Homeຂ່າວໜ້າໜຶ່ງສື່ມວນຊົນ ເປັນກະບອກສຽງ ອັນແຫຼມຄົມຂອງພັກ-ລັດ

ສື່ມວນຊົນ ເປັນກະບອກສຽງ ອັນແຫຼມຄົມຂອງພັກ-ລັດ

ສື່ມວນຊົນ ຍາມໃດກໍເປັນ ກະບອກສຽງອັນແຫຼມຄົມຂອງພັກ-ລັດ, ມີບົດບາດສຳຄັນຫຼາຍໃນການ ນໍາເອົາແນວທາງຂອງພັກ, ມະຕິຂອງ ພັກ, ບັນດາລະບຽບກົດໝາຍລົງສູ່ສັງ ຄົມໃຫ້ປະຊາຊົນຮັບຮູ້-ເຂົ້າໃຈ, ທັງພ້ອມກັນຮັບຮູ້-ເຂົ້າໃຈ ແລະ ປະຕິບັດແນວທາງ, ປະຕິບັດກົດໝາຍ ກໍຄືມະຕິຄຳສັ່ງ ເຮັດໃຫ້ມີຜົນສຳເລັດເປັນຢ່າງດີ.

ເນື່ອງໃນໂອກາດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຈະຈັດຂຶ້ນອີກບໍ່ດົນນີ້, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງ ຄວາມຮູ້ສຶກຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 9 ກໍລະກົດນີ້ ທີ່ກະຊວງ ດັ່ງກ່າວວ່າ: ສື່ມວນຊົນເປັນເປັນກະບອກສຽງຂອງພັກ-ລັດ, ຂອງຊາດ. ຕະຫຼອດໄລຍະຜ່ານມາ, ສື່ມວນຊົນ ໄດ້ມີບົດບາດອັນສຳຄັນໃຫຍ່ຫຼວງ ໃນການໂຄສະນາແນວທາງຂອງພັກ ໃຫ້ໄປຮອດໄປເຖິງທຸກເປົ້າໝາຍຢູ່ໃນສັງຄົມພວກເຮົາ; ທັງສ່ອງແສງໃຫ້ ເຫັນຜົນງານອັນພົ້ນເດັ່ນໃນການພັດທະນາ, ການນຳພາ, ການຊີ້ນຳຂອງ ພັກ-ລັດ, ບາງຄັ້ງສື່ມວນຊົນຈະເຫັນບາງຈຸດອ່ອນ, ຂໍ້ຄົງຄ້າງໃນການປະຕິບັດວຽກງານຂອງເຈົ້າໜ້າທີ່ລັດ, ບັນຫາຂໍ້ຄົງຄ້າງໃນຂົງເຂດ ກໍຈະເປັນບົດຮຽນ, ຖອດຖອນບົດຮຽນໃນການນຳພາ-ຊີ້ນຳຕໍ່ໄປໃຫ້ມີປະສິດທິ ຜົນສູງຂຶ້ນກວ່າເກົ່າ.

ເນື່ອງໃນໂອກາດວັນທີ່ມີຄວາມໝາຍສຳຄັນນີ້, ທ່ານ ເຫຼັກໄຫຼ ສີວິໄລ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ເຊື່ອໝັ້ນ ມາຍັງໂທລະພາບແຫ່ງຊາດ, ວິທະຍຸກະຈາຍສຽງແຫ່ງຊາດ, ສື່ສິ່ງພິມ, ສຳນັກຂ່າວທຸກໆພາກສ່ວນຂອງ ສປປ ລາວ ລ້ວນແຕ່ເປັນຂະແໜງທີ່ມີບົດບາດສຳຄັນຫຼາຍ ທີ່ນໍາເອົາແນວທາງຂອງພັກ, ມະຕິຂອງພັກ, ບັນດາລະບຽບກົດໝາຍລົງສູ່ສັງຄົມ ໃຫ້ປະຊາຊົນຮັບຮູ້-ເຂົ້າໃຈ, ທັງພ້ອມກັນຮັບ ຮູ້-ເຂົ້າໃຈ ແລະ ປະຕິບັດແນວທາງ, ປະຕິບັດກົດໝາຍ ກໍຄືມະຕິຄຳສັ່ງ ເຮັດໃຫ້ມີຜົນສຳເລັດເປັນຢ່າງດີ ໃນໄລຍະຜ່ານມາ. ສຳລັບຂະແໜງ ຍທຂ ກໍຝາກຄວາມຫວັງນໍາສື່ມວນ ຊົນ ຂໍໃຫ້ສືບຕໍ່ເປັນກະບອກສຽງໂຄ ສະນາການເຄື່ອນໄຫວ, ການນຳພາ, ການຊີ້ນຳ ຂອງການນຳກະຊວງ ຍທຂ, ບັນດາກົມກອງຕ່າງໆ, ຕະຫຼອດຮອດ ບັນດາລັດວິສາຫະກິດ ແລະ ຂະແໜງ ຍທຂ ທົ່ວປະເທດ ໃຫ້ເຫັນວ່າຜົນງານ ການປະຕິບັດວຽກງານຄຸ້ມຄອງ, ການ ພັດທະນາໂຄງລ່າງຕ່າງໆ, ດ້ານໃດດີ, ພົ້ນເດັ່ນ, ອັນໃດທີ່ເປັນຈຸດອ່ອນ-ຂໍ້ຄົງຄ້າງ ກໍເຈາະຈີ້ມ, ທັກທ້ວງ ເພື່ອເປັນບົດຮຽນ ແນໃສ່ພັດທະນາໂຄງລ່າງໃຫ້ມີຄວາມທົນທານ, ມີຄວາມແຂງແກ່ນ, ຮັບປະກັນຮັບໃຊ້ສັງຄົມຕາມທີ່ພັກ-ລັດ ໄດ້ກຳນົດໄວ້.

ໃນໂອກາດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I, ທ່ານ ເຫຼັກໄຫຼ ສີວິໄລ ຍັງໄດ້ອວຍພອນໄຊອັນປະເສີດໃຫ້ຄະນະນຳ ຄະນະໂຄສະນາອົບຮົບສູນກາງພັກ, ຄະນະກົມ, ຄະນະອຳນວຍການໂທລະພາບແຫ່ງຊາດ, ຄະນະອໍານວຍການວິທະຍຸກະຈາຍສຽງແຫ່ງຊາດລາວ, ຄະ ນະອໍານວຍການທຸກສື່ສິ່ງພິມ, ພ້ອມດ້ວຍສື່ມວນຊົນທຸກສາຂາອາຊີບ ຈົ່ງມີສຸຂະພາບແຂງແຮງ, ອາຍຸໝັ້ນຂວັນຍືນ, ສືບຕໍ່ປະຕິບັດໜ້າທີ່ອັນມີກຽດດັ່ງກ່າວນີ້ໃຫ້ໄດ້ຮັບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments