Homeຂ່າວຕ່າງປະເທດອົງການອະນາໄມໂລກ ເຕືອນເອີຣົບ ກຽມຮັບມືກັບຄື້ນຄວາມຮ້ອນຈະເກີດຂຶ້ນອີກຄັ້ງ

ອົງການອະນາໄມໂລກ ເຕືອນເອີຣົບ ກຽມຮັບມືກັບຄື້ນຄວາມຮ້ອນຈະເກີດຂຶ້ນອີກຄັ້ງ

ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫລວງລອນດອນ ປະເທດອັງກິດ ເມື່ອບໍ່ດົນມານີ້ວ່າ: ອົງການ ອະນາໄມໂລກ (WHO) ເຕືອນວ່າເອີຣົບ ອາດຈະຕ້ອງຜະເຊີນກັບຄື້ນຄວາມຮ້ອນ ທີ່ຮຸນແຮງ ເຊິ່ງອາດຈະເກີດຂຶ້ນອີກຄັ້ງເໜືອມະຫາສະໝຸດອັດລັງຕິກ. ໃນຂະນະທີ່ອຸນຫະພູມ ຢູ່ປອກຕຸຍການ ແລະ ແອັດສະປາຍຕອນໃຕ້ ຄາດວ່າຈະເພີ່ມຂຶ້ນສູງເຖິງ 43 ອົງສາ ໃນໄວໆນີ້.

ທ່ານ ຮັນສ໌ ຄລູເກີ (Hans Kluge) ຜູ້ອຳນວຍການປະຈຳພາກພື້ນເອີຣົບ ຂອງ WHO ໄດ້ຈັດ ກອງປະຊຸມສຸກເສີນຂຶ້ນ ໃນວັນທີ 6 ກໍລະກົດ ຜ່ານມາ, ໂດຍຮ່ວມກັບຕົວແທນ ຈາກ 41 ປະເທດ ໃນພາກພື້ນ, ຄະນະກຳມາທິການເອີຣົບ (EC) ແລະ ກຸ່ມພາກ ປະຊາສັງຄົມ ເພື່ອປຶກສາຫາລື ກ່ຽວກັບ ບົດຮຽນ ຈາກຄື້ນຄວາມຮ້ອນ ຄັ້ງຫລ້າສຸດ ແລະ ການກຽມພ້ອມ ຮັບມື ໃນອະນາຄົດ.

ທ່ານ ຄລູເກີ ກ່າວໃນຖະແຫລງການ ວ່າ: ປະເທດທີ່ມີແຜນປະຕິບັດງານດ້ານສຸຂະພາບຈາກຄວາມຮ້ອນ ແມ່ນສາມາດຕອບສະໜອງໄດ້ຢ່າງວ່ອງໄວ ແລະ ປົກປ້ອງປະຊາກອນ ຂອງຕົນເອງ ໄດ້ດີກວ່າ ໃນໄລຍະທີ່ເກີດຄື້ນຄວາມຮ້ອນ ເມື່ອເດືອນມິຖຸນາ ທີ່ຜ່ານມາ. ເຖິງຢ່າງໃດກໍຕາມ, ມີປະເທດສະມາຊິກໃນເອີຣົບ ບໍ່ຮອດເຄິ່ງໜຶ່ງທີ່ມີແຜນການດັ່ງກ່າວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments