຜູ້ຕາງໜ້າສື່ມວນຊົນ ທັງສູນກາງ ແລະ ທ້ອງຖິ່ນ ເຂົ້່າຮ່ວມ.

ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ເປັນຄັ້ງປະຫວັດສາດ ຈະໄດ້ພ້ອມກັນສະຫລຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານສື່ມວນຊົນ ໃນໄລຍະຜ່ານມາ ກໍຄື ການຈັດຕັ້ງປະຕິບັດມະຕິ ຂອງກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີບົດບາດການນໍາພາຂອງພັກ, ການຄຸ້ມຄອງຂອງລັດຕໍ່ສື່ມວນຊົນໃນໄລຍະໃໝ່ ເຫັນໄດ້ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ເເລະ ວິທີການເເກ້ໄຂ ພ້ອມທັງວາງທິດທາງເເຜນການພັດທະນາວຽກງານສື່ມວນຊົນ ໃນໄລຍະໃໝ່ ໃຫ້ທັນກັບສະພາບການເງື່ອນໄຂການພັດທະ ນາເສດຖະກິດ-ສັງຄົມ ໃນເເຕ່ລະໄລຍະ ເເລະ ອື່ນໆ.

ໃນໄລຍະຜ່ານມາ ກໍຄື ປັດຈຸບັນ ພັກ ເເລະ ລັດຖະບານຍາມໃດກໍຖືສໍາຄັນ ເເລະ ເອົາໃຈໃສ່ນໍາພາ-ຊີ້ນໍາຢ່າງຈົດຈໍ່ຕໍ່ວຽກງານສື່ມວນຊົນ, ວຽກງານໂຄສະນາ, ສຶກສາອົບຮົມ, ປຸກລະດົມຂົນຂວາຍ ເເລະ ຈັດຕັ້ງປະຊາຊົນເປັນວິທີຍຸດທະສາດສໍາຄັນຂອງການປະຕິວັດ ເວລາໃດ ກໍຖືເອົາສື່ມວນຊົນ ເປັນສະໜາມຮົບດ້ານການເມືອງແນວຄິດ ເປັນພາຫະນະທີ່ເເຫລມຄົມ ເພື່ອສື່ສານຄວາມຖືກຕ້ອງ ໂຄສະນາເຜີຍເເຜ່ເເນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເເລະ ເເຜນພັດທະນາເສດຖະກິດສັງຄົມຂອງລັດຖະບານ, ຕ້ານກົນອຸບາຍການຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ຫວັງດີ ເພື່ອຫວັງມ້າງເພທໍາລາຍລະບອບໃໝ່ຢ່າງທັນການ.

ພາຍຫລັງ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ຂຶ້ນກ້າວເປີດກອງປະຊູມຢ່າງເປັນທາງການແລ້ວ ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ຂຶ້ນຜ່ານບົດສະຫລຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານສື່ມວນຊົນ ໃນໄລຍະຜ່ານມາ ແລະ ທິດທາງແຜນການຮອດປີ 2030. ຫລັງຈາກນັ້ນ ສະຫາຍ ຄຳມອນ ຈັນທະຈິດ ກຳມະການສຳຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ຂຶ້ນຜ່ານມະຕິກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ວຽກງານສື່ມວນຊົນໃນໄລຍະໃໝ່.

ພ້ອມນີ້ ກອງປະຊຸມ ໃນຄັ້ງນີ້ ຜູ້ເຂົ້າຮ່ວມ ໄດ້ພ້ອມກັນຮັບຟັງການປະກອບຄໍາເຫັນໃນຫົວຂໍ້ຕ່າງໆ ເປັນຕົ້ນ ສື່ມວນຊົນເເມ່ນຜູ້ທີ່ປາກອອກແສງ, ຜູ້ທີ່ເເທງເຖິງໃຈ, ຜູ້ສະດຸ້ງໄວເມື່ອໄດ້ອ່ານ, ຜູ້ທີ່ກ້າຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກເປົ້າ; ການພັດທະນາພື້ນຖານໂຄງລ່າງໂທລະຄົມເເລະ ປັນຍາປະດິດ ໃຫ້ເຂັ້ມເເຂງເພື່ອຮອງຮັບວຽກສື່ມວນຊົນໃນໄລຍະໃໝ່, ຍົກລະດັບການວິເຄາະວິຈານຂ່າວ ໃຫ້ມີຄຸນນພາບ, ບົດບາດຂອງສື່ທ້ອງຖິ່ນໃນການສົ່ງເສີມການທ່ອງທ່ຽວຢູ່ເມືອງມໍລະດົກໂລກ, ຫົວຂໍ້ພັດທະນາບຸກຄະລາກອນສື່ສານມວນຊົນໃຫ້ເປັນມືອາຊີບ ເເລະ ທັນກັບຍຸກສະໄໝ; ສື່ມວນຊົນເປັນກະບອກສຽງໃນການສຶກສາອົບຮົມຊາວໜຸ່ມ-ໄວໜຸ່ມ ໃນເງື່ອນໄຂໃໝ່, ບົດບາດຂອງສື່ມວນຊົນປ້ອງກັນຄວາມສະຫງົບໃນການສຶກສາອົບຮົມການເມືອງເເນວຄິດໃນທົ່ວສັງຄົມ, ສື່ວນຊົນປ້ອງກັນຄວາມສະຫງົບໃນການຕອບໂຕ່ຂ່າວບິດເບືອນໃຫ້ມີຄວາມວ່ອງໄວ ເເລະ ທັນກັບສະພາບການ, ການຮ່ວມມືພາກລັດ-ພາກເອກະຊົນເພື່ອພັດທະນາເເພລັດຟອມ ເເລະ ທຸລະກິດສື່ດີຈິຕອນໃໝ່ໄປສູ່ຄຸນນະພາບໃໝ່, ບົດບາດຂອງວິທະຍຸທ້ອງຖິ່ນໃນການສຶກສາອົບຮົມເເນວທາງນະໂຍບາຍຂອງພັກຢູ່ເເຂວງຈໍາປາສັກ; ການປົກປ້ອງຜົນປະໂຫຍດຂອງສື່ມວນຊົນໃນຍຸກ 4.0; ການນໍາໃຊ້ພາຫະນະສື່ມວນຊົນໃນການປຸກລະດົມທົ່ວປວງຊົນລາວທັງຊາດ ເຂົ້າຮ່ວມການປະຕິບັດສອງໜ້າທີ່ຍຸດທະສາດຂອງພັກ. ພ້ອມກັນນີ້, ກອງປະຊຸມຍັງຈະໄດ້ຮັບກຽດຟັງການໂອ້ລົມຈາກສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ເພື່ອເປັນທິດທາງໃນການພັດທະນາວຽກງານສື່ມວນຊົນໃນຕໍ່ໜ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments