Homeຂ່າວການເມືອງສສຊ ສະເໜີໃຫ້ລັດຖະບານ ເພີ່ມທະວີເອົາໃຈໃສ່ວຽກງານສຶກສາໃຫ້ຫລາຍຂຶ້ນ

ສສຊ ສະເໜີໃຫ້ລັດຖະບານ ເພີ່ມທະວີເອົາໃຈໃສ່ວຽກງານສຶກສາໃຫ້ຫລາຍຂຶ້ນ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວາລະປະກອງຄໍາເຫັນຕໍ່ບົດລາຍງານ ຂອງລັດຖະບານ, ທ່ານ ໄຊປັນຍາ ພົມວິຫານ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນະເຂດ ໄດ້ປະກອບຄໍາເຫັນຕໍ່ກັບການປັບປຸງລະບົບການສຶກສາ ແລະ ປັບປຸງກົດໝາຍ-ນິຕິກຳໃຕ້ກົດໝາຍ ກ່ຽວກັບການບໍລິການລັດ ໂດຍສະເໜີມາຍັງລັດຖະບານ ຈົ່ງເພີ່ມທະວີເອົາໃຈໃສ່ວຽກງານສຶກສາໃຫ້ຫລາຍຂຶ້ນ, ສຸມໃສ່ແກ້ໄຂບັນຫາຕ່າງໆໃນຂົງເຂດການສຶກສາເປັນຕົ້ນຄູສອນ, ການເຂົ້າຮຽນຂອງນັກຮຽນ, ການພັດທະນາໂຄ່ງລ່າງຂັ້ນພື້ນຖານຂອງການສຶກສາ ເພື່ອເຮັດໃຫ້ບຸກຄະລາກອນຂອງປະເທດເຮົາມີຄຸນນະພາບສູງຂຶ້ນ.

ພ້ອມນີ້, ທ່ານຍັງສະເໜີໃຫ້ຄົ້ນຄວ້າປັບປຸງບັນດາກົດໝາຍ, ນິຕິກຳໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບບັນດາກົງຈັກລັດ ທີ່ມີການປັບປຸງແລ້ວເພື່ອກຳນົດຂອບເຂດສິດໃຫ້ລະອຽດຂຶ້ນຕື່ມ ຊຶ່ງນັບແຕ່ປີ 2025 ມານີ້, ພວກເຮົາໄດ້ສຸມໃສ່ການປັບປຸງກົງຈັກການຈັດຕັ້ງຂອງລັດທັງສູນກາງ ແລະ ທ້ອງຖິ່ນ ໂຮມບັນດາກົງຈັກຈໍານວນໜຶ່ງເຂົ້ານໍາກັນຫລາຍ, ລັດຖະບານ ກໍມີການໂຮມບັນດາກະຊວງ, ສະພາແຫ່ງຊາດກໍມີການໂຮມບັນດາກຳມາທິການເຂົ້າກັນ ເຮັດໃຫ້ກົງຈັກມີຄວາມກະທັດຮັດ ແລະ ມີປະສິດທິພາບ ເພື່ອຮັບປະກັນການປັບປຸງພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການຈັດຕັ້ງລັດ ທັງສູນກາງ ແລະ ທ້ອງຖິ່ນໃຫ້ໄດ້ຜົນດີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments