Homeຂ່າວຕ່າງປະເທດຈີນ ສະເໜີ WTO ເຊື່ອມໂຍງການຄ້າ ແລະ ການລົງທຶນເຂົ້າກັນ

ຈີນ ສະເໜີ WTO ເຊື່ອມໂຍງການຄ້າ ແລະ ການລົງທຶນເຂົ້າກັນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ອົງການການຄ້າໂລກ ຫຼື WTO ໄດ້ຈັດກອງປະຊຸມຢູ່ນະຄອນເຊີແນວ ປະເທດສະວິດ ໃນລະຫວ່າງວັນທີ 6-8 ກໍລະກົດ ຜ່ານມາ. ຈີນໄດ້ຍື່ນຂໍ້ສະເໜີຕໍ່ WTO ກ່ຽວກັບການເຊື່ອມໂຍງການຄ້າ ແລະ ການລົງທຶນເຂົ້າກັນເພື່ອຊຸກຍູ້ການຫັນເປັນອຸດສາຫະກຳ.

ຂ່າວລະບຸວ່າ: ຜູ້ຕາງໜ້າຈີນໄດ້ກ່າວໃນກອງປະຊຸມວ່າ, ຂໍ້ສະເໜີຂອງຈີນທີ່ຈະໃຫ້ WTO ປຶກສາຫາລືກ່ຽວກັບເຊື່ອມໂຍງການຄ້າ ແລະ ການລົງທຶນເຂົ້າກັນ ເພື່ອຊຸກຍູ້ການຫັນເປັນອຸດສາຫະກຳ ແມ່ນອີງຕາມການສະຫຼຸບບົດຮຽນດ້ານການພັດທະນາໃນໄລຍະຕ່າງໆຂອງການຫັນເປັນອຸດສາຫະກຳຂອງຈີນ, ທັງແມ່ນການຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງປະເທດເຂດໂລກໃຕ້ ແລະ ຊຸກຍູ້ໃຫ້ເສດຖະກິດໂລກາພິວັດພັດທະນາໄປຕາມທິດທາງໃຫ້ຜົນປະ ໂຫຍດຢ່າງທົ່ວເຖິງ ແລະ ກວມລວມ. ຈີນສະເໜີໃຫ້ການປຶກສາຫາລືຄັ້ງຕໍ່ໄປຄວນປິ່ນອ້ອມ 3 ເນື້ອໃນສຳຄັນ ຄື: ໜຶ່ງ, ການແລກປ່ຽນປະສົບການຕົວຈິງຂອງປະເທດສະມາຊິກໃນດ້ານການເຊື່ອມໂຍງການຄ້າ ແລະ ການລົງທຶນເຂົ້າກັນເພື່ອຊຸກຍູ້ການຫັນເປັນອຸດສາຫະກຳ. ສອງ, ກວດກາຄືນກົດລະບຽບ ແລະ ເຄື່ອງມືຂອງ WTO ທີ່ມີຢູ່ໃນປັດຈຸບັນນີ້. ສາມ, ນຳໃຊ້ກົນໄກການຊ່ວຍເຫຼືອດ້ານການສົ່ງເສີມການຄ້າ ແລະ ກົນໄກການຮ່ວມມືດ້ານການພັດທະນາຫຼາຍຝ່າຍເປັນຢ່າງດີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments