Homeຂ່າວຕ່າງປະເທດIMF ຄາດຄະເນ ປີ 2026 ເສດຖະກິດໂລກຈະເຕີບໂຕ 3%

IMF ຄາດຄະເນ ປີ 2026 ເສດຖະກິດໂລກຈະເຕີບໂຕ 3%

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 9 ກໍລະກົດ ຜ່ານມາວ່າ: ກອງທຶນການເງິນສາກົນ ຫຼື IMF ໄດ້ປະກາດບົດລາຍງານ “ຄາດຄະເນເສດຖະກິດໂລກ” ສະບັບຫຼ້າສຸດ ໂດຍຄາດວ່າຈັງຫວະເຕີບໂຕຂອງເສດຖະກິດໂລກໃນປີ 2026 ຢູ່ທີ່ 3% ແລະ 3.4% ໃນປີ 2027.

ບົດລາຍງານລະບຸວ່າ: ການລົບກວນດ້ານພະລັງງານ ແລະ ຕ່ອງໂສ້ການສະໜອງທີ່ເກີດຈາກສົງຄາມໃນພາກພື້ນຕາເວັນອອກກາງ ຄວບຄູ່ກັບ ການພັດທະນາເຕັກໂນໂລຊີຕ່າງໆ ເຊັ່ນ: ປັນຍາປະດິດເປັນຕົ້ນ ກຳລັງຊຸກຍູ້ຄວາມແຕກຕ່າງຢ່າງຊັດເຈນໃນອະນາຄົດເສດຖະກິດໂລກ.

ບົດລາຍງານຍັງຄາດຄະເນວ່າ: ເສດຖະກິດຈີນຈະເຕີບໂຕ 4.6% ໃນປີ 2026 ແລະ 4.1% ໃນປີ 2027.ພ້ອມກັນນັ້ນ ບົດລາຍງານຍັງເຫັນວ່າ: ລາຄານ້ຳມັນເຊື້ອໄຟທົ່ວໂລກທີ່ເພີ່ມສູງຂຶ້ນ ແລະ ຄວາມບໍ່ແນ່ນອນຢ່າງຕໍ່ເນື່ອງ ຄາດວ່າຈະສ້າງຜົນກະທົບຕໍ່ການພັດທະນາເສດຖະກິດຂອງຈີນໃນລະດັບໃດໜຶ່ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments