Homeຂ່າວຕ່າງປະເທດອົດສະຕຣາລີ ຈະສົ່ງອອກຢູເຣນຽມ ໄປອິນເດຍ ໜູນເປົ້າໝາຍພະລັງງານສະອາດ

ອົດສະຕຣາລີ ຈະສົ່ງອອກຢູເຣນຽມ ໄປອິນເດຍ ໜູນເປົ້າໝາຍພະລັງງານສະອາດ

ສໍານັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້ ທ່ານ ແອນໂທນີ ອັນບານີສ (Anthony Albanese) ນາຍົກລັດຖະມົນຕີອົດສະຕຣາລີ ແລະ ທ່ານ ນາເຣນທຣາ ໂມດີ (Narendra Modi) ນາຍົກ ລັດຖະມົນຕີ ອິນເດຍ ໄດ້ເຂົ້າຮ່ວມລົງນາມ ໃນຂໍ້ຕົກລົງທີ່ກຳນົດໃຫ້ອົດສະຕຣາລີ ສົ່ງອອກຢູເຣນຽມ ໄປຍັງອິນເດຍ ເພື່ອການນຳໃຊ້ພະລັງງານນິວເຄລຍ ໃນທາງສັນຕິ, ໃນລະຫວ່າງ ການປະຊຸມສຸດຍອດ ອົດສະຕຣາລີ-ອິນເດຍ ປະຈຳປີ ຄັ້ງທີ 3 ທີ່ເມືອງເມລເບີນ ປະເທດ ອົດສະຕຣາລີ.

ໂດຍຖະແຫລງການ ຈາກ ທ່ານ ອັນບານີສ ເປີດເຜີຍວ່າ: ຂໍ້ຕົກລົງດັ່ງກ່າວຈະເປີດທາງໃຫ້ອົດສະຕຣາລີ ສາມາດສົ່ງອອກຢູເຣນຽມ ໄປຍັງອິນເດຍ ພາຍໃຕ້ຂອບການຮ່ວມມືທີ່ມີຢູ່, ພ້ອມທັງລະບຸ ພາຍຫລັງກອງປະຊຸມ ຮ່ວມກັບ ທ່ານ ນະເຣນທຣາ ໂມດີ ວ່າ: ສາຍພົວພັນ ລະຫວ່າງ ອົດສະຕຣາລີ ແລະ ອິນເດຍ ບໍ່ເຄີຍແຂງແກ່ນຂະໜາດນີ້ມາກ່ອນ ແລະ ທັງສອງຝ່າຍປາດຖະໜາຈະຂະຫຍາຍການຮ່ວມມືໃຫ້ມີຄວາມເລິກເຊິ່ງ ແລະ ແໜ້ນແຟ້ນຫລາຍຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments