Homeຂ່າວພາຍໃນປ່ອຍຍຸງໂວບັກເຄຍໃນບັນດາແຂວງ ສປປ ລາວ ເພື່ອກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ

ປ່ອຍຍຸງໂວບັກເຄຍໃນບັນດາແຂວງ ສປປ ລາວ ເພື່ອກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ

ໃນວັນທີ 11 ກໍລະກົດນີ້ ທີ່ແຂວງຫຼວງພະບາງ ໄດ້ມີພິທີປ່ອຍຍຸງໂວບັກເຄຍ ຢ່າງເປັນທາງການ; ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແລະ ອົງການ ຊ່ວຍເຫຼືອເດັກສາກົນ ປະຈຳ ສປປ ລາວ, ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົສຕຣາລີ ແລະ ໂຄງການຍຸງໂລກ ໄດ້ຂະຫຍາຍມາດຕະການລະດັບຊາດເພື່ອປ້ອງກັນ ແລະ ຄວບຄຸມພະຍາດທີ່ຍຸງເປັນພາຫະນະນຳເຊື້ອ.

ການປ່ອຍຍຸງໂວບັກເຄຍ ໄລຍະທີ່ຜ່ານມາ ພາຍໃຕ້ໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ ໂດຍການນຳໃຊ້ຍຸງໂວບັກເຄຍ ຢູ່ ສປປ ລາວ ໄດ້ສ້າງຄວາມສຳຄັນໃນການກັນ ແລະ ຄວບຄຸມ ພະຍາດໄຂ້ຍຸງລາຍ ໃນ ສປປ ລາວ; ໂຄງການດັ່ງກ່າວ ໄດ້ນຳໃຊ້ເຊື້ອຈຸລິນຊີ ໂວບັກເຄຍ ຊຶ່ງເປັນແບັກທີເຣຍທີ່ພົບໄດ້ຕາມທຳມະຊາດ ແລະ ສາມາດຫຼຸດຜ່ອນຄວາມສາມາດຂອງຍຸງລາຍບ້ານ ໃນການແຜ່ເຊື້ອພະຍາດໄຂ້ຍຸງລາຍໄດ້ຢ່າງມີປະສິດທິຜົນ. ປັດຈຸບັນ, ໄດ້ເລີ່ມດຳເນີນການປ່ອຍຍຸງເຫຼົ່ານັ້ນ ຢູ່ໃນ ນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ, ຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ. ການຈັດຕັ້ງປະຕິບັດກິດຈະກຳໃນຄັ້ງນີ້ ນັບເປັນໜຶ່ງໃນນະວັດຕະກຳໃໝ່ ທາງດ້ານສາທາລະນະສຸກທີ່ສຳຄັນ ຂອງ ສປປ ລາວ ໃນການຫຼຸດຜ່ອນການແຜ່ເຊື້ອພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ດ້ວຍວິທີການທີ່ປອດໄພ ແລະ ອີງໃສ່ຫຼັກຖານທາງດ້ານວິຊາການ. ຜົນສຳເລັດໃນການເລີ່ມຕົ້ນໂຄງການໃນຄັ້ງນີ້ ໂດຍຜ່ານການວາງແຜນທີ່ດີ, ການກະກຽມຄວາມພ້ອມທາງດ້ານວິຊາການ ແລະ ການມີສ່ວນຮ່ວມຂອງຊຸມຊົນທຸກພາກ ສ່ວນ ທີ່ໄດ້ຈັດຕັ້ງປະຕິບັດລະຫວ່າງ ເດືອນເມສາ-ເດືອນມິຖຸນາ 2026 ທີິ່ຜ່ານມາ.

ຄວາມສຳເລັດຂອງນະວັດຕະກຳທາງດ້ານສາທາລະນະສຸກ ຂຶ້ນກັບຄວາມໄວ້ວາງໃຈຂອງຊຸມຊົນທີ່ໂຄງການໄດ້ຈັດຕັ້ງປະຕິບັດ. ສຳລັບ ສປປ ລາວ ການສ້າງຄວາມເຊື່ອໝັ້ນນັ້ນໄດ້ຮັບການສ້າງຂຶ້ນຈາກການເຮັດວຽກຮ່ວມກັບຊຸມຊົນໃນແຕ່ລະບ້ານເປົ້າໝາຍ. ໃນລະຫວ່າງເດືອນເມສາ-ເດືອນມິຖຸນາ 2026 ທີ່ ຜ່ານມາ ໂດຍໂຄງການໄດ້ຝຶກອົບຮົມອາສາສະໝັກສາທາລະນະສຸກບ້ານ ຈຳນວນ 336 ຄົນ ໃນ 197 ບ້ານ ຂອງ 5 ແຂວງເປົ້າໝາຍ; ນອກຈາກນັ້ນ, ຍັງໄດ້ຈັດກິດຈະກຳຕ່າງໆປະກອບມີການຝຶກອົບຮົມຄູຝຶກ, ກອງປະຊຸມສ້າງຕັ້ງກຸ່ມທີ່ປຶກສາຊຸມຊົນ, ກອງປະຊຸມຄວາມສະເໝີພາບບົດບາດ ຍິງ-ຊາຍ, ຄວາມເປັນພິການ ແລະ ການມີສ່ວນຮ່ວມໃນສັງຄົມ, ກິດຈະກຳສົ່ງເສີມການມີສ່ວນຮ່ວມຂອງໄວໜຸ່ມ ແລະ ການແຕ້ມຂອບເຂດບ້ານເພື່ອປ່ອຍຍຸງດ້ວຍລະບົບ (GIS). ກິດຈະກຳເຫຼົ່ານີ້ໄດ້ຊ່ວຍສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນ ແລະ ຮັບປະກັນວ່າຊຸມຊົນໄດ້ຮັບຂໍ້ມູນຢ່າງຄົບຖ້ວນກ່ອນການປ່ອຍຍຸງ.

ອີກປັດໄຈໜຶ່ງທີ່ສຳຄັນ ທີ່ເຮັດໃຫ້ໂຄງການປະສົບຜົນສຳເລັດ ແມ່ນການສະໜັບສະໜູນຈາກຊຸມຊົນ. ໃນ 5 ພື້ນທີ່ເປົ້າໝາຍຂອງການປ່ອຍຍຸງໃນຄັ້ງນີ້ ເຫັນວ່າລະດັບການຍອມຮັບຂອງປະຊາຊົນສູງກວ່າ 88% ນີ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ຕໍ່ວິທີການ ໂວບັກເຄຍ ແລະ ພວກເຂົາເຈົ້າມີຄວາມຫວັງວ່າວິທີດັ່ງກ່າວຈະຊ່ວຍຫຼຸດຜ່ອນການແຜ່ເຊື້ອຂອງພະຍາດໄຂ້ຍຸງລາຍໄດ້. ພະຍາໄຂ້ຍຸງລາຍ ຍັງຄົງເປັນບັນຫາຫຼັກສຳລັບວຽກງານສາທາລະນະສຸກ ໃນ ສປປ ລາວ ໂດຍສະເພາະໃນໄລຍະລະດູຝົນ ນັບຕັງແຕ່ເດືອນພຶດສະພາ-ເດືອນຕຸລາ. ໃນໄລຍະປີ 2025-ກາງປີ 2026 ມີການລາຍງານຜູ້ຕິດເຊື້ອໄຂ້ຍຸງລາຍ ຈຳນວນ 1,494 ກໍລະນີ ທົ່ວປະເທດ, ໃນນັ້ນມີ 4 ກໍລະນີທີ່ຢູ່ໃນຂັ້ນຮຸນແຮງ. ໂຕເລກເຫຼົ່ານີ້ບໍ່ໄດ້ເປັນພຽງສະຖິຕິເທົ່ານັ້ນ ແຕ່ມັນໄດ້ສົ່ງຜົນກະທົບຕໍ່ກັບຄອບຄົວ, ເດັກນ້ອຍທີ່ຕ້ອງຂາດຮຽນ ແລະ ຕ້ອງໄດ້ໄປຮັບການປິ່ນປົວຢູ່ໂຮງໝໍຕ່າງໆທີ່ບໍ່ສາມາດຫຼີກລ່ຽງໄດ້ເຮັດໃຫ້ໂຮງໝໍອາດບໍ່ສາມາດຮອງຮັບຈຳນວນຄົນເຈັບໄດ້.

