ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ເນັ້ນໃນຊຸດສຳມະນາເຊື່ອມຊຶມເອກະສານເພື່ອກຽມໃຫ້ແກ່ກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ I ໃຫ້ສື່ມວນຊົນ ຕ້ອງຍຶດໝັ້ນຈັນຍາບັນ ຕາມ 5 ຫລັກການຄື:
1). ຄວາມຖືກຕ້ອງ ແລະ ສັດຈະທໍາ: ຕ້ອງນໍາສະເໜີຄວາມຈິງ ທີ່ມີການກວດສອບແຫລ່ງ ຂ່າວຢ່າງຄັກແນ່, ບໍ່ບິດເບືອນ, ບໍ່ສ້າງຂ່າວປອມ ແລະ ຫາກມີຄວາມຜິດພາດ ຕ້ອງຮີບຮ້ອນແກ້ໄຂ ທັນທີ.
2). ຄວາມເປັນກາງ ແລະ ເປັນທຳ: ຕ້ອງນໍາສະເໜີຂໍ້ມູນໃຫ້ຮອບດ້ານ, ໃຫ້ໂອກາດທຸກຝ່າຍ ໄດ້ຊີ້ແຈງຄວາມຈິງ, ບໍ່ເລືອກຂ້າງ ແລະ ບໍ່ໃສ່ຄວາມຄິດເຫັນສ່ວນຕົວລົງໄປໃນເນື້ອຫາຂ່າວ.
3). ເອກະລາດ ແລະ ສັກສີວິຊາຊີບ: ຕ້ອງມີອິດສະຫລະພາບໃນການເຮັດວຽກ, ບໍ່ຕົກຢູ່ພາຍ ໃຕ້ອິດທິພົນຂອງກຸ່ມທຶນ ຫລື ຜົນປະໂຫຍດໃດໆ, ບໍ່ຮັບສິນບົນເພື່ອຜົນປະໂຫຍດໃຫ້ບຸກຄົນອື່ນ.
4). ຄວາມຮັບຜິດຊອບຕໍ່ສັງຄົມ: ຕ້ອງຄໍານຶງເຖິງຜົນກະທົບຕໍ່ຄວາມໝັ້ນຄົງ, ວັດທະນະທໍາ ແລະ ຮີດຄອງປະເພນີ, ຫລີກເວັ້ນການນໍາສະເໜີພາບ ຫລື ເນື້ອຫາທີ່ຮຸນແຮງ, ອານາຈານ ຫລື ກະຕຸ້ນໃຫ້ ເກີດຄວາມຂັດແຍ່ງ.
5). ການເຄົາລົບສິດສ່ວນບຸກຄົນ: ບໍ່ລະເມີດສິດທິສ່ວນຕົວຂອງບຸກຄົນອື່ນ ໂດຍບໍ່ມີເຫດ ຜົນດ້ານປະໂຫຍດສາທາລະນະ, ໂດຍສະເພາະແມ່ນການປົກປ້ອງເດັກນ້ອຍ, ເຍົາວະຊົນ, ຜູ້ເຈັບປ່ວຍ ແລະ ຜູ້ເປັນເຫຍື່ອໃນຄະດີຕ່າງໆ.

