ທີມຊາດຝຣັ່ງ ຍັງໂຊຟອມໄດ້ຢ່າງໂດດເດັ່ນ ເມື່ອເອົາຊະນະ ທີມຊາດມາຣົກ (ໂມຣັອກໂກ) 2-0 ຜ່ານເຂົ້າສູ່ຮອບຮອງຊະນະເລີດ ຫຼື ຮອບ 4 ທີມສຸດທ້າຍ ໄດ້ເປັນສະໄໝທີ 3 ຕິດຕໍ່ກັນ. ການແຂ່ງຂັນເຕະບານໂລກ 2026 ຮອບ 8 ທີມສຸດທ້າຍ ຄູ່ທຳອິດ ເປັນການພົບກັນລະຫວ່າງ ຝຣັ່ງ ພົບກັບ ມາຣົກ, ເລີ່ມເກມເຄິ່ງເວລາທຳອິດ ຝຣັ່ງ ເປັນຝ່າຍຄອງເກມ ແລະ ສ້າງໂອກາດໄດ້ຢຫຼາຍກວ່າ ແຕ່ກໍບໍ່ສາມດຍິງປະຕູຂຶ້ນນຳໄດ້ ແລະ ນາທີທີ 25 ຝຣັ່ງກໍມາໄດ້ລູກຈຸດໂທດ ຄີລີຢັນ ເອັມບັບເປ້ ຮັບໜ້າທີ່ຍິງ ແຕ່ບໍ່ຜ່ານມືຂອງຜູ້ຮັກສາປະຕູມາຣົກ, ຈົບເຄິ່ງເວລາທຳອິດ ສະເໝີກັນ 0-0.
ເຂົ້າສູ່ເຄິ່ງເວລາທີ 2 ກໍຍັງເປັນຝຣັ່ງທີ່ຄອງເກມໄດ້ເໜືອກວ່າ ແລະ ກໍມາຍິງປະຕູຂຶ້ນນຳໄດ້ ໃນນາທີທີ 60 ຈາກການຍິງຂອງ ເອັມບັບເປ້ ແລະ ອຸດສະມານ ເດັມເບເລ ກໍມາຍິງປະຕູປິດທ້າຍ ໃນນາທີທີ 66 ເຮັດໃຫ້ຝຣັ່ງເອົາຊະນະ ມາຣົກ 2-0 ປະຕູ. ໄຊຊະນະນັດນີ້ສົ່ງຜົນໃຫ້ ຝຣັ່ງ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ລໍຖ້າພົບຜູ້ຊະນະລະຫວ່າງ ແອັດສະປາຍ ຫຼື ແບນຊິກ (ເບວຢ້ຽມ) ໃນວັນທີ 14 ກໍລະກົດນີ້.

