Homeຂ່າວຕ່າງປະເທດຍີ່ປຸ່ນ ຮຽກຮ້ອງກອງທຶນບໍານານ ເພີ່ມການລົງທຶນໃນສິນຊັບພາຍໃນປະເທດ

ຍີ່ປຸ່ນ ຮຽກຮ້ອງກອງທຶນບໍານານ ເພີ່ມການລົງທຶນໃນສິນຊັບພາຍໃນປະເທດ

ສຳນັກຂ່າວ ອິນໂຟເຄວສ: ລັດຖະມົນຕີກະຊວງການເງິນຍີ່ປຸ່ນ ໄດ້ຮຽກຮ້ອງໃຫ້ກອງທຶນບໍານານຂະໜາດໃຫຍ່ຂອງປະເທດ ເພີ່ມການລົງທຶນໃນສິນຊັບພາຍໃນປະເທດໃຫ້ຫລາຍຂຶ້ນ, ເຊິ່ງການ ເຄື່ອນໄຫວດັ່ງກ່າວສົ່ງຜົນໃຫ້ເງິນເຢນແຂງຄ່າຂຶ້ນ ຫລັງຈາກທີ່ຫລຸດລົງຢູ່ລະດັບຕໍ່າສຸດໃນຮອບເກືອບ 40 ປີ ແລະ ທັງຊ່ວຍໜູນຕະຫລາດພັນທະບັດອີກດ້ວຍ. ທ່ານ ນາງ ຊັດສຶກິ ຄາຕາຍາມະ (Satsuki Katayama), ລັດຖະມົນຕີກະຊວງການເງິນ ຂອງຍີ່ປຸ່ນ ກ່າວເມື່ອບໍ່ດົນມານີ້ວ່າ: ລັດຖະບານຍີ່ປຸ່ນ ຕ້ອງການສົ່ງເສີມໃຫ້ພາກຄົວເຮືອນ ແລະ ກອງທຶນບໍານານ ລວມທັງກອງທຶນບໍານານລັດຖະບານຍີ່ປຸ່ນ (GPIF) ເພີ່ມການລົງທຶນໃນສິນຊັບທາງການເງິນ ຂອງຍີ່ປຸ່ນ ໂດຍລັດຖະບານ ຈະອອກນະໂຍບາຍເພື່ອສະໜັບສະໜູນເປົ້າໝາຍດັ່ງກ່າວ.

ທັງນີ້, GPIF ຖືເປັນໜຶ່ງໃນກອງທຶນບໍານານຂະໜາດໃຫຍ່ທີ່ສຸດໃນໂລກ ໂດຍມີສິນຊັບພາຍໃຕ້ ການບໍລິຫານຈັດການ ປະມານ 293,6 ພັນຕື້ເຢນ (ປະມານ 1,81 ພັນຕື້ໂດລາສະຫະລັດ). ຖະແຫລງດັ່ງກ່າວ, ເຊິ່ງມີຂຶ້ນໃນລະຫວ່າງ ການຕອບ ຄໍາຖາມ ຂອງຜູ້ສື່ຂ່າວ ໃນກອງປະຊຸມຖະແຫລງຂ່າວປະຈໍາອາທິດ ກ່ຽວກັບແຜນການລົງທຶນຂອງລັດຖະບານ ສົ່ງຜົນໃຫ້ມູນຄ່າເງິນເຢນແຂງຄ່າຂຶ້ນ, ໃນຂະນະທີ່ ອັດຕາຜົນຕອບແທນ ພັນທະບັດປັບຕົວຫລຸດລົງ ຫລັງຈາກ ທີ່ຊັບສິນ ທັງສອງປະເພດນີ້ ຕ້ອງຜະເຊີນກັບ ແຮງກົດດັນຢ່າງໜັກໜ່ວງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments