ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍດ ເມື່ອບໍ່ດົນມານີ້ວ່າ: ອິນໂດເນເຊຍ ພວມວາງແຜນມາດຕະການຫລຸດຜ່ອນພາສີຄັ້ງໃຫຍ່ ສຳລັບສູນກາງການເງິນ ລະຫວ່າງປະເທດ ທີ່ສະເໜີຈັດຕັ້ງຂຶ້ນໃໝ່ ເຊິ່ງລວມມີອັດຕາພາສີລາຍໄດ້ບຸກຄົນທຳມະດາ 0% ສຳລັບທຸລະກິດບາງປະເພດ ແລະ ຜູ້ຊ່ຽວຊານດ້ານການເງິນຕ່າງປະເທດ.
ຮ່າງກົດໝາຍຈັດຕັ້ງສູນກາງການເງິນ ລະຫວ່າງ ປະເທດອິນໂດເນເຊຍ ໂດຍມີການປຶກສາຫາລືກັນ ເມື່ອວັນຈັນ (6 ກໍລະກົດ ທີ່ຜ່ານມາ) ໃນການຮັບຟັງຄວາມຄິດເຫັນສາທາລະນະ ລະຫວ່າງ ສະມາຊິກສະພານິຕິບັນຍັດ ແລະ ຜູ້ຊ່ຽວຊານດ້ານກົດໝາຍ ແລະ ເສດຖະກິດ, ໂດຍຈະສະເໜີການຫລຸດຜ່ອນພາສີລາຍໄດ້ວິສາຫະກິດ 100% ສຳລັບທຸລະກິດທີ່ດຳເນີນງານໃນເຂດດັ່ງກ່າວພ້ອມກັບ ການຍົກເວັ້ນພາສີລາຍໄດ້ເຕັມຈຳນວນ ສຳລັບຜູ້ຊ່ຽວຊານດ້ານການເງິນຕ່າງປະເທດ.
ໂດຍຊາວຕ່າງປະເທດ ທີ່ຖືວີຊ້າຄຳໃນເຂດດັ່ງກ່າວອາດຈະບໍ່ຖືກນັບລວມ. ໃນຂະນະທີ່ນັກລົງທຶນຕ່າງປະເທດ ທີ່ໄດ້ຮັບເງິນປັນຜົນ ຫລື ຜົນຕອບແທນ ຈາກການລົງທຶນອື່ນໆ ຈາກສູນກາງດັ່ງກ່າວ ອາດຈະໄດ້ຮັບການຍົກເວັ້ນພາສີຫັກ ໃນລາຍຈ່າຍ ຫລື ພາສີຈັດເກັບຂອງອິນໂດເນເຊຍ. ນອກຈາກນັ້ນ, ຮ່າງກົດໝາຍນີ້ ຍັງອະນຸຍາດໃຫ້ຍົກເວັ້ນພາສີມູນຄ່າເພີ່ມ (VAT) ພາສີຂາຍສິນຄ້າຟຸມເຟືອຍ ແລະ ອາກອນນຳເຂົ້າ ລວມທັງອະນຸຍາດໃຫ້ລັດຖະບານກຳນົດມາດຕະການຫລຸດຜ່ອນພາສີເພີ່ມເຕີມໄດ້.

