ໃນວັນທີ 10 ກໍລະກົດນີ້ ທີ່ສໍານັກງານປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຄູຝຶກ ແລະ ບັນດານັກກິລາລາວ ທີ່ມີຜົນງານອັນໂດດເດັ່ນ ໃນການເຂົ້າຮ່ວມການແຂ່ງຂັນລະດັບພາກພື້ນ ແລະ ສາກົນ ຊຶ່ງນຳພາຄະນະໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.
ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ກ່າວວ່າ: ກະຊວງສຶກສາທິການ ແລະ ກິລາ ຮູ້ສຶກເປັນກຽດ ແລະ ພາກພູມໃຈ ທີ່ໄດ້ມີໂອກາດນໍາພາຄະນະຄູຝຶກ ແລະ ບັນດານັກກິລາລາວ ທີ່ມີຜົນງານອັນໂດດເດັ່ນ ໃນການເຂົ້າຮ່ວມການແຂ່ງຂັນລະດັບພາກພື້ນ ແລະ ສາກົນ ເພື່ອມາເຂົ້າຢ້ຽມຂໍ່ານັບ ແລະ ລາຍງານຜົນສໍາເລັດ ຕໍ່ທ່ານປະທານປະເທດ, ໃນປີ 2026 ນັກກິລາລາວປະເພດຕ່າງໆ ໄດ້ເຂົ້າຮ່ວມແຂ່ງຂັນໃນລາຍການຕ່າງໆ ທີ່ສາກົນໄດ້ຈັດຂຶ້ນຢ່າງເປັນປົກກະຕິ ອັນພົ້ນເດັ່ນ ແມ່ນກິລາບານເຕະເຍົາວະຊົນ, ກິລາກະຕໍ້, ກິລາບານບ້ວງ ໄດ້ສ້າງຜົນງານໃນການເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ສ້າງກຽດຊື່ສຽງໃຫ້ແກ່ປະເທດຊາດ ໂດຍສະເພາະນັກກິລາບານເຕະສະໂມສອນ W.I.G NAGA ຮຸ່ນອາຍຸ 13 ປີ (U-13) ສາມາດປ້ອງກັນແຊັມ ໃນການແຂ່ງຂັນລາຍການບານເຕະ Iber Cup 2026 ທີ່ປະເທດປອກຕຸຍການ ເປັນສະໄໝທີສອງຕິດຕໍ່ກັນ ໂດຍເອົາຊະນະທີມສະໂມສອນຈາກປະເທດເຈົ້າພາບ.
ນອກຈາກນີ້, ນັກກິລາຮຸ່ນອາຍຸບໍ່ເກີນ 10 ປີ ກໍໄດ້ແຊັມເຊັ່ນກັນ ພ້ອມກັນນີ້ ນັກກິລາບານເຕະສະໂມສອນ ເບສະຫວັນ ຮຸ່ນອາຍຸ 10 ປີ (U10) ກໍໄດ້ຄວ້າແຊັມໃນການແຂ່ງຂັນລາຍການບານເຕະ VIETNAM INTERNATIONAL ACF FOOTBALL TOURNAMENT ທີ່ ສສ ຫວຽດນາມ, ນັກກິລາກະຕໍ້ ສາມາດຍາດ 4 ຫຼຽນຄໍາ, 1 ຫຼຽນເງິນ ແລະ 1 ຫຼຽນທອງ ໃນລາຍການ 2026 China Separtakraw Open and China Separtakraw Open of Lanxang-Mekong Cooperation ທີ່ ສປ ຈີນ, ນັກກິລາບານບ້ວງຍິງ ຮຸ່ນອາຍຸ 14 ປີ ສາມາດຍາດໄດ້ 2 ຫຼຽນຄໍາ 2 ຫຼຽນເງິນ ແລະ 1 ຫຼຽນທອງ ໃນການແຂ່ງຂັນບານບ້ວງ ຊີງຂັນລາຍການ TOA 3×3 Basketball Oudon Thailand ທີ່ປະເທດໄທ. ຜົນສຳເລັດ ແລະ ໄຊຊະນະຄັ້ງນີ້ ຍ້ອນຄວາມເສຍສະຫຼະທາງດ້ານເຫື່ອແຮງສະຕິປັນຍາຄວາມມານະອົດທົນໃນການຝຶກຊ້ອມ ຂອງຄະນະນຳຄູຝຶກ ແລະ ນັກກິລາ ທີ່ລວມເປັນຈິດໜຶ່ງໃຈດຽວກັນຂອງນັກກິລາທຸກໆຄົນ, ຕໍ່ກັບຜົນສຳເລັດດັ່ງກ່າວບໍ່ພຽງແຕ່ເປັນຄວາມພາກພູມໃຈຂອງສະຫະພັນ ແລະ ສະໂມສອນເທົ່ານັ້ນ ແຕ່ຍັງເປັນການສ້າງຊື່ສຽງຍົກລະດັບວົງການກິລາລາວ ໃຫ້ຊາວໂລກຮັບຮູ້ ສປປ ລາວ ຫຼາຍຂຶ້ນ ໃນເວທີສາກົນ ແລະ ນຳເອົາຮອຍຍິ້ມມາສູ່ແຟນກິລາ ກໍຄື ປວງຊົນລາວທັງຊາດ.

ໃນໂອກາດດຽວກັນ, ທ່ານປະທານປະເທດ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດານັກກິລາລາວ ທີ່ສາມາດສ້າງຜົນງານອັນໂດດເດັ່ນ ໂດຍຍາດໄດ້ໄຊຊະນະ ແລະ ຫຼຽນລາງວັນ ຈາກການເຂົ້າຮ່ວມການແຂ່ງຂັນກິລາໃນລະດັບພາກພື້ນ ແລະ ສາກົນ ຊຶ່ງຜົນສຳເລັດດັ່ງກ່າວບໍ່ພຽງແຕ່ສ້າງຄວາມພາກພູມໃຈ ໃຫ້ແກ່ປະຊາຊົນລາວທັງປະເທດເທົ່ານັ້ນ, ແຕ່ຍັງເປັນການສ້າງຊື່ສຽງໃຫ້ແກ່ປະເທດຊາດ ເຮັດໃຫ້ປະເທດລາວເປັນທີ່ຮູ້ຈັກ ແລະ ໄດ້ຮັບການຍອມຮັບຈາກນາໆປະເທດຫຼາຍຂຶ້ນ ພ້ອມກັນນັ້ນທຸງຊາດລາວໄດ້ຖືກຊັກຂຶ້ນ ແລະ ໂບກສະບັດຢູ່ໃນເວທີການແຂ່ງຂັນສາກົນ ສະທ້ອນເຖິງຄວາມສາມາດ ແລະ ສັກກະຍະພາບຂອງນັກກິລາລາວ.
ພ້ອມນີ້, ທ່ານປະທານປະເທດ ຍັງໄດ້ເນັ້ນໃຫ້ບັນດານັກກິລາ ຈົ່ງສືບຕໍ່ພາກພຽນຝຶກຝົນພັດທະນາຄວາມຮູ້, ຄວາມສາມາດ ແລະ ຍົກລະດັບທັກສະຂອງຕົນເອງຢ່າງຕໍ່ເນື່ອງ ເພື່ອຍາດໄດ້ໄຊຊະນະໃນການແຂ່ງຂັນຄັ້ງຕໍ່ໄປ ແລະ ສືບຕໍ່ນຳເອົາຄວາມສຳເລັດມາສ້າງຊື່ສຽງໃຫ້ແກ່ປະເທດຊາດ ແລະ ປະຊາ ຊົນລາວ.

ໂອກາດດຽວກັນ, ທ່ານ ທອງສະລິດ ມັງໜໍ່ເມກ ກໍໄດ້ປະດັບຫຼຽນໄຊພັດທະນາ ຊັ້ນ I ໃຫ້ກັບປະທານສະໂມສອນກິລາບານເຕະ W.I.G NAGA ແລະ ປະທານສະໂມສອນ ເບສະຫວັນ ແລະ ປະດັບຫຼຽນໄຊພັດທະນາ ຊັ້ນ III ໃຫ້ກັບບັນດາຫົວໜ້າຄູຝຶກ, ຄູຝຶກ ແລະ ຜູ້ຊ່ວຍຄູຝຶກ ຈຳນວນໜຶ່ງ ທີ່ມີຜົນງານດີເດັ່ນ ໃນການນຳພາບັນດານັກກິລາເຍົາວະຊົນ ເຂົ້າຮ່ວມແຂ່ງຂັນລະດັບໂລກ ແລະ ພາກພື້ນ.