ຫຼັກຖານທາງວິຊາການ ຈາກໂຄງການຍຸງໂລກ ໄດ້ສະແດງໃຫ້ເຫັນເຖິງຄວາມຫວັງໃໝ່. ຢູ່ພາກ ເໜືອຂອງ ປະເທດອົສຕຣາລີ, ຢູ່ເຂດນອດຄີນສແລນ ໄດ້ມີການຮັກສາລະດັບ ເຊື້ອຈຸລິນຊີໂວບັກເຄຍໃນໂຕຍຸງໄດ້ຢ່າງຕໍ່ເນື່ອງ ເຮັດໃຫ້ພະຍາດໄຂ້ຍຸງລາຍບໍ່ສາມາດເປັນບັນຫາດ້ານສາທາລະນະສຸກອີກຕໍ່ໄປ. ໃນຂະນະດຽວກັນ, ໄດ້ມີການທົດລອງ ໃນເມືອງຢອກຈາກາກຕາ ປະເທດອິນໂດເນເຊຍ ພົບວ່າພື້ນທີ່ທີ່ຖືກປ່ອຍຍຸງໂວບັກເຄຍ ມີອັດຕາຜູ້ເປັນພະຍາດໄຂ້ຍຸງລາຍຫຼຸດລົງເຖິງ 77% ເມື່ອທຽບກັບພື້ນທີ່ບໍ່ໄດ້ປ່ອຍຍຸງດັ່ງກ່າວ.

ວິທີການ ໂວບັກເຄຍ ບໍ່ໄດ້ເຂົ້າມາທົດແທນມາດຕະການໃນການປ້ອງກັນພະຍາດໄຂ້ຍຸງລາຍທີ່ມີຢູ່ແລ້ວ, ແຕ່ເປັນການເພີ່ມການກັນ ແລະ ຄວບຄຸມທີ່ຍືນຍົງ ແລະ ຈະເຫັນຜົນໃນໄລຍະຍາວ ຄຽງຄູ່ກັບມາດຕະການຄວບຄຸມພະຍາດໄຂ້ຍຸງລາຍທີ່ຊຸມຊົນໄດ້ນຳໃຊ້ເປັນປະຈຳຢູ່ແລ້ວ.

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ພະຍາດໄຂ້ຍຸງລາຍ ຍັງເປັນບັນຫາທາງດ້ານສາທາລະນະສຸກ ແລະ ເປັນໄພຄຸກຄາມຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນທົ່ວໂລກ ຊຶ່ງມີການລະບາດ ແລະ ເສຍຊີວິດໃນແຕ່ລະປີ. ການລິເລີ່ມໂຄງການປ່ອຍຍຸງໂວບັກເຄຍ ແມ່ນນະວັດຕະກໍາໃໝ່ໃນການຄວບຄຸມໄຂ້ຍຸງລາຍທີ່ມີຜົນສໍາເລັດທີ່ດີໃນການຄວບຄຸມໄຂ້ຍຸງລາຍໃນຫຼາຍປະ ເທດ ແລະ ຍັງເປັນຄວາມຫວັງໃໝ່ໃນການຄວບຄຸມພະຍາດໄຂ້ຍຸງລາຍຢ່າງມີປະສິດທິພາບ ຢູ່ ສປປ ລາວ.”

ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ກ່າວວ່າ: “ໃນເມື່ອກ່ອນ ພະຍາດໄຂ້ຍຸງລາຍ ມັກຈະເກີດຂຶ້ນໃນລະດູຝົນ, ແຕ່ມາຮອດປັດຈຸບັນ ພະຍາດດັັ່ງກ່າວ ແມ່ນສາມາດເກີດຂຶ້ນໄດ້ທຸກໆລະດູການ. ໃນແຕ່ລະປີມີປະຊາກອນຈຳນວນຫຼາຍທີ່ເປັນພະຍາດໄຂ້ຍຸງລາຍ ໃນທົ່ວປະເທດ ຊຶ່ງການລະບາດໃຫຍ່ ຢູ່ ສປປ ລາວ ໄດ້ເກີດຂຶ້ນໃນປີ 2013, 2019 ແລະ ຫວ່າງບໍ່ດົນມານີ້ ກໍແມ່ນ ປີ 2022 ແລະ 2023 ຊຶ່ງໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຈຳນວນບໍ່ໜ້ອຍ, ມັນໄດ້ກາຍເປັນສິ່ງທ້າທາຍ ທີ່ພວກເຮົາຕ້ອງໄດ້ຮ່ວມແຮງຮ່ວມໃຈກັນເຝົ້າລະວັງ ແລະ ຕ້ານກັບພະຍາດຮ້າຍດັັ່ງກ່າວ.”

ທ່ານ ລຸກ ເອັສ ຫົວໜ້າອົງການ ຊ່ວຍເຫຼືອເດັກສາກົນ ປະຈຳ ສປປ ລາວ, ກ່າວວ່າ: “ພະຍາດໄຂ້ຍຸງລາຍຍັງຄົງສົ່ງຜົນກະທົບຕໍ່ຫຼາຍຄອບຄົວໃນທົ່ວປະເທດ, ມັນສະທ້ອນໃຫ້ເຫັນເຖິງຄວາມຈໍາເປັນຢ່າງຮີບດ່ວນທີ່ຈະຕ້ອງມີແນວທາງໃໝ່ໆໃນການແກ້ໄຂບັນຫາດັ່ງກ່າວນີ້. ໂຄງການດັ່ງກ່າວນີ້ບໍ່ໄດ້ເນັ້ນພຽງແຕ່ການປ່ອຍຍຸງເທົ່ານັ້ນ, ແຕ່ເປັນການຊ່ວຍໃຫ້ເດັກນ້ອຍປອດໄພຈາກພະຍາດຕ່າງໆ, ສ້າງຊຸມຊົນໃຫ້ເຂັ້ມ ແຂງຂຶ້ນ ແລະ ສ້າງອະນາຄົດທີ່ດີໃຫ້ແກ່ ສປປ ລາວ. ນອກຈາກນີ້, ມັນຍັງໄດ້ສະທ້ອນເຖິງຄວາມເຂັ້ມແຂງໃນການຮ່ວມມືຈາກ ທຸກໆພາກສ່ວນ ລວມທັງ ພາກລັດ, ຊຸມຊົນ ແລະ ບັນດາຄູ່ຮ່ວມພັດທະນາ.ຊ່ວຍກັນຫຼຸດຜ່ອນບັນຫາໄຂ້ຍຸງລາຍຄຽງຄູ່ກັບນະວັດຕະກຳໃໝ່ໆ, ນໍາຄວາມຫວັງມາສູ່ປະຊາຊົນ ແລະ ສ້າງສິ່ງແວດລ້ອມທີ່ປອດໄພ ສໍາລັບເດັກນ້ອຍ ແລະ ຄອບຄົວ”.

ທ່ານ ນາງ ເມແກັນ ຈອນ ເອກອັກຄລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ກ່າວວ່າ: “ລັດຖະບານອົສຕາລີ ມີຄວາມຍິນດີທີ່ໄດ້ສະໜັບສະໜູນ ສປປ ລາວ ໃນການນໍາໃຊ້ວິທີການໂວບັກເຄຍ ຂອງໂຄງການຍຸງໂລກ ຊຶ່ງເປັນນະວັດຕະກຳໃໝ່ ແລະ ອີງໃສ່ຫຼັກຖານທາງດ້ານວິຊາການ ເພື່ອຫຼຸດຜ່ອນການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ. ການລິເລີ່ມດັ່ງກ່າວນີ້ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງໃນການຮ່ວມມືຂອງພວກເຮົາ ແລະ ຍັງມີຄວາມມຸ່ງໝັ້ນຮ່ວມກັນໃນການປົກປ້ອງຄອບຄົວ, ເດັກນ້ອຍ ແລະ ສ້າງຊຸມຊົນໃຫ້ເຂັ້ມແຂງທາງດ້ານສຸຂະພາບ ໃນ ສປປ ລາວ”.

(ແຫຼ່ງຂ່າວ: ສະຖານທູດ ອົສຕຣາລີ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments