Homeຂ່າວຕ່າງປະເທດຫວຽດນາມ ແລະ ເອີຣົບ ເຊື່ອມຕໍ່ຢ່າງຮອບດ້ານ

ຫວຽດນາມ ແລະ ເອີຣົບ ເຊື່ອມຕໍ່ຢ່າງຮອບດ້ານ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 9 ກໍລະກົດ ຜ່ານມາ ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຫວຽດນາມ ທີ່ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ ໄດ້ແຈ້ງໃຫ້ຮູ້ວ່າ: ໃນວັນທີ 2 ກໍລະກົດ ຜ່ານມາ, ຫວຽດນາມ ແລະ ສະຫະສະມາຄົມການຄ້າເສລີ ເອີຣົບ (EFTA) ໄດ້ອອກຖະແຫຼງການຮ່ວມສິ້ນສຸດການເຈລະຈາສັນຍາການຄ້າເສລີ ຫວຽດນາມ – EFTA, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ: ສັນຍານີ້ໄດ້ຮັບຄວາມຫວັງວ່າຈະເປີດໄລຍະການຮ່ວມມືໃໝ່, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການຊຸກຍູ້ດ້ານການຄ້າ, ການລົງທຶນ ແລະ ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດລະຫວ່າງ ຫວຽດນາມ ແລະ ບັນດາປະເທດ EFTA.

ນີ້ແມ່ນຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຢ່າງແຮງຂອງ 2 ຝ່າຍ ເພື່ອກ້າວໄປເຖິງການລົງນາມໃນສັນຍາ ພາຍຫຼັງ 14 ປີທີ່ດຳເນີນການເຈລະຈາ. ພວກຂ້າພະເຈົ້າຕີລາຄາສູງບັນດາໝາກຜົນການເຈລະຈາທີ່ບັນລຸໄດ້ກັບບັນດາປະເທດສະມາຊິກຂອງ EFTA ແລະ ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ EFTA, ແມ່ນຂີດໝາຍໃນຄວາມມານະພະຍາຍາມເປີດກວ້າງເຄືອຂ່າຍສັນຍາການຄ້າເສລີ (FTA) ຂອງ ຫວຽດນາມ, ຍົກຈຳນວນ FTA ທີ່ ຫວຽດນາມ ລົງນາມກັບບັນດາຄູ່ຮ່ວມມືຂຶ້ນເປັນ 18 ສະບັບ. ພ້ອມກັນນັ້ນ, ກໍເຊື່ອມຕໍ່ຢ່າງຮອບດ້ານລະຫວ່າງ ຫວຽດນາມ ແລະ ເອີຣົບ. ສັນຍາດັ່ງກ່າວມີລັກສະນະຮອບດ້ານ ແລະ ທັນສະໄໝ, ກວມເອົາຫຼາຍຂົງເຂດຄື: ການຄ້າສິນຄ້າ, ການຄ້າການບໍລິການ, ການລົງທຶນ ແລະ ສິດຊັບສິນທາງປັນຍາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments