Homeຂ່າວໜ້າໜຶ່ງເຊື່ອມຊຶມເອກະສານກຽມໃຫ້ແກ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I

ເຊື່ອມຊຶມເອກະສານກຽມໃຫ້ແກ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I

ຄະນະໂຄສະນາອົບຮົມສູນກາງພັກ ຈັດສຳມະນາເຊື່ອມຊຶມເອກະສານ ເພື່ອກຽມໃຫ້ແກ່ກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້:“ເພີ່ມທະວີບົດບາດການນຳພາຂອງພັກ, ພັດທະນາວຽກງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ” ໃຫ້ກຽດເຜີຍແຜ່ ໂດຍສະຫາຍ ກິແກ້ວໄຂ ຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີເລຂາທິການສູນກາງພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ພ້ອມດ້ວຍສື່ມວນຊົນ ຈາກທຸກຂະແໜງການ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ຍົກໃຫ້ເຫັນການເພີ່ມທະວີບົດບາດການນຳພາຂອງພັກ ຕໍ່ວຽກງານສື່ມວນຊົນ ແລະ ຈັນຍາບັນສື່ມວນຊົນ ຊຶ່ງພັກເຮົາຍາມໃດກໍຖືສໍາຄັນ ແລະ ເອົາໃຈໃສ່ນໍາພາ-ຊີ້ນໍາ ຢ່າງຈົດຈໍ່ຕໍ່ວຽກງານໂຄສະນາ, ສຶກສາອົບຮົມ, ຂົນຂວາຍ ແລະ ຈັດຕັ້ງປະຊາຊົນ ທີ່ເປັນວິທີຍຸດທະສາດອັນໜຶ່ງຂອງການປະຕິວັດ. ໃນນັ້ນ, ສື່ມວນຊົນເປັນອາວຸດອັນແຫລມຄົມ ທີ່ໄດ້ປະກອບສ່ວນຢ່າງສໍາຄັນໃຫຍ່ຫລວງ ເຂົ້າໃນໄຊຊະນະລວມ ຂອງພາລະກິດປະຕິວັດໃນແຕ່ລະໄລຍະຂອງຊາດເຮົາ; ສື່ມວນຊົນເປັນເຄື່ອງມືທາງດ້ານການເມືອງ-ແນວຄິດ ຂອງບັນດາອົງການຈັດຕັ້ງໃນລະບົບການເມືອງ ຊຶ່ງມີພັກເປັນແກນນໍາ. ປັດຈຸບັນ, ສື່ໄດ້ກາຍເປັນພາຫະນະສື່ສານຕົ້ນຕໍທີ່ສໍາຄັນກວ້າງຂວາງທີ່ສຸດທີ່ຜູກພັນ ລະຫວ່າງພັກ-ລັດ ກັບປະຊາຊົນ; ດ້ານໜຶ່ງ ເປັນຜູ້ນໍາເອົາທັດສະນະແນວຄິດ, ທິດສະດີປະຕິວັດ, ແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໄປສູ່ປະຊາຊົນ; ອີກດ້ານໜຶ່ງເປັນຜູ້ນໍາເອົາຄວາມຄິດຄວາມເຫັນ, ແນວຄິດ ຈິດໃຈ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນມາສ່ອງແສງໃຫ້ພັກ-ລັດ ໄດ້ຮັບຊາບ. ສື່ມວນຊົນລາວມີບົດບາດສໍາຄັນ ໃນການຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມ; ຊຸກຍູ້, ແນະນໍາ, ຕິດຕາມການປະຕິບັດລະບຽບກົດໝາຍ, ການສົ່ງຂໍ້ມູນທີ່ຖືກຕ້ອງ, ຊັດເຈນ ແລະ ປະກອບ ສ່ວນສໍາຄັນເຂົ້າໃນການສຶກສາອົບຮົມ, ຄຸ້ມຄອງ ທາງດ້ານການເມືອງ-ແນວຄິດຂອງພັກ.

ພ້ອມນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ຍັງໄດ້ຍົກໃຫ້ເຫັນ ຄວາມຈໍາເປັນຕ້ອງເພີ່ມທະວີບົດບາດການນໍາພາຂອງພັກ ຕໍ່ສື່ມວນຊົນ, ທັດສະນະຂອງພັກໃນການເພີ່ມທະວີບົດບາດການນໍາພາຕໍ່ສື່ມວນຊົນ ຊຶ່ງພັກ ໄດ້ຖືສື່ມວນຊົນເປັນເຄື່ອງມືອັນແຫລມຄົມຂອງ ພັກ, ລັດ, ສື່ເປັນເວທີຂອງມະຫາຊົນ, ສື່ມວນຊົນຕ້ອງມີຫລາຍຮູບແບບ ( ລັດ, ເອກະຊົນ, ນິຕິບຸກຄົນ, ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ), ຕ້ອງຜະລິດຂ່າວ ທີ່ມີເນື້ອໃນຄົບຖ້ວນສົມບູນ, ອຸດົມຮັ່ງມີ ເຜີຍແຜ່ຂໍ້ມູນຂ່າວສານທີ່ຖືກຕ້ອງ, ຮັດກຸມ, ຈະແຈ້ງ ແລະ ວ່ອງໄວ ໃຫ້ສັງຄົມ ໄດ້ຮັບຮູ້ຢ່າງທົ່ວເຖິິງ. ສະຫາຍ ຍັງໄດ້ຍົກໃຫ້ເຫັນ ທິດທາງການເພີ່ມທະວີບົດບາດການນໍາພາຂອງພັກຕໍ່ສື່ມວນຊົນ, ການປັບປຸງກົງຈັກການຈັດຕັ້ງ ແລະ ພະນັກງານທີ່ເຮັດວຽກງານທີ່ມວນຊົນ, ການຄຸ້ມຄອງອົງການສື່ມວນຊົນຢ່າງເຂັ້ມງວດຕາມກົດໝາຍ, ການພັດທະນາພື້ນຖານໂຄງລ່າງ, ວັດຖຸ-ເຕັກ ນິກໃນເງື່ອນໄຂໃໝ່, ການເພີ່ມທະວີຄວາມເປັນເຈົ້າການຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ.

ພ້ອມກັນນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ຍັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງຈັນຍາບັນສື່ມວນຊົນ ຊຶ່ງຈັນຍາບັນສື່ມວນຊົນ ແມ່ນຫລັກການທາງສິນທຳ, ເປັນຂໍ້ບັງຄັບ ແລະ ມາດຕະຖານຄວາມ ປະພຶດທີ່ຜູ້ປະກອບວິຊາຊີບສື່ມວນຊົນ (ນັກຂ່າວ, ບັນນາທິການ, ຜູ້ຜະລິດລາຍການ, ລວມເຖິງນັກ ສື່ສານອອນລາຍ) ຕ້ອງໄດ້ຍຶດຖື ແລະ ປະຕິບັດຕາມຢ່າງເຄັ່ງຄັດ ເພື່ອຮັບປະກັນໃຫ້ການນໍາສະເໜີ ຂໍ້ມູນຂ່າວສານມີຄວາມຖືກຕ້ອງ, ເປັນທຳ ແລະ ເປັນປະໂຫຍດຕໍ່ສັງຄົມ ເປັນຕົ້ນ ສື່ມວນຊົນ ຕ້ອງມີຄວາມຊື່ສັດ, ສະແດງທັດສະນະຢ່າງພາວະວິໄສ, ເຄົາລົບຄວາມຈິງ, ບໍ່ບິດເບືອນ, ບໍ່ສ້າງຂ່າວປອມ ແລະ ບໍ່ປະດິດສ້າງຂໍ້ມູນຂຶ້ນມາເອງ, ບໍ່ສະແຫວງຫາຜົນປະໂຫຍດ, ຕ້ອງປົກປັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ, ນໍາສະເໜີຂໍ້ມູນທີ່ເປັນປະໂຫຍດຕໍ່ສັງຄົມ, ປະເທດຊາດ ແລະ ປະຊາຊົນ; ຕ້ອງມີຄວາມເປັນມືອາຊີບ ແລະ ສ້າງສັນພັດທະນາຕົນເອງ ໃນການຊອກຫາ ແລະ ວິເຄາະຂໍ້ມູນ ຢ່າງມີຄຸນນະພາບ; ຕ້ອງເຄົາລົບສິດທິສ່ວນຕົວ ບໍ່ລະເມີດສັກສີ, ຊື່ສຽງ ຫລື ຄວາມເປັນສ່ວນຕົວຂອງບຸກຄົນອື່ນ ໂດຍບໍ່ມີເຫດຜົນອັນຄວນ ແລະ ບໍ່ສວຍໃຊ້ໜ້າທີ່ນັກຂ່າວ ເພື່ອສວຍໂອກາດ ແລະ ລະເມີດກົດໝາຍ, ຮັບປະກັນຄວາມເປັນກະບອກສຽງຂອງການຈັດຕັ້ງພັກ, ລັດ ແລະ ສັງຄົມ ໂດຍສອດຄ່ອງກັບແນວທາງນະໂຍບາຍກົດໝາຍ ແລະ ລະບຽບການ, ຮັບປະກັນຄວາມຖືກຕ້ອງ, ວ່ອງໄວທັນເຫດການ ແລະ ສ້າງສັນ ຮັບປະກັນລັກສະນະຂອງສື່ມວນຊົນ.

ໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ຍັງໄດ້ເນັ້ນໃຫ້ ສື່ມວນຊົນລາວ ຕ້ອງຍຶດໝັ້ນຈັນຍາບັນຕາມ 5 ຫລັກການ ຄື: ຄວາມຖືກຕ້ອງ ແລະ ສັດຈະທໍາ: ຕ້ອງນໍາສະເໜີຄວາມຈິງ ທີ່ມີການກວດສອບແຫລ່ງ ຂ່າວຢ່າງຄັກແນ່, ບໍ່ບິດເປືອນ, ບໍ່ສ້າງຂ່າວປອມ ແລະ ຫາກມີຄວາມຜິດພາດ ຕ້ອງຮີບຮ້ອນແກ້ໄຂ ທັນທີ; ຄວາມເປັນກາງ ແລະ ເປັນທຳ: ຕ້ອງນໍາສະເໜີຂໍ້ມູນໃຫ້ຮອບດ້ານ, ໃຫ້ໂອກາດທຸກຝ່າຍ ໄດ້ຊີ້ແຈງຄວາມຈິງ, ບໍ່ເລືອກຂ້າງ ແລະ ບໍ່ໃສ່ຄວາມຄິດເຫັນສ່ວນຕົວລົງໄປໃນເນື້ອຫາຂ່າວ; ເອກະລາດ ແລະ ສັກສີວິຊາຊີບ: ຕ້ອງມີອິດສະລະພາບໃນການເຮັດວຽກ, ບໍ່ຕົກຢູ່ພາຍໃຕ້ອິດທິພົນຂອງກຸ່ມທຶນ ຫລື ຜົນປະໂຫຍດໃດໆ, ບໍ່ຮັບສິນບົນເພື່ອຜົນປະໂຫຍດໃຫ້ບຸກຄົນອື່ນ; ຄວາມຮັບຜິດຊອບຕໍ່ສັງຄົມ: ຕ້ອງຄໍານຶງເຖິງຜົນກະທົບຕໍ່ຄວາມໝັ້ນຄົງ, ວັດທະນະທໍາ ແລະ ຮີດຄອງປະເພນີ, ຫລີກເວັ້ນການນໍາສະເໜີພາບ ຫລື ເນື້ອຫາທີ່ຮຸນແຮງ, ອານາຈານ ຫລື ກະຕຸ້ນໃຫ້ ເກີດຄວາມຂັດແຍ່ງ; ການເຄົາລົບສິດສ່ວນບຸກຄົນ: ບໍ່ລະເມີດສິດທິສ່ວນຕົວຂອງບຸກຄົນອື່ນ ໂດຍບໍ່ມີເຫດ ຜົນດ້ານປະໂຫຍດສາທາລະນະ ໂດຍສະເພາະແມ່ນການປົກປ້ອງເດັກນ້ອຍ, ເຍົາວະຊົນ, ຜູ້ເຈັບປ່ວຍ ແລະ ຜູ້ເປັນເຫຍື່ອໃນຄະດີຕ່າງໆ. ສະຫາຍ ຍັງເນັ້ນຕື່ມວ່າ: ສື່ມວນຊົນ ກໍຄື ພະນັກງານ -ລັດຖະກອນ ຕ້ອງມີຈັນຍາບັນຕໍ່ຕົນເອງ ດ້ວຍການຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນພະນັກງານ-ລັດຖະກອນທີ່ດີ, ມີຄຸນທາດການເມືອງໜັກແໜ້ນ ແລະ ມີຄຸນສົມບັດສິນທໍາປະຕິວັດ; ຕ້ອງມີຈັນຍາບັນຕໍ່ວິຊາຊີບ: ຕ້ອງເຄື່ອນໄຫວວິຊາຊີບຂອງຕົນດ້ວຍຄວາມສັດຊື້ ແລະ ບໍ່ສະແຫວງຫາຜົນປະໂຫຍດໃນທາງທີ່ບໍ່ຖືກຕ້ອງ ແລະ ຕ້ອງປະຕິບັດຈັນຍາບັນຂອງຕົນຢ່າງເຂັ້ມງວດ; ຕ້ອງມີຈັນຍາບັນຕໍ່ການຈັດຕັ້ງ: ຕ້ອງເຄົາລົບ ແລະ ມີສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດ ຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ, ຮັກສາຄວາມລັບ ແລະ ປະຕິບັດລະບຽບວິໄນ ຂອງການຈັດຕັ້ງຢ່າງເຂັ້ມງວດ ແລະ ຕ້ອງມີຈັນຍາບັນຕໍ່ປະຊາຊົນ ແລະ ສັງຄົມ: ຕ້ອງບໍລິການຮັບໃຊ້ປະຊາຊົນ ແລະ ສັງຄົມດ້ວຍ ຄວາມຈິງໃຈ, ສະເໝີພາບ, ໂປ່ງໃສ, ມີກິລິຍາມາລະຍາດດີ, ຖະໜອມຖ່ອມຕົວ, ບໍ່ຮຽກຮ້ອງສິ່ງຕອບແທນ ແລະ ບໍ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ ແລະ ສັງຄົມໃນເວລາປະຕິບັດໜ້າທີ່ວຽກງານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments