ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດກິດຈະກຳຍ່າງເພື່ອ ສຸຂະພາບສະເຫຼີມສະຫຼອງວັນສ້າງຕັ້ງກະຊວງ ຄົບຮອບ 75 ປີ (13 ກໍລະ ກົດ 1951 – 13 ກໍລະກົດ 2026) ຈັດຂຶ້ນໃນວັນທີ 11 ກໍລະກົດນີ້ ທີ່ ສວນປະຕູໄຊ ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ “ທັນສະໄໝ ສັນຈອນປອດໄພ ກ້າວໄປຢ່າງຍືນຍົງ” ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ, ມີບັນດາ ຮອງລັດຖະມົນຕີ, ຫົວໜ້າກົມ-ຮອງກົມຈາກກະຊວງ-ອົງການ, ພາກທຸລະກິດ ແລະ ມວນຊົນເຂົ້າຮ່ວມ.

ທ່ານ ເຫຼັກໄຫຼ ສີວິໄລ ກ່າວວ່າ: ໃນແຕ່ລະປີອຸບັດເຫດທາງຖະໜົນ ໄດ້ສ້າງຄວາມສູນເສຍຢ່າງມະຫາສານຕໍ່ຊີວິດ, ຊັບສິນ ແລະ ຊັບພະຍາ ກອນມະນຸດຂອງຊາດ ສາເຫດຕົ້ນຕໍ ມາຈາກການດື່ມສິ່ງມຶນເມົາແລ້ວຂັບຂີ່ ແລະ ການຂັບລົດໄວເກີນຂອບເຂດກຳນົດ ຊຶ່ງຍານພາຫະນະຈະກາຍເປັນອາວຸດທຳລາຍທັງຕົວຜູ້ຂັບຂີ່ ແລະ ຄົນ ອ້ອມຂ້າງເມື່ອຂາດສະຕິ. ການຈັດກິດຈະກຳໃນຄັ້ງນີ້, ແມ່ນການຢັ້ງຢືນເຖິງຄວາມເອົາໃຈໃສ່ຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ຕໍ່ວຽກງານຄວາມປອດໄພທາງຫຼວງ ໂດຍເປັນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການຈະລາຈອນທາງບົກ ຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫຼວງ ແລະ ມະຕິ ຂອງອົງການສະຫະປະຊາຊາດ ເພື່ອປູກຈິດສຳນຶກໃຫ້ທົ່ວສັງຄົມເຫັນໄດ້ ໄພອັນຕະລາຍ ແລະ ຜົນສະທ້ອນ ຂອງອຸບັດເຫດ ຕໍ່ການດຳລົງຊີວິດ, ເສດຖະກິດ ແລະ ການພັດທະນາປະ ເທດຊາດ.

ທ່ານ ເຫຼັກໄຫຼ ສີວິໄລ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ແລະ ທົ່ວສັງຄົມ ຈົ່ງພ້ອມກັນຮ່ວມແຮງ ຮ່ວມໃຈປະຕິບັດກົດຈະລາຈອນຢ່າງເຂັ້ມງວດ ເນື່ອງໃນໂອກາດວັນຄົບຮອບ 75 ປີ ແລະ ຍັງໄດ້ປູກລະດົມໃຫ້ ພະນັກງານຫຼັກແຫຼ່ງໃນຂະແໜງ ຍທຂ ທົ່ວປະເທດ ສືບຕໍ່ເຊີດຊູຜົນງານອັນລໍ້າຄ່າຂອງບັນພະບູລຸດ ຕັ້ງໜ້າສ້າງສາພັດທະນາປະເທດຊາດ ແລະ ຫັນຂະແໜງ ຍທຂ ໃຫ້ເປັນປາຍແຫຼມມີຈຸດສຸມ, ທັນສະໄໝ ປອດໄພ ເຊື່ອມໂຍງ- ເຊື່ອມຈອດ ແລະ ຍືນຍົງ.

