ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ເຟລິບເປເດລາ ໂມເຣນາ ກາຊາໂດ (Felipe DeLaMorena) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ແອັດສະປາຍ ປະຈໍາ ສປປ ລາວ, ໃນວັນທີ 10 ກໍລະກົດນີ້ ທີ່ຫ້ອງຮັບແຂກທໍານຽບປະທານປະເທດ. ໃນໂອກາດດັ່ງກ່າວ, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ຕໍ່ທ່ານ ເຟລິບເປເດລາ ໂມເຣນາ ກາຊາໂດ ທີ່ໄດ້ມາປະຕິບັດໜ້າທີ່ການທູດຈົນສໍາເລັດ ຊຶ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ນັບດີຂຶ້ນ, ລັດຖະບານລາວ ກໍຄື ປະຊາຊົນລາວ ຕີລາຄາສູງຕໍ່ການປະຕິບັດໜ້າທີ່ຂອງທ່ານທູດ ໄລຍະຜ່ານມາ, ທ່ານແມ່ນນັກການທູດຜູ້ທີ່ມີຄວາມຫ້າວຫັນ ໃນການສືບຕໍ່ເສີມສ້າງສາຍພົວພັນມິດຕະພາບໃນການຮ່ວມມືທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງສອງປະເທດ ລາວ-ແອັດສະປາຍ, ແອັດສະປາຍ-ລາວ ກໍຄືປະ ຊາຊົນສອງຊາດ ລາວ-ແອັດສະປາຍ ຍາມໃດກໍໃຫ້ການອູ້ມຊູ-ຊ່ວຍເຫຼືອ ລັດຖະບານລາວ ກໍຄື ປະຊາ ຊົນລາວ ສະເໝີມາ, ການສ້າງຕັ້ງສາຍພົວພັນການທູດ ລະຫ່ວາງ ສປປ ລາວ ແລະ ຣາຊະອານາຈັກ ແອັດສະປາຍ ຖືກລົງນາມໃນວັນທີ 20 ມີນາ 1964.
ໃນປີ 1992 ແອັດສະປາຍ ໄດ້ສະເໜີໃຫ້ທຶນການສຶກສາແກ່ ສປປ ລາວ 1 ທຶນ ເພື່ອໄປສຶກສາຄົ້ນຄວ້າດ້ານພາສາ ແລະ ວັດທະນະທໍາ ຂອງແອັດສະປາຍ. ທູດແອັດສະປາຍ ທີ່ ບາງກອກ ໄດ້ມາຍື່ນສານຕາຕັ້ງຕໍ່ ທ່ານປະທານປະເທດ ແຫ່ງ ສປປ ລາວ ຄັ້ງທໍາອິດ ເພື່ອດໍາລົງຕຳແໜ່ງເປັນເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກ ແອັດສະປາຍ ປະຈຳ ສປປ ລາວ ໃນເດືອນກຸມພາ 1995, ການແລກປ່ຽນຄະນະຜູ້ແທນ ຝ່າຍລາວ: ໃນລະຫວ່າງວັນທີ 30 ມິຖຸນາ – 3 ກໍລະກົດ 2025, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 (The 4th International Conference on Financing for Development, FFD4). ສອງປະເທດ ມີການແລກປ່ຽນການຄ້ານໍາກັນຢ່າງເປັນປົກກະຕິ ແຕ່ປີ 2008 ເປັນຕົ້ນມາ, ໃນປີ 2025 ມູນຄ່າການນໍາເຂົ້າສິນຄ້າຈາກແອັດສະປາຍ ແມ່ນ 6,206,854.85 ໂດລາ ແລະ ມູນຄ່າການສົ່ງອອກສິນຄ້າ ໄປແອັດສະປາຍ ແມ່ນ 13,168,971.93 ໂດລາ. ສິນຄ້ານໍາເຂົ້າຈາກ ແອັດສະປາຍ ມີຄື: ເຫຍື້ອໄມ້, ເສດເຈ້ຍ, ເສັ້ນໄຍ, ເສັ້ນໄຍສັງເຄາະ, ແຜ່ນແພປະດິດ, ເຫຼົ້າ, ເບຍ, ວາຍ, ພາຫະນະທາງບົກ, ຜະລິດຕະພັນນົມ, ໄຂ່, ສັດປີກ, ນໍ້າເຜິ້ງ, ເຄື່ອງມື, ອຸປະກອນທັດສະນະສາດ, ເຄື່ອງທີ່ເຮັດດ້ວຍແພ, ຊິ້ນສ່ວນອາໄຫຼ່ລົດ, ຜະລິດຕະພັນການຢາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ຜະລິດຕະພັນເຄມີປະສົມສໍາເລັດຮູບ, ສິ່ງປຸງແຕ່ງຈາກພືດຜັກ ແລະ ໝາກໄມ້ ແລະ ອື່ນໆ. ສິນຄ້າລາວສົ່ງອອກໄປ ແອັດສະປາຍ ມີຄື: ເກີບ, ເຄມີອະນິນຊີ, ເຄື່ອງຫຼິ້ນ, ເກມ, ອຸປະກອນກິລາ, ນໍ້າຕານ, ເຄື່ອງນຸ່ງຫົ່ມ, ຂີ້ຄັ່ງ, ຍານ, ຂີ້ຊີ, ກາເຟ ແລະ ອື່ນໆ
ຈາກນັ້ນ, ທ່ານ ເຟລິບເປເດລາ ໂມເຣນາ ກາຊາໂດ ໄດ້ສະແດງຄວາມຂອບໃຈຕໍ່ທ່ານນາງ ວຽງທອງ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ການໃຫ້ຄວາມຮ່ວມມື, ຊ່ວຍເຫຼືອໃນການມາປະຕິບັດໜ້າທີ່ການເປັນທູດຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ໂອກາດດຽວກັນ, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ອວຍໄຊໃຫ້ພອນອັນປະເສີດ ແດ່ ທ່ານ ເຟລິບເປເດລາ ໂມເຣນາ ກາຊາໂດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວ ແລະ ໜ້າທີ່ການງານໃໝ່ຂອງທ່ານ, ຂໍໃຫ້ທ່ານເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ໂຊກດີ.

