ວິທະຍຸ ໂທລະພາບ ສູນກາງຈີນ, ທ່ານ ຊັດຊາດ ສິດທິພັນ ເຈົ້າຄອງນະຄອນຫລວງບາງກອກ ຂອງໄທ ໄດ້ແຈ້ງໃຫ້ສື່ມວນຊົນຮູ້ ໃນວັນທີ 13 ກໍລະກົດນີ້ວ່າ: ເຫດໄຟໄໝ້ຢູ່ສະຖານບັນເທີງແຫ່ງໜຶ່ງທີ່ນະຄອນຫລວງບາງກອກທີ່ເກີດຂຶ້ນໃນຕອນເດິກ ຂອງວັນທີ 12 ກໍລະກົດນີ້ເຮັດໃຫ້ມີຜູ້ເສຍຊີວິດເຖິງ 27 ຄົນ ແລະ ບາດເຈັບ 63 ຄົນ, ໃນນັ້ນ 22 ຄົນ ບາດເຈັບສາຫັດ. ທ່ານ ຊັດຊາດ ຢືນຢັນວ່າ: ຈາກການລົງສໍາຫລວດຢູ່ສະຖານທີ່ເກີດເຫດສະແດງໃຫ້ເຫັນວ່າ: ເພດານຂອງສະຖານທີ່ເກີດເຫດຖືກໄໝ້ໝົດ, ຂະນະທີ່ບ່ອນນັ່ງເປັນຢາງບໍ່ຖືກທໍາລາຍໂດຍພື້ນຖານ. ອີງຕາມການຄາດຄະເນໃນເບື້ອງຕົ້ນວ່າ: ສິ່ງທີ່ເປັນໄພອັນຕະລາຍຕໍ່ຊີວິດແທ້ໆ ແມ່ນຄວັນໄຟເປັນຜິດຢ່າງຫລວງຫລາຍກະຈາຍຢ່າງວ່ອງໄວ. ສຳລັບ ສາເຫດໄຟໄໝ້ຄັ້ງນີ້, ມີຜູ້ລອດຊີວິດແຈ້ງ ໃຫ້ສື່ມວນຊົນຮູ້ວ່າ: ກ່ອນເກີດເຫດ, ຕູ້ແຈກໄຟຟ້າຢູ່ສະຖານບັນເທີງດັ່ງກ່າວໄດ້ເກີດມີຄວັນພົ່ນອອກ, ຈາກນັ້ນສະຖານທີ່ດັ່ງກ່າວເກີດເຫດໄຟຟ້າດັບ ແລະ ມີສຽງລະເບີດເກີດຂຶ້ນ ພ້ອມດ້ວຍໄຟຟ້າລຸກລາມໄປຢ່າງວ່ອງໄວ. ສື່ມວນຊົນໄທ ລາຍງານວ່າ: ພາກສ່ວນທີ່ກ່ຽວຂ້ອງຈະດໍາເນີນການສືບສວນ-ສອບສວນ ກ່ຽວກັບມີສິ່ງກີດຂວາງຕັນທາງອອກສຸກເສີນຫລື ບໍ່ ໃນຂະນະທີ່ເກີດເຫດໄຟໄໝ້.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

