ໃນວັນທີ 10 ກໍລະກົດນີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ເຟລິບເປ ເດ ລາ ໂມເຣນາ ກາຊາໂດ (Felipe De La Morena Casado) ເອກອັກຄະຣາຊະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກ ແອັດສະປາຍ ປະຈຳ ສປປ ລາວ ຊຶ່ງມີສໍານັກງານສະຖານທູດ ຕັ້ງຢູ່ ບາງກອກ ຣາຊະອານາຈັກໄທ.
ໃນໂອກາດນີ້, ທ່ານ ພົງສະຫວັນ ສີສຸລາດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານທູດແອັດສະປາຍ ທີ່ໄດ້ສໍາເລັດໜ້າທີ່ອັນມີກຽດຂອງຕົນຢ່າງຈົບງາມ ໃນໄລຍະການປະຕິບັດໜ້າທີ່, ໂດຍສະເພາະການສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບທີ່ມີມາດົນນານ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ແອັດສະປາຍ ນັບຕັ້ງແຕ່ການສ້າງຕັ້ງສາຍພົວພັນທາງການທູດ ໃນວັນທີ 20 ມີນາ 1964. ນອກຈາກນັ້ນ, ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອເພື່ອການພັດທະນາຂອງ ແອັດສະປາຍ ຜ່ານ ສະຫະພາບເອີຣົບ ໃນຂະແໜງການພັດທະນາຊົນນະບົດ ຊຶ່ງໄດ້ປະກອບ ສ່ວນຢ່າງຫຼວງຫຼາຍຕໍ່ເປົ້າໝາຍການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ລວມທັງການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ເພື່ອສົ່ງເສີມການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນປີ 2026 ນີ້. ພ້ອມດຽວກັນນີ້, ທ່ານ ຮອງລັດຖະມົນຕີ ໄດ້ສະເໜີໃຫ້ຊຸກຍູ້ການຮ່ວມມືສອງຝ່າຍໃນຫຼາຍຂະແໜງການບຸລິມະສິດຂອງ ສປປ ລາວ ເປັນຕົ້ນແມ່ນ ດ້ານການສຶກສາ, ສາທາລະນະສຸກ ແລະ ການເກັບກູ້ລະເບີດບໍ່ທັນແຕກ, ພ້ອມທັງ ເນັ້ນໜັກເຖິງຄວາມສຳຄັນຂອງການສົ່ງເສີມການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ, ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.
ທ່ານຮອງລັດຖະມົນຕີ ໄດ້ແຈ້ງໃຫ້ຊາບ ກ່ຽວກັບການກະກຽມ ໃນການເປັນປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍລະເບີດລູກຫວ່ານ (CCM) ຄັ້ງທີ 3 ທີ່ຈະຈັດຂຶ້ນໃນວັນທີ 14-18 ກັນຍາ 2026 ພາຍໃຕ້ຫົວຂໍ້: “ເລັ່ງຄວາມຄືບໜ້າສູ່ໂລກທີ່ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ” ແລະ ເຊື້ອເຊີນ ຄະນະຜູ້ແທນຂອງແອັດສະປາຍ ເດີນທາງມາເຂົ້າຮ່ວມ.
ໃນໂອກາດດຽວກັນນີ້, ທ່ານ ເຟລິບເປ ເດ ລາ ໂມເຣນາ ກາຊາໂດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນລາວ ລວມທັງຂະແໜງການກ່ຽວຂ້ອງ ໂດຍສະເພາະ ກະຊວງການຕ່າງປະເທດ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນ ແລະ ອໍານວຍຄວາມສະດວກ ເຮັດໃຫ້ການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ປະສົບຜົນສໍາເລັດ, ພ້ອມທັງສະແດງຄວາມໝາຍໝັ້ນ ທີ່ຈະສືບຕໍ່ປະກອບສ່ວນໃນການຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ແອັດສະປາຍ ແລະ ສປປ ລາວ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ.
(ຂ່າວ: ກຕທ)

