Homeຂ່າວໜ້າໜຶ່ງສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ສຸມໃສ່ຫັນການຈັດເກັບລາຍຮັບໃຫ້ເປັນທັນສະໄໝ

ສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ສຸມໃສ່ຫັນການຈັດເກັບລາຍຮັບໃຫ້ເປັນທັນສະໄໝ

ໃນວາລະດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ທີ່ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 6-10 ກໍລະກົດ 2026 ຜ່ານມານີ້, ສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານ ສຸມໃສ່ຫັນການຈັດເກັບລາຍຮັບ ໃຫ້ເປັນທັນສະໄໝ ແລະ ໃຫ້ມີຈຸດສຸມ, ມີຄຸນນະພາບສູງ ແລະ ໃຫ້ທົ່ວເຖິງຢູ່ບັນດາດ່ານສາກົນ, ບັນດາຫົວໜ່ວຍທຸລະກິດຕ່າງໆ ໂດຍສະເພາະ ໂຄງການຂຸດຄົ້ນແຮ່ທາດ, ໂຄງການພະລັງງານ ເນື່ອງຈາກເປັນແຫລ່ງລາຍຮັບທີ່ສູງ ເພື່ອຈໍາກັດບໍ່ໃຫ້ລາຍຮັບມີການຮົ່ວໄຫລ ເພື່ອບໍ່ໃຫ້ຊັບສົມບັດຂອງຊາດຕົກເຮ່ຍເສຍຫາຍ.

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານຄະນະປະຈໍາສະພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບການພິຈາລະນາຮັບຮອງເອົາບົດສະຫລຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືຶອນຕົ້ນປີ ແລະ ທິດທາງແຜນການ 6 ເດືຶອນທ້າຍປີ 2026 ໃນວັນທີ 10 ກໍລະກົດ 2026 ຜ່ານມານີ້ວ່າ: ຕໍ່ກັບທິດທາງແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນທ້າຍປີ 2026 ຂອງລັດຖະບານ ສະພາແຫ່ງຊາດ ສະເໜີ ໃຫ້ສືບຕໍ່ຈັດຕັ້ງປະຕິບັດບາງມາດຕະການ ເປັນຕົ້ນ ຄົ້ນຄວ້າກົນໄກການແບ່ງຂັ້ນຄຸ້ມຄອງໃຫ້ຊັດເຈນ ໃນການຈັດເກັບລາຍຮັບຈາກອາກອນທີ່ດິນ; ກວດກາຄືນ ແລະ ເອົາໃຈໃສ່ໃນການປະຕິບັດ ກ່ຽວກັບ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ເພື່ອໃຫ້ສາມາດເປັນປະເທດກຸ້ມຕົນເອງ ແລະ ສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ຫລາຍຂຶ້ນ, ທ້ອງຖິ່ນມີບົດບາດໃນການພັດທະນາຕົນເອງໄດ້ ໃນການລະດົມທຶນເພື່ອກໍ່ສ້າງເສັ້ນທາງດ້ວຍຕົນເອງ; ກວດກາ ແລະ ພິຈາລະນາຄືນ ກ່ຽວກັບການແບ່ງຂັ້ນຄຸ້ມຄອງ, ການເກັບລາຍຮັບ-ລາຍຈ່າຍ ແລະ ການດຸ່ນດ່ຽງ ການນໍາໃຊ້ເງິນເກີນແຜນໃຫ້ທ້ອງຖິ່ນ ເພາະມີບາງແຂວງສາມາດປະຕິບັດລາຍຮັບງົບປະມານເກີນແຜນຢ່າງຫລວງຫລາຍ ສະເໜີ ໃຫ້ລັດຖະບານ ມີນິຕິກໍາ ເພື່ອກໍານົດນະໂຍບາຍການນໍາໃຊ້ເງິນດັ່ງກ່າວໃຫ້ທ້ອງຖິ່ນ ໃນສັດສ່ວນ 70/30 ຫລື 80/20 ເພື່ອໃຫ້ແຂວງນໍາເຂົ້າໃນການພັດທະນາທ້ອງຖິ່ນ ເປັນຕົ້ນ ການກໍ່ສ້າງ ແລະ ບູລະນະເສັ້ນທາງຂອງທ້ອງຖິ່ນ.

ພ້ອມທັງ ສະເໜີໃຫ້ເລັ່ງແກ້ໄຂໄພເງິນເຟີ້, ອັດຕາແລກປ່ຽນ ແລະ ບັນຫາເງິນກີບອ່ອນຄ່າ ຊຶ່ງສົ່ງຜົນກະທົບຕໍ່ການຜະ ລິດພາຍໃນ, ສະເໜີລັດຖະບານ ມີມາດຕະການຄຸ້ມຄອງ ແລະ ປະຕິບັດໃຫ້ຖືກຕ້ອງຕາມກົດໝາຍຢ່າງເຂັ້ມງວດ; ການຈັດສັນງົບປະມານບ້ວງກອງທຶນທາງ ທີ່ລັດຖະບານ ມອບໃຫ້ທ້ອງຖິ່ນຄຸ້ມຄອງ, ຜູ້ແທນເຫັນວ່າ ໃນປີ 2027 ທີ່ຈະເອົາໜີ້ສິນບ້ວງກອງທຶນໃຫ້ເຂົ້າໃນແຜນປົກກະຕິ ຊຶ່ງຈະເຮັດໃຫ້ແຜນໜີ້ສິນຂອງແຂວງເພີ່ມຂຶ້ນ. ຕໍ່ກັບວຽກ ງານການເຊື່ອມໂຍງ-ເຊື່ອມຈອດ, ສະເໜີລັດຖະບານ ພິຈາລະນາຈັດສັນງົບປະມານ ເພື່ອສຸມໃສ່ການກໍ່ສ້າງ ແລະ ບູລະນະສ້ອມແປງທາງຫລວງແຫ່ງຊາດ ທີ່ເປ່ເພຢ່າງໜັກ ຊຶ່ງສ້າງຄວາມຫຍຸ້ງຍາກໃຫ້ແກ່ການສັນຈອນ ແລະ ການຂົນສົ່ງສິນຄ້າ; ເພີ່ມທະວີຄວາມເຂັ້ມງວດໃນການກວດກາ ແລະ ປະຕິບັດມາດຕະການທາງກົດໝາຍ ຢ່າງເດັດຂາດ ຕໍ່ພາຫະນະທີ່ບັນທຸກເກີນນໍ້າໜັກ ຊຶ່ງປັນສາເຫດຫລັກເຮັດໃຫ້ພື້ນຖານໂຄງລ່າງທາງເປ່ເພ; ເພື່ອຮັບປະກັນການຄໍ້າປະກັນສະບຽງອາຫານ, ການປຸງແຕ່ງຜະລິດຕະພັນກະສິກຳ ແລະ ອຸດສາຫະກຳ ເພື່ອທົດແທນການນໍາເຂົ້າ, ສ້າງມູນຄ່າເພີ່ມເປັນສິນຄ້າສົ່ງອອກໃຫ້ມີຄວາມຫລາກຫລາຍ ແລະ ເພີ່ມຜົນຜະລິດທີ່ມີຄຸນນະ ພາບ, ຫລຸດຜ່ອນການສົ່ງອອກເປັນວັດຖຸດິບ ແລະ ນໍາໃຊ້ ມາດຕະການທີ່ບໍ່ແມ່ນພາສີ-ອາກອນ ຕໍ່ການນຳເຂົ້າ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດພາຍໃນປະເທດ ສາມາດແຂ່ງຂັນກັບສາກົນໄດ້.

ພ້ອມນີ້, ສະພາແຫ່ງຊາດ ຍັງສະເໜີໃຫ້ລັດຖະບານ ສືບຕໍ່ຈັດຕັ້ງປະຕິບັດ ບັນດາຄາດໝາຍທີ່ບໍ່ທັນບັນລຸ ໃຫ້ສຳເລັດ ໃນ 6 ເດືອນທ້າຍ ປີ 2026 ເປັນຕົ້ນ ການຈັດຕັ້ງປະຕິບັດແຜນລາຍຈ່າຍງົບປະມານແຫ່ງລັດ. ໃນນັ້ນ, ຂະແໜງກະສິກຳ ແລະ ປ່າໄມ້ ເຖິງວ່າການສົ່ງອອກຜະລິດຕະພັນກະສິກຳ ແລະ ປ່າໄມ້ ປະຕິບັດໄດ້, ແຕ່ການສົ່ງອອກດັ່ງກ່າວ ແມ່ນວັດຖຸດິບເປັນສ່ວນໃຫຍ່ ຍັງບໍ່ທັນມີການປຸງແຕ່ງ ກອງປະຊຸມສະເໜີລັດຖະບານນຳໄປຄົ້ນຄວ້າ ສ້າງຕັ້ງໂຮງງານປຸງແຕ່ງ; ຂະແໜງແຮ່ທາດ ການອະນຸມັດໂຄງການຊອກຄົ້ນ, ສຳຫລວດ ແລະ ຂຸດຄົ້ນແຮ່ທາດຜ່ານມາ ເຫັນວ່າມີຈຳນວນຫລາຍກວ່າ 1.000 ໂຄງການ ທີ່ອະນຸມັດຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ແຕ່ການເກັບລາຍຮັບເຂົ້າງົບປະມານຍັງປະຕິບັດໄດ້ບໍ່ສົມຄູ່, ການສົ່ງອອກສ່ວນໃຫຍ່ເປັນແຮ່ດິບ ຫລື ແຮ່ເຂັ້ມຂຸ້ນ ເຮັດໃຫ້ມີຊ່ອງວ່າງການແຈ້ງປະເພດແຮ່ ແລະ ປະລິມານແຮ່ບໍ່ກົງກັບຕົວຈິງ, ການປະຕິບັດມາດຕະການຕໍ່ໂຄງການທີ່ບໍ່ຜ່ານເກນການປະເມີນ ປະເພດ C ຫລື C+ ຍັງບໍ່ທັນເຂັ້ມງວດ, ກອງປະຊຸມສະເໜີລັດຖະບານ ປະຕິບັດຕໍ່ໂຄງການທີ່ບໍ່ປະຕິບັດຕາມກົດໝາຍ ກໍຄວນຍົກເລີກ ຫລື ໂຈະ; ຂະແໜງໂຍທາທິການ ແລະ ຂົນສົ່ງ ການເຊື່ອມໂຍງ-ເຊື່ອມຈອດ ເຖິງວ່າມີການກໍ່ສ້າງ-ສ້ອມແປງ ທາງຫລວງແຫ່ງ ຊາດ ແລະ ທາງຫລວງທ້ອງຖິ່ນ, ແຕ່ງົບປະມານສຳລັບການບຳລຸງຮັກສາຍັງບໍ່ທັນພຽງພໍ, ການຄົມມະນາຄົມຂົນສົ່ງຍັງມີຄວາມຫຍຸ້ງຍາກໃນລະດູຝົນ, ການບັນທຸກນ້ຳໜັກເກີນມາດຕະຖານສ້າງຄວາມເປ່ເພເສຍຫາຍໃຫ້ແກ່ເສັ້ນທາງ, ຍັງບໍ່ທັນມີມາດຕະການເຂັ້ມງວດຕໍ່ການລະເມີດ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຍັງບັງຄັບໃຊ້ກົດໝາຍບໍ່ເຕັມສ່ວນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments