Homeຂ່າວຕ່າງປະເທດສປ ຈີນ-ສປປ ເກົາຫລີ ຮັດແໜ້ນການຮ່ວມມື ຫລາຍດ້ານ

ສປ ຈີນ-ສປປ ເກົາຫລີ ຮັດແໜ້ນການຮ່ວມມື ຫລາຍດ້ານ

ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້ ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນ ທີ່ນະຄອນຫລວງປັກກິ່ງ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ ໄດ້ພົບປະກັບ ທ່ານ ປັກແທ ຊົງ ກຳມະການຄະນະກຳມະການ ປະຈຳກົມການເມືອງສູນກາງພັກ ແຮງງານເກົາຫລີ, ຮອງປະທານຄະນະກຳມະການກິດຈະການແຫ່ງລັດ ສປປ ເກົາຫລີ, ນາຍົກລັດຖະມົນຕີ ສປປ ເກົາຫລີ ທີ່ເດີນທາງຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ.

ໂອກາດນີ້, ທ່ານ ສີ ຈິ້ນຜິງ ຊີ້ໃຫ້ເຫັນວ່າ: “ສັນຍາວ່າດ້ວຍມິດຕະພາບ, ການຮ່ວມມື ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ລະຫວ່າງ ສປ ຈີນ-ສປປ ເກົາ ຫລີ” ໄດ້ສ້າງພື້ນຖານດ້ານການເມືອງ ແລະ ກົດໝາຍອັນໜັກແໜ້ນ ແລະ ສໍາຄັນໃຫ້ແກ່ການປັປປຸງມິດຕະພາບການຕໍ່ສູ້ຮ່ວມກັນທີ່ຊຸບຫລໍ່ດ້ວຍເລືອດເນື້ອ ຂອງປະຊາຊົນຈີນ-ສປປ ເກົາຫລີ. ຂະນະທີ່ ທ່ານ ສີ ຈິ້ນຜິງ ແລະ ທ່ານ ເລຂາທິການໃຫຍ່ ກິມເຈິງອຸນ ໄດ້ບັນລຸຄວາມເຫັນເປັນເອກະພາບກັນໃນການຖືເອົາ ການລະນຶກການລົງນາມໃນສັນຍາດັ່ງກ່າວ ຄົບຮອບ 65 ປີຢ່າງສະຫງ່າຜ່າເຜີຍເປັນໂອກາດທີ່ດີເພື່ອນໍາພາປະຊາຊົນສອງຊາດສືບທອດ ແລະ ເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປ ຈີນ-ສປປ ເກົາຫລີ ພ້ອມທັງ ໃຫ້ສາຍພົວພັນສອງປະເທດ ມີຊີວິດຊີວາ ຂຶ້ນຢ່າງຕໍ່ເນື່ອງ ໃນໄລຍະປະຫວັດສາດ ອັນໃໝ່.

ທ່ານ ປັກແທຊົງ ຢືນຢັນວ່າ: ທ່ານ ເລຂາທິການໃຫຍ່ ກິມເຈິງອຸນ ໄດ້ກໍານົດການພັດທະນາການພົວພັນ ສປປ ເກົາຫລີ-ສປຈີນ ໃຫ້ກາຍເປັນການພົວພັນຍຸດທະສາດທີ່ເຂັ້ມແຂງທີ່ສຸດ. ສປປເກົາຫລີ ຈະເດັດດ່ຽວຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນທີ່ສໍາຄັນ ລະຫວ່າງ ຜູ້ນໍາສູງສຸດຂອງສອງພັກ ກໍຄື ສອງປະເທດ, ເດັດດ່ຽວສະໜັບສະໜູນຈີນ ປົກປ້ອງຜົນປະໂຫຍດແກນກາງໃນບັນຫາຕ່າງໆເປັນຕົ້ນແມ່ນບັນຫາໄຕ້ຫວັນ, ລວມເຖິງການພະຍາຍາມຢ່າງສຸດຄວາມສາມາດເພື່ອຊຸກຍູ້ຄວາມສາມັກຄີ, ມິດຕະພາບ ກໍຄື ພາລະກິດສັງຄົມນິຍົມ ລະຫວ່າງ ສປປເກົາຫລີ-ສປ ຈີນ ໃຫ້ກ້າວຂຶ້ນສູ່ລະດັບໃໝ່ທີ່ສູງກວ່າເກົ່າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments